ວິທີເຮັດ “ເຂົ້າອົບທັນຍາພືດ” ເມນູເພື່ອສຸຂະພາບທີ່ຄວນລອງ

326

ເມນູ “ເຂົ້າອົບທັນຍາພືດ” ເປັນອາຫານທີ່ກິນງ່າຍອຸດົມໄປດ້ວຍວິຕາມິນ ແລະ ເກືອແຮ່ຈາກທັນຍາພືດຕ່າງໆ ເຊິ່ງດີຕໍ່ສຸຂະພາບ ແລະ ປອດສານພິດນຳ.


ວັດຖຸດິບ: ເຂົ້າຫອມມະລິ 1 ຖ້ວຍ, ນ້ຳມັັນພືດ 1 ບ່ວງແກງ, ນ້ຳດື່ມ 350 ມິນລິລິດ, ກະທຽມສັບ 1 ບ່ວງແກງ, ຖົ່ວແດງ 20 ກຣາມ, ຖົ່ວຂຽວ 20 ກຣາມ, ໝາກເດືອຍ 20 ກຣາມ, ເຜືອກຊອຍເຕົ໋າ 20 ກຣາມ, ໝາກອຶຊອຍ 20 ກຣາມ, ແປະກ໊ວຍ 20 ກຣາມ, ສາລີ 20 ກຣາມ, ເຫັດຫອມຊອຍ 20 ກຣາມ, ແຄລອດ 20 ກຣາມ, ສະອິວຂາວ 1 ບ່ວງແກງ, ນ້ຳມັນຫອຍ 1 ບ່ວງແກງ ແລະ ເກືອ ½ ບ່ວງຊາ.


ວິທີເຮັດ
– ທຳອິກແມ່ນຕັ້ງໝໍ້ໃສ່ໄຟປານກາງ ເອົານ້ຳມັນລົງໄປ ຖ້າຈົນນ້ຳມັນຮ້ອນ ໃສ່ກະທຽມ ຜັດຈົນເຫຼືອງຫອມ ຈາກນັ້ນຕາມດ້ວຍວັດຖຸດິບທີ່ເຫຼືອເຊັ່ນ ເຂົ້າຫອມມະລິ, ຖົ່ວແດງ, ຖົ່ວຂຽວ, ໝາກເດືອຍ, ເຜືອກຊອຍ, ສາລີ, ໝາກອຶຊອຍ, ເຫັດຫອມຊອຍ ແລະ ແຄລອດຊອຍ ຈາກນັ້ນປຸງລົດຊາດດ້ວຍສະອິວຂາວ ນ້ຳມັນຫອຍ ແລະ ເກືອ ຂົ້ວໃຫ້ເຂົ້າກັນແລ້ວຍົກອອກຈາກເຕົາ.


– ຈາກນັ້ນຕັກໃສ່ໝໍ້ທີ່ກຽມໄວ້ ໃສ່ແປະກ໊ວຍ ຖຶກນ້ຳດື່ມ ແລ້ວປິດຝາເອົາໄປຕັ້ງໃສ່ໄຟປານກາງ ພໍເຂົ້າສຸກກໍຍົກລົງຈາກເຕົາ ພ້ອມຕັກເສີບໄດ້ເລີຍ.