ມາຮູ້ຈັກມິດຊູບີຊິເອັສເພັນເດີ ລົດທີ່ຈະມາຕື່ມເຕັມທຸກຄວາມຝັນຂອງທ່ານ

1592

ມິດຊູບີຊິເອັສເພັນເດີ ( Mitsubishi Xpander ) ເປັນລົດລຸ້ນໃໝ່ທີ່ໄດ້ຮັບການພັດທະນາຕອບໂຈດກຸ່ມລູກຄ້າຄົນຮຸ່ນໃໝ່ ຄອນເຊັບການອອກແບບດ້ານໜ້າລົດອັນເປັນເອກະລັກສະເພາະຂອງມິດຊູບີຊິ ໃຫ້ວິໄສທັດທີ່ກວ້າງໄກກວ່າ ເພື່ອແນວຄິດດ້ານຄວາມປອດໄພທັງຜູ້ໂດຍສານ ແລະ ຜູ້ໃຊ້ຖະໜົນ ແລະ ຍັງຄົງໄວ້ເຊິ່ງດີຊາຍແຫ່ງອະນາຄົດ ເລົ້າໃຈໃນທຸກມຸມມອງ.

ຮູບຮ່າງພາຍນອກ ໄດ້ຮັບການອອກແບບພາຍໃຕ້ແນວຄິດ Advanced Dynamic Shield ດ້ານໜ້າລົດມີລັກສະນະຄ້າຍຖ້ວຍລາງວັນ ເຊິ່ງເປັນສັນຍະລັກສະແດງການປົກປ້ອງບໍລິເວນດ້ານໜ້າ ແລະ ຕໍາແໜ່ງຂອງໄຟໜ້າ, ສ່ວນໄຟຫຼີ່ແບບ Crystal LED ຢູ່ເທິງຂອງກະໂປ່ງລົດ ແລະ ເຍືອງມາດ້ານໜ້າບໍລິເວນຕີນລົດ ຊ່ວຍໃຫ້ຜູ້ຍ່າງຕາມເສັ້ນທາງ ແລະ ພາຫະນະອື່ນສັງເກດເຫັນງ່າຍຂຶ້ນ ໄຟໜ້າຕິດຕັ້ງໃນກັນຊົນໜ້າເພື່ອບໍ່ໃຫ້ແສງຈາກໄຟໜ້າລົດ ລົບກວນສາຍຕາຜູ້ຮ່ວມໃຊ້ເສັ້ນທາງ.

อาจเป็นรูปภาพของ รถยนต์

อาจเป็นภาพระยะใกล้ของ รถยนต์

ພາຍໃນຫ້ອງໂດຍສານ ມີ 7ບ່ອນນັ່ງ, ກຸນແຈອັດສະລິຍະ, ພວງມາໄລປັບ 4 ທິດທາງລະດັບຕໍ່າ – ສູງຂຶ້ນ – ລົງ, ມີປຸ່ມຄວບຄຸມເຄື່ອງສຽງຢູ່ພວງມາໄລ, ໜ້າຈໍສະແດງຜົນຂໍ້ມູນອະເນກປະສົງ 3 ມິຕິ TFT ຂະໜາດ 9,2 ນິ້ວ, ສະດວກສະບາຍພາຍໃນມີຊ່ອງເກັບຈອກບໍລິເວນຄອນໂຊນກາງ, ຊ່ອງໃສ່ເຄື່ອງບໍລິເວນຫຼັງເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ, ບ່ອນເກັບເຄື່ອງໃຕ້ເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ, ສະດວກສະບາຍດ້ວຍຊ່ອງຈ່າຍກະແສໄຟຟ້າ DC12 ໂວນ ຫຼາຍເຖິງ 3 ຕໍາແໜ່ງ, ບ່ອນເກັບເຄື່ອງບໍລິເວນຄອນໂຊນໜ້າ, ບ່ອນເກັບເຄື່ອງບໍລິເວນຄອນໂຊນກາງ, ຊ່ອງເກັບເຄື່ອງດ້ານປະຕູໜ້າພ້ອມຊ່ອງໃສ່ຕຸກນໍ້າ, ກ່ອງເກັບເຄື່ອງໃຕ້ຫ້ອງເກັບສໍາພາລະພ້ອມຝາເປີດ, ແຜງຄວບຄຸມລະບົບປັບອາກາດສໍາລັບຜູ້ໂດຍສານດ້ານຫຼັງແບບແຍກອິດສະຫຼະໃຫ້ ຄວາມເຢັນສະບາຍທົ່ວຫ້ອງໂດຍສານ, ຊ່ອງເກັບເຄື່ອງພ້ອມຊ່ອງໃສ່ຕຸກນໍ້າຂ້າງບ່ອນນັ່ງແຖວທີ 3, ບ່ອນເກັບເຄື່ອງໃຕ້ເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ.

อาจเป็นรูปภาพของ รถยนต์

อาจเป็นรูปภาพของ รถยนต์

อาจเป็นรูปภาพของ รถยนต์

ເຄື່ອງຈັກກາຊວນ 4 ສູບ, 1,5 ລິດ DOHC 16 ວາວ MIVEC ໃຊ້ໂສ້ແທນສາຍພານ ລະບົບຫົວສີດ ECI-MULTI 105 ແຮງມ້າທີ 6.000 ຮອບຕໍ່ນາທີ ແຮງບິດສູງສຸດ 141 ນິວເຕັນແມັດທີ 4.000 ຮອບຕໍ່ນາທີ ສ່ວນຂໍ້ມູນລະອຽດສາມາດເຂົ້າພົວພັນທີ່ຫ້ອງຂາຍມິດຊູບີຊິໄດ້.