ຮ້ານອາຫານຢີ່ປຸ່ນ ນາໂອກີ ເປີດສາຂາທີ 4 ທີ່ບ້ານໂພນສະອາດ

1254

ຮ້ານອາຫານຢີ່ປຸ່ນ ນາໂອກິ ສາຂາທີ 4 ບ້ານ ໂພນສະອາດ ເມືອງໄຊເສດຖານະຄອນຫຼວງວຽງຈັນ ພ້ອມໃຫ້ບໍລິການລູກຄ້າແລ້ວເນັ້ນອາຫານທີ່ເປັນເອກະລັກຂອງຢີ່ປຸ່ນແທ້ ນໍາເຂົ້າວັດຖຸດິບຄຸນນະພາບສູງຈາກຕ່າງປະເທດມາໃຫ້ຊາວລາວໄດ້ສຳຜັດລົດຊາດຂອງຍີ່ປຸ່ນໃນເມືອງລາວ ສ່ວນລາຄາແນ່ນອນສາມາດເຂົ້າເຖິງໄດ້.

ທ່ານ ນະລັດຖະການ ອານຸກູນປະຊາ ຫົວໜ້າຝ່າຍພັດທະນາທຸລະກິດຮ້ານອາຫານຢີ່ປຸ່ນ ນາໂອກີ ກ່າວວ່າ: ນາໂອກີ ສ້າງຕັ້ງຂຶ້ນໃນປີ 2017 ເປັນບໍລິສັດ ດໍາເນີນທຸລະກິດຫຼາຍດ້ານເຊັ່ນ: ຮ້ານອາຫານຢີ່ປຸ່ນນາໂອກິ, ບໍລິການນາໂອກິ ເດີລີເວີລີ ຜ່ານແອັບພີເຄຊັ້ນ ນາໂອກິ, ບໍລິການ ແລະ ຈໍາໜ່າຍອາຫານແຊ່ແຂງທີ່ມີຄຸນະພາບສູງ, ນາໂອກິ ເລີ່ມຕົ້ນດ້ວຍຄວາມຄິດຢາກດໍາເນີນທຸລະກິດ ດ້ານອາຫານ ຍີ່ປຸ່ນທີ່ມີວັດຖຸດິບທີ່ໄດ້ມາດຕະຖານ ເນັ້ນຄຸນນະພາບ ອາຫານທີ່ດີ ລາຄາຖືກທີ່ທຸກຄົນສາມາດບໍລິໂພກໄດ້ ພາຍໃຕ້ແນວຄິດທີ່ວ່າ ຄິດຮອດອາຫານຢີ່ປຸ່ນ ໃນລາຄາ ເປັນກັນເອງ ແລະ ອີ່ມຢ່າງຄຸ້ມຄ່າ ສະບາຍກະເປົ່າ ໃຫ້ຄິດຮອດອາຫານອານຢີ່ປຸ່ນ ຊື່ນາໂອກິ.


ປັດຈຸບັນ ອາອາຫານ ຢີ່ປຸ່ນ ນາໂອກິມີ 4 ສາຂາ ຄື: ຂາຂາ ນໍ້າພຸ, ສາຂາ ດົງໂດກ, ສາຂາ ນະຄອນພະນົມ (ປະເທດໄທ) ແລະ ສາຂາທີ່ເປີດບໍລິການລ້າສຸດ ຄືສາຂາ ບ້ານໂພນສະອາດ ເມືອງໄຊເສດຖານະຄອນຫຼວງວຽງຈັນ ທັງນີ້ເພື່ອກະຈາຍຕາໜ່າງການບໍລິການລູກຄ້າທີ່ເພີ່ມຂຶ້ນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທີ່ສໍາຄັນແມ່ນ ສະຖານທີ່ຕັ້ງເໝາະສົມໃນການບໍລິການລູກຄ້າ. ປັດຈຸບັນ ພະນັກງານໃນ 4 ສາຂາມີ 100 ກວ່າຄົນ, ລາຍການອາຫານມີຫຼາຍປະເພດເກືອບ 200 ລາຍການ.
ໃນຕໍ່ໜ້າບໍລິສັດມີແຜນຂະຫຍາຍຕື່ມອີກຫຼາຍສາຂາ ໂດຍສະເພາະມີນະໂຍບາຍໃຫ້ນັກລົງທຶນມາຮ່ວມລົງທຶນກໍ່ໄດ້ ຫຼື ຈະຊື້ແຟຣນຊາຍກໍ່ດີ.

ສ່ວນ ໂຄວິດ-19 ແມ່ນເປັນອຸປະສັກໃຫ້ຮ້ານພວກເຮົາຕ້ອງປັບໂຕ ເຊິ່ງຜູ້ບໍລິຫານເຮົາ ກໍ່ເລັ່ງເຫັນໂອກາດ ໂດຍສະເພາະ ການສັ່ງອາຫານເພື່ອໄປຮັບປະທານຢູ່ບ້ານ. ນອກຈາກເປີດໂຕສາຂາ 4 ແລ້ວ ນາໂອກິຍັງເປີດໂຕການບໍລິການ ແອັບພີເຄຊັ້ນ ນາໂອກິ ເດລີເວີລີ ຕື່ມອີກເພື່ອເພີ່ມຊ່ອງທາງການບໍລິການໃຫ້ລູກຄ້າໄດ້ເຂົ້າເຖິງຢ່າງກວ້າງຂວາງ.

ນາງ ນິລັນດອນ ໄຊຍະວົງສາ ຜູ້ຈັດການຮ້ານອາຫານຢີ່ປຸ່ນນາໂອກີ ໄດ້ອະທິບາຍເຖິງຄວາມເປັນມາໃນການສ້າງແອບ ແລະ ວິທີການດາວໂຫຼດ ແລະ ນໍາໃຊ້ ເຊິ່ງແອບພີເຄຊັ້ນ ນາໂອກິເປີດນໍາໃຊ້ມາ 1ປີ 6 ເດືອນເຫັນວ່າມີລູກຄ້າເພີ່ມຂຶ້ນໃນແຕ່ລະວັນໂດຍມີລູກຄ້າດາວໂຫຼດແລ້ວ 5 ພັນຄົນ ພ້ອມນັ້ນເຮົາກໍ່ໄດ້ມີການປັບປຸງ ແລະ ພັດທະນາແອບມາຕະຫຼອດ ເຊິ່ງມາຮອດມື້ນີ້ທຸກຢ່າງຖືວ່າລົງໂຕ ແລະ ກໍ່ເປີດໃຫ້ລູກຄ້ານໍາໃຊ້ຢ່າງເປັນທາງການ.

ພິທີເປີດໂຕຮ້ານອາຫານ ຢີ່ປຸ່ນ ນາໂອກິ ສາຂາ 4 ມີຂຶ້ນວັນທີ 28 ມິນາ 2021 ທີ່ບ້ານໂພນສະອາດ ເມືອງໄຊເສດຖາ ໂດຍການເຂົ້າຮ່ວມຂອງຄະນະຜູ້ບໍລິຫານຮ້ານ ອາຫານຢີ່ປຸ່ນນາໂອກິ ພ້ອມດ້ວຍແຂກເຂົ້າຮ່ວມ ແລະ ລູກຄ້າປະຈໍາ ນາໂອກິ.