ອັດຕະປື ຝຶກອົບຮົມສ້າງສີມືແຮງງານໄດ້ 18 ພັນກວ່າຄົນ ໃນ 5 ປີຜ່ານມາ

92

ໄລຍະ 5 ປີຜ່ານມານັບແຕ່ປີ 2016-2020 ແຂວງອັດຕະປື ກໍ່ຄືພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ສຸມໃສ່ວຽກງານພັດທະນາສີມືແຮງງານ ເພື່ອຮັບປະກັນກໍາລັງແຮງງານໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງໃຫ້ແກ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ,ໃນນັ້ນ 5 ປີຜ່ານມາວຽກງານພັດທະນາສີມືແຮງງານ ໄດ້ສຸມໃສ່ເກັບກໍາຂໍ້ມູນຕົວເລກຜູ້ທີ່ໄດ້ຮັບການຝຶກອົບຮົມ ແລະ ພັດທະນາສີມືແຮງງານ ນໍາພາກສ່ວນຫົວໜ່ວຍທຸລະກິດເອກະຊົນ ແລະ ບັນດາໂຄງການ,ຂະແໜງການອື່ນ ຂອງລັດ,ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນຮ່ວມໃນການຝຶກ ແລະ ພັດທະນາສີມືແຮງງານ ພາຍໃນແຂວງ.

ເຊິ່ງສັງລວມແລ້ວມີຈໍານວນແຮງງານຜູ້ທີ່ໄດ້ຮັບການຝຶກອົບຮົມສີມືແຮງງານທັງໝົດ 18.342 ຄົນ, ຍິງ 8.177 ຄົນ, ທຽບໃສ່ຕົວເລກແຜນການ 5 ປີ, ລື່ນຄາດໝາຍ 57%, ໃນນີ້ ແຍກຕາມຂະແໜງການຄື: ຂະແໜງກະສິກໍາມີ 15.005 ຄົນ,ຍິງ 7.090 ຄົນ, ຂະແໜງອຸດສະຫະກໍາມີ 2.862 ຄົນ, ຍິງ 717 ຄົນ ແລະ ຂະແໜງການບໍລິການມີ 475 ຄົນ, ຍິງ 370 ຄົນ.

ໃນຄະນະທີ່ອີກ 5 ປີຕໍ່ໜ້າແຕ່ປີ 2021-2025 ທາງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອັດຕະປື ຈະສຸມໃສ່ຊຸກຍູ້ບັນດາບໍລິສັດ,ຫົວໜ່ວຍແຮງງານຈັດຝຶກອົບຮົມພັດທະນາສີມືແຮງງານ ແລະ ອອກໃບຢັ້ງຢືນໃຫ້ແກ່ແຮງງານລາວ,ພ້ອມສືບຕໍ່ພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ ແລະ ຜູ້ຈະເຂົ້າສູ້ຕໍາແໜ່ງງານໄໝ່ ຢູ່ສູນພັດທະນາສີມືແຮງງານ ໃຫ້ໄດ້ 1.000 ຄົນ ແລະ ຝຶກເຄື່ອນທີ່ຕາມສາຂາອາຊີບຕ່າງໆ ໃຫ້ໄດ້ 275 ຄົນ,ທົດສອບມາດຕະຖານສີມືແຮງງານຕາມມາດຕະຖານສີມືແຫ່ງຊາດ ໃຫ້ໄດ້ 75 ຄົນ.

ໄປຄຽງຄູກັນນັ້ນຈະໄດ້ມີການສົ່ງເສີມບັນດາຫົວໜ່ວຍແຮງງານໃນການພັດທະນສີມືແຮງງານ ຕາມສາຂາອາຊີບຕ່າງໆ ໃຫ້ໄດ້ 750 ຄົນ ແລະ ເຮັດທົດສອບຕາມມາດຕະຖານສີມືແຮງງານ ໃຫ້ໄດ້ 100 ຄົນ,ສ້າງລະບົບປະກັນຄຸນນະພາບການພັດທະນາສີມືແຮງງານ ແລະ ສ້າງຄູພັດທະນາສີມືແຮງງານພາກທິດສະດີ,ຄູປະຕິບັດຕົວຈິງ,ຄູທົດສອບສີມືແຮງງານ ແລະ ຜູ້ບໍລິຫານໃຫ້ພຽງພໍ.


ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານເມື່ອບໍ່ດົນຜ່ານມານີ້ໃນກອງປະຊຸມສະຫຼຸບ 5 ປີ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທົ່ວແຂວງອັດຕະປື ທີ່ສະເໜີໂດຍທ່ານ ພູທອງ ພົມມະຈັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື .
ຂ່າວ: ວັດທະນາ