ມື້ນີ້ມາຮູ້ຈັກສາວງາມອີກໜຶ່ງຄົນທີ່ມີຄວາມສາມາດບໍ່ທໍາມະດາ ຜູ້ຜ່ານເຂົ້າຮອບ 20 ຄົນໃນການປະກວດເວທີ Miss World Laos 2021 ດາວມີໄຊ ພະຈັນສິດທິ ຫຼື ນາງ ອາຍຸ 22 ປີ ສາວງາມຈາກແຂວງສະຫວັນນະເຂດ ປັດຈຸບັນແມ່ນກໍາລັງສຶກສາຢູ່ທີຄະນະວິທະຍາສາດປ່າໄມ້ມະຫາວິທະຍາໄລແຫ່ງຊາດ ຜ່ານເຂົ້າຮອບ 20 ຄົນໃນການປະກວດເວທີ
ເຄີຍຜ່ານການປະກວດ Miss Laos 2018 ມາແລ້ວ ປັດຈຸບັນຍັງບໍ່ທັນສັງກັດ ໂມດເດວລິງ ຫຼື ຄ້າຍໃດເທື່ອ ໄດ້ໃຫ້ສໍາພາດວ່າ: ຖ້າຖາມເຖິງຄວາມຮູ້ສຶກເມື່ອໄດ້ເຂົ້າຮອບ 20 ຄົນແມ່ນໂຄດດີໃຈ ເພາະມັນເປັນຄວາມຝັນຂອງນາງທີ່ຢາກມາຢືນຢູ່ຈຸດນີ້ ການທີໄດ້ເຂົ້າຮອບ 20ຄົນກໍຖືວ່າເປັນໃບເບີກທາງໃຫ້ໄດ້ເຮັດໃນສິ່ງທີ່ມັກ ໃຫ້ຄົນຮູ້ຈັກເຮົາຫຼາຍຂຶ້້ນ ແລະ ມັນຄືເປົ້າໝາຍອັນຍິ່ງໃຫຍ່ຂອງຕົນອີກດ້ວຍ ສ່ວນຄໍາຄົມ ຫຼື ຄະຕິປະຈໍາໃຈກ່ອນອື່ນຕ້ອງມີຄວາມໝັ້ນໃຈໃນໂຕເອງສູງ ກ້າເຮັດໃນສິ່ງທີ່ມັກກ້າສະແດງອອກໃນຈຸດຢືນຂອງຕົນເອງ ‘’ ເພາະທຸກໆຄວາມສໍາເລັດບໍ່ໄດ້ມາຈາກການລົງມືເຮັດພຽງຄັ້ງດຽວ’’
ສໍາລັບເວທີນີ້ ສິ່່ງທໍາອິດເລີຍທີ່ນາງຈະພັດທະນາຕົນເອງ ນັ້ນກໍຄືທາງດ້ານບຸກຄະລິກກະພາບ , ການເວົ້າໃສ່ໄມ,ການຍ່າງ, ຮຽນການຕອບຄໍາຖາມ, ຝຶກຝົນທາງດ້ານພາສາ ເພື່ອໃຫ້ຕົນເອງມີຄວາມພ້ອມ ແລະ ເຮັດໂຕຄືນໍ້າບໍ່ເຕັມແກ້ວ ກຽມພ້ອມຮັບຟັງຄໍາແນະນໍາໃໝ່ໆ ເພື່ອທີ່ຈະນໍາໄປປັບປຸງແກ້ໄຂ ຈຸດດ້ອຍຂອງເຮົາ ແລະ ກຽມຄວາມພ້ອມແບບເກີນຮ້ອຍໃນການຊີງມົງກຸດຄັ້ງນີ້້. ສ່ວນສິ່ງທີ່ຢາກຈະໂຊອອກສູ່ສາຍຕາຂອງທຸກຄົນກໍຄືຄວາມເປັນຕົວຂອງຕົວເອງ ເພາະມັນຄືສິ່ງທີ່ເຮັດໃຫ້ເຮົາກ້າວເຂົ້າມາຢືນຢູ່ຈຸດນີ້ໄດ້ ແລະ ຈະບໍ່ລືມວ່າເຮົາມາແຕ່ໃສ
ນ້ອງຄິດວ່າຕົນເອງມີຈຸດເດັ່ນຢູ່ທີຮອຍຍິ້ມ ແລະ ສິ່ງທີສະດຸດຕາທີ່່ສຸດທີ່ເຫັນພາຍນອກກໍໜ້າຈະແມ່ນສ່ວນສູງ ສ່ວນການທີ່ເຮົາຈະເອົາຊະນະໃຈຄະກໍາມະການໄດ້ກ່ອນອື່ນເຮົາຕ້ອງກ້າທີ່ຈະເອົາຊະນະໃຈຕົນເອງກ່ອນ ແລະ ເຮົາມີຈຸດຢືນເປັນຂອງເຮົາ ເປັນຕົວຂອງຕົວເອງບໍ່ບຽດບຽນຄົນອື່ນ ແລະ ພ້ອມໃຫ້ການຊ່ວຍເຫຼືອ ຮັກແພງສາມັກຄີກັບທຸກຄົນ ແລະ ໝູ່ຄູ່ທີຮ່ວມການປະກວດນໍາກັນທັງໝົດນີ້ແລະ ເປັນສິ່ງທີ່ນ້ອງຈະເອົາຊະນະໃຈກໍາມະການ
ສໍາລັບກິດຈະກໍາຍາມວ່າງກໍຄື ການເປັນອາສາສະໝັກ ແລະ ນ້ອງເອງກໍເປັນໜຶ່ງໃນສະມາຊິກໜ່ວຍງານ ‘’ CBM ຊຸມຊົນອາສາຈັດສັນສິ່ງເສດເຫຼືອ’’ ຂອງຄະນະ ແລະ ໃນອານາຄົດຖ້າມີໂອກາດກໍຢາກຊ່ວເຫຼືອຜູ້ດ້ອຍໂອກາດ ທີ່ເຂົາເຈົ້າມີໃຈສູ້ ແລະ ເຂັ້ມແຂງກໍຄືຜູ້ພິການ ສໍາລັບຜົນງານທີ່ຜ່ານມາກໍມີການເດີນແບບ ສາມາດຕິດຕາມ ແລະ ເຂົ້ົາໄປເບິ່ງໄດ້ທີ່ ເຟສບຸກ daaomixy pcst ແລະ ig: dao_pcst
ສຸດທ້າຍກໍຝາກເຊຍ ແລະ ຊ່ວຍໂຫວດ ເປັນໃຫ້ກໍາລັງໃຈ W06 ແດ່ເດີ້ ເພາະຖ້າບໍ່ມີທຸກຄົນເຊຍສະໜັບສະໜູນນ້ອງໃນມື້ນັ້ນ ນ້ອງກໍຄືຈະບໍ່ມີໂອກາດມຢືນຢູ່ຈົນຮອດມື້ນີ້ ແລະ ໃນວັນທີ 31 ມີນານີ້ ເວລາ ກໍ່ແມ່ນມື້ຕັດສິນແລ້ວ ທີ່ໂຮງແຮມແລນມາກ