ເປັນຂ່າວດີທີ່ສຸດ, ລາວກຽມສົ່ງງົວ 3000 ໂຕໃຫ້ ສປ ຈີນ

618

ສປ ຈີນແມ່ນຕະຫຼາດສົ່ງອອກອັນດັບໜຶ່ງຂອງລາວມາໂດຍຕະຫຼອດ, ໄລຍະຫຼັງໆມານີ້ແມ່ນໄດ້ມີການເຈລະຈາໂຄງການສົ່ງງົວໄປ ສປ ຈີນ ເຊິ່ງທາງຈີນມີຄວາມຕ້ອງການແຕ່ລະປີຈຳນວນຫຼາຍ ຫຼ້າສຸດມີຂ່າວວ່າ ເຮົາກຽມສົ່ງງົວໄປ 3000 ໂຕ ໃນອີກໜຶ່ງເດືອນຂ້າງໜ້າ.

ວັນທີ 26 ມີນາ 2021 ທີ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ມີພິທີເອົາງົວພັນຊີ້ນ 3.000 ໂຕ ເຂົ້າສູນກັກກັນປອດພະຍາດ 30 ວັນ (26/3/ – 26/3/2021) ເພື່ອກຽມສົ່ງອອກໃຫ້ຈີນ.

ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆ ສິງ ໃຫ້ຮູ້ວ່າ: ຖ້າບໍ່ມີອັນປ່ຽນແປງຫລື ເກີດມີບັນຫາຫຍັງເກີດຂຶ້ນ ງົວຈຳນວນດັ່ງກ່າວຕ້ອງຖືກສົ່ງອອກໄປຈີນ ຢ່າງເປັນທາງ ການ.

ໂຄງການສົ່ງເສີມການລ້ຽງງົວພັນຊິ້ນ ສົ່ງອອກໄປ ຈີນ ແມ່ນໂຄງການຮ່ວມມື ແມ່ນຂອງຂວັນພິເສດທີ່ ທ່ານ ສີ ຈິນພີ້ງ ເລຂາທິ ການໃຫຍ່ ປະທານ ປະເທດຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ອາດີດເລຂາທິການໃຫຍ່ ປະທານ ປະເທດລາວ ໄດ້ຄົ້ນຄວ້າຄັດເລືອກເອົາ ເມືອງສິງ ເປັນບ່ອນຈັດຕັ້ງປະຕິບັດໂຄງການ, ມາຮອດມື້ວັນທີ 26 ມີນາ 2021 ລາວເຮົາໄດ້ນໍາເອົາງົວປະມານ 3000 ໂຕເຂົ້າສູນກັກກັນຂອດສຸດທ້າຍ, ນັບຖອຍຫຼັງອີກ30ວັນ, ຄາດວ່າໃນວັນທີ 27 ຫຼື 28ເມສາ 2021 ຈະສາມາດສົ່ງງົວອອກຈຳນວນດັ່ງກ່າວໄປຈີນ.

ຈາກນັ້ນ ໃນແຕ່ລະປີລາວເຮົາຈະສົ່ງອອກງົວໃຫ້ຈີນປີລະ 500.000 ໂຕ ໂດຍອີງຕາມທ່າແຮງ ແລະ ຄວາມອາດສາມາດຂອງລາວ.

Cr: ເຈົ້າເມືອງໆ ສິງ