ມົນລະພິດທາງອາກາດອັນຕະລາຍຕໍ່ສຸຂະພາບ ຕ້ອງຮູ້ໄວ້ 8 ວິທີປ້ອງກັນຕົນເອງ

258

ຊ່ວງນີ້ອາກາດຮ້ອນຫຼາຍ ຕື່ນມາໃນຊ່ວງຕອນເຊົ້າເຫັນຄືກັບໝອກລົງກົ້ວທົ່ວໄປ ຫຼາຍຄົນອາດຄິດວ່າ “ມື້ນີ້ອາກາດດີແທ້ ຄືຈະເຢັນສະບາຍກຳລັງດີ” ແຕ່ຄວາມເປັນຈິງແລ້ວເມື່ອອອກຈາກບ້ານໄປ ອາດພົບວ່າທີ່ເຫັນຄືໝອກນັ້ນທີ່ແທ້ແລ້ວມັນເປັນຄວັນຝຸ່ນລະອອງຂະໜາດນ້ອຍທີ່ສາມາດທຳລາຍສຸຂະພາບປອດ ລວມເຖິງລະບົບທາງເດີນຫາຍໃຈຂອງເຮົາໄດ້.


ອາກາດທີ່ເຕັມໄປດ້ວຍຝຸ່ນລະອອງ ອັນຕະລາຍແນວໃດ?
ຝຸ່ນລະອອງເປັນມົນລະພິດໃນອາກາດທີ່ເປັນບັນຫາຫຼັກໃນຕົວເມືອງໃຫຍ່ ຈາກການວິໄຈພົບວ່າຝຸ່ນລະອອງທີ່ກໍ່ໃຫ້ເກີດບັນຫາສຸຂະພາບ ເປັນຝຸ່ນລະອອງຂະໜາດນ້ອຍ ທີ່ມີຂະໜາດບໍ່ເກີນ 10 ໄມຄຣອນ (micron) ໂດຍຝຸ່ນລະອອງຂະໜາດນ້ອຍນີ້ ສາມາດເຂົ້າໄປໃນລະບົບທາງເດີນຫາຍໃຈຜ່ານໂພງດັງເຂົ້າໄປເຖິງຖົງລົມໃນປອດ ເຮັດໃຫ້ເກີດການອັກເສບ ແລະ ການລະຄາຍເຄືອງຊ້ຳເຮື້ອ ແລະ ຝຸ່ນລະອອງຈະມີພິດຫຼາຍຂຶ້ນ ຖ້າຫາກຝຸ່ນລະອອງນັ້ນເກີດຈາກການລວມຕົວຂອງແກັສບາງຊະນິດ ເຊັ່ນ ຊັນເຟີໄດອອກໄຊ, ອອກໄຊຂອງໄນໂຕຣເຈນ ເຂົ້າໄປໃນອະນຸພາກຂອງຝຸ່ນ ໂດຍກໍ່ໃຫ້ເກີດການແພ້ ແລະ ລະຄາຍເຄືອງຜິວໜັງ, ທາງເດດີນຫາຍໃຈ ແລະ ດວງຕາໄດ້.


ຜູ້ທີ່ສ່ຽງໄດ້ຮັບອັນຕະລາຍຈາກຝຸ່ນລະອອງໃນອາກາດຫຼາຍທີ່ສຸດ ຄືກຸ່ມຜູ້ປ່ວຍພະຍາດຫົວໃຈ ແລະ ຫຼອດເລືອດ ພະຍາດລະບົບທາງເດີນອາຫານ ເຊັ່ນ ຫອບຫືດ ພະຍາດເຫຍື່ອຕາອັກເສບ ແລະ ພະຍາດຜິວໜັງ.
ໃນຊ່ວງທີ່ສະພາບອາກາດບໍ່ຖ່າຍເທ ກຸ່ມຝຸ່ນລະອອງອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບໄດ້ ຈຶ່ງຂໍແນະນຳວິທີປ້ອງກັນຕົນເອງຈາກມົນລະພາວະຝຸ່ນລະອອງ ຫຼື ມົນລະພາວະອາກາດເປັນພິດໃນເມືອງ ເພື່ອປ້ອງກັນໂລກໄພໄຂ້ເຈັບທີ່ອາດເກີດຂຶ້ນໃນຊ່ວງນີ້.


1. ຫຼີກລຽງການອອກນອກເຮືອນໂດຍບໍ່ຈຳເປັນ ໂດຍສະເພາະກຸ່ມສ່ຽງທີ່ກ່າວໄປຂ້າງຕົ້ນ.
2. ປິດປະຕູປ່ອງຢ້ຽມ ເພື່ອປ້ອງກັນຝຸ່ນລະອອງເຂົ້າເຮືອນ ຖ້າຫາກປິດປ່ອງຢ້ຽມບໍ່ໄດ້ ໃຫ້ໃຊ້ຜ້າຊຸບນ້ຳບິດໝາດໆ ມາປິດແທນປ່ອງຢ້ຽມ.
3. ຖ້າຈຳເປັນຕ້ອງເດີນທາງອອກໄປຂ້າງນອກ ໃຫ້ໃຊ້ຜ້າຊຸບນ້ຳບິດໝາດປິດດັງ ແລະ ປາກ ຫຼື ໃສ່ໜ້າກາກກອງຝຸ່ນ.
4. ຫຼີກລຽງການອອກກຳລັງກາຍ ຫຼື ເຮັດວຽກໜັກເຂດທີ່ມີຄວາມສ່ຽງສູງ.


5. ດື່ມນ້ຳຫຼາຍໆ ແລະ ງົດສູບຢາໃນຊ່ວງທີ່ຝຸ່ນລະອອງໃນອາກາດຫຼາຍ.
6. ຜູ້ປ່ວຍກຸ່ມສ່ຽງ ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ເດັກນ້ອຍ ຕ້ອງເບິ່ງແຍງຮັກສາສຸຂະພາບເປັນພິເສດ ແລະ ຫຼີກລຽງການສຳຜັດກັບອາກາດທີ່ມີຝຸ່ນລະອອງ.
7. ບໍ່ຈູດຂີ້ເຫຍື້ອ ໂດຍສະເພາະຂີ້ເຫຍື້ອທີ່ມີສານພິດ ເຊັ່ນ ພາສຕິກ, ຢາງຕີນລົດໃຫຍ່, ລວມທັ້ງຂີ້ເຫຍື້ອທົ່ວໄປ.
8. ຫຼຸດການໃຊ້ລົດໃຫຍ່ ຫຼື ໃຊ້ເທົ່າທີ່ຈຳເປັນ ເພື່ອບໍ່ໃຫ້ມົນລະພິດຈາກທໍ່ລົດໃຫຍ່ເຮັດໃຫ້ອາກາດບໍ່ດີກວ່າເກົ່າ.