ສະພາແຫ່ງຊາດ ເນັ້ນປະຕິບັດ 8 ທິດທາງລວມ 5 ແຜນງານ ໃນ 5 ປີຕໍ່ໜ້າ

522

ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆໃນ 5 ປີຕໍ່ໜ້າ ໃຫ້ບັນລຸ 5 ເປົ້າໝາຍຕົ້ນຕໍ ໂດຍຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ແລະ 5 ແຜນງານ.

ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນາ 2021 ກ່ຽວກັບທິດທາງການເຄື່ອນໄຫວວຽກງານ 5 ປີ ( 2021 – 2025 ) ຂອງສະພາແຫ່ງຊາດ ວ່າ: ການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ຄື:

1. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ນິຕິກໍາໃຕ້ກົດໝາຍໃຫ້ເປັນແຜນງານ, ແຜນການ, ໂຄງການ ແລະ ກິດຈະກໍາຂອງສະພາແຫ່ງຊາດ.

2. ຄົ້ນຄວ້າ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ, ລະບົບກົນໄກປະສານງານລະຫວ່າງ ສະພາແຫ່ງຊາດກັບລັດຖະບານ, ສະພາແຫ່ງຊາດກັບສະພາປະຊາຊົນຂັ້ນແຂວງ ແລະ ການປະສານງານລະຫວ່າງສະພາປະຊາຊົນຂັ້ນແຂວງກັບອົງການປົກຄອງທ້ອງຖິ່ນໃຫ້ມີຄວາມເໝາະສົມ ແລະ ສະດວກຫຼາຍຂຶ້ນ.

อาจเป็นรูปภาพของ สถานที่ในร่ม

3. ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວິຊາການທີ່ເປັນເສນາທິການ ໃນການຄົ້ນຄວ້າວິເຄາະວິໄຈ ແລະ ນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດເຂົ້າໃນການປະກອບຄໍາຄິດເຫັນ.

4. ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ເປັນຮູບປະທໍາຢ່າງເປັນລະບົບ ແລະ ຕໍ່ເນື່ອງ.

5. ເອົາໃຈໃສ່ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງ, ຄໍາສະເໜີຂອງພົນລະເມືອງ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພ້ອມທັງຊຸກຍູ້ການແກ້ໄຂ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ.

6. ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວິຊາການທີ່ເປັນເສນາທິການ.

7. ເພີ່ມທະວີໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ ກວ້າງຂວາງດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ເພື່ອໃຫ້ປະຊາຊົນບັນດາເຜົ່າ, ຜູ້ປະກອບການ ແລະ ອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

8. ເພີ່ມທະວີການຮ່ວມມືຂອງສະພາແຫ່ງຊາດ ກັບ ລັດຖະສະພາຂອງບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ລັດຖະສະພາອາຊຽນ ( AIPA ), ລັດຖະສະພາສາກົນ ( IPU ); ຍາດແຍ່ງການຊ່ວຍເຫຼືອດ້ານເຕັກນິກວິຊາການ, ທຶນຮອນຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ.

อาจเป็นรูปภาพของ สถานที่ในร่ม

ນອກຈາກນີ້, ຍັງຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 5 ແຜນງານ ຄື: 1. ຈະຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາເສດຖະກິດ – ສັງຄົມ ໃນໄລຍະໃໝ່ ແລະ ມີຄວາມຍືນຍົງ, ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ໃຫ້ໄດ້ທັງໝົດ 96 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 38 ສະບັບ ແລະ ກົດໝາຍປັບປຸງ 58 ສະບັບ; 2. ຮັບປະກັນການຕົກລົງບັນຫາສໍາຄັນທີ່ເປັນພື້ນຖານຂອງປະເທດຊາດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ, ລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນໃຫ້ປະເທດຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ; 3. ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ; 4. ສ້າງຄວາມເຂັ້ມແຂງທາງດ້ານຈັດຕັ້ງ ແລະ ບຸກຄະລາກອນໃນກົງຈັກຂອງສະພາແຫ່ງຊາດ; 5. ເພີ່ມທະວີການພົວພັນຮ່ວມມືກັບລັດຖະສະພາໃນພາກພື້ນ ແລະ ໃນໂລກ ຕາມແນວທາງຕ່າງປະເທດຂອງພັກ – ລັດວາງອອກ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດມີຄຸນນະພາບ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນ.