ຊົມເຊີຍ! 2ບໍລິສັດ ສາມາດຜະລິດເຫຼັກທີ່ມີຄຸນນະພາບ ສົ່ງອອກໄປກຳປູເຈຍ

301

ນັບແຕ່ ທ້າຍປີ 2020 ຮອດທ້າຍເດືອນ 1 ປີ 2021 ທີ່ດ່ານສາກົນໜອງນົກຂຽນ ແຂວງຈໍປາສັກ (ສປປ ລາວ – ກຳປູເຈຍ) ມີຄວາມຄຶກຄື້ນໃນການສົ່ງອອກເຫຼັກເສັ້ນໄປຍັງ ນະຄອນຫຼວງພະນົມເປັນ ລາຊາອານາຈັກ ກຳປູເຈຍ, ເຫຼັກເສັ້ນດັ່ງກ່າວແມ່ນຜະລິດຕະພັນພາຍໃນປະເທດລາວ ໂດຍການຮ່ວມມືກັນຜະລິດລະຫວ່າງ KHOUNKHAM STEEL INDUSTRY SOLE CO.,LTD  ແລະ VIENTIANE KUNPENG STEEL SOLE CO.,LTD.

ໃນວັນທີ 20 ເດືອນ 11 ປີ 2020 ມີການສົ່ງອອກເຫຼັກເສັ້ນຈຳນວນ 300 ໂຕນທີ່ດ່ານດັ່ງກ່າວ ແລະ ເປັນການສົ່ງອອກເຫຼັກເສັ້ນຄັ້ງທຳອິດຂອງ ສປປ ລາວ. ແຕ່ຜ່ານໄປບໍ່ພໍເທົ່າໃດກໍມີງວດສອງ, ງວດສາມຕາມມາຕິດໆ ບາງງວດກໍມີຈຳນວນຫຼາຍກວ່າ 1.600 ໂຕນ. ການສັ່ງຊື້ທຳອິດແມ່ນເລີ່ມຈາກເຫຼັກເສັ້ນປ້ອງອ້ອຍຂະໜາດ 25mm ແລະ ຂະຫຍາຍໄປເລື້ອຍໆຈົນຄົບທຸກຂະໜາດຂອງເຫຼັກເສັ້ນປ້ອງອ້ອຍເຊັ່ນ: ຂະໜາດ 8mm, ຂະໜາດ 12mm, ຂະໜາດ 14 mm, ຂະໜາດ 22mm, ຂະໜາດ 25mm ແລະ ອື່ນໆ. ສະເພາະຕົວເລກການສົ່ງອອກໄປກຳປູເຈຍພາຍໃນເດືອນ 1 ປະມານ 5.400 ໂຕນ.

ไม่มีคำอธิบายรูปภาพ

ຕາມການເປີດເຜີຍຂອງຜູ້ຊ່ວຍຜູ້ອຳນວຍການ VIENTIANE KUNPENG STEEL SOLE CO.,LTD: ປັດຈຸບັນແມ່ນກຳລັງຂຸ້ນຂ້ຽວຜະລິດເຫຼັກສົ່ງອອກໃຫ້ທັນກຳນົດຕາມໃບສັ່ງຊື້ທີ່ໄດ້ຮັບ ແລະ ໃຫ້ທັດສະນະວ່າການສົ່ງອອກແມ່ນກົນລະຍຸດຂອງການຕະຫຼາດໄລຍະຍາວຂອງບໍລິສັດ.

อาจเป็นรูปภาพของ กลางแจ้ง

ເບື້ອງຫຼັງການສົ່ງອອກທີ່ແທ້ຈິງແມ່ນການເຫັນຄວາມສຳຄັນ ແລະ  ຄວາມເອົາໃຈໃສ່, ຄວບຄຸມໃນທຸກໆຂັ້ນຕອນ, ເຮັດແທ້ທຳຈິງເພື່ອເປີດຕະຫຼາດສູ່ພາຍນອກຂອງພະນັກງານ-ກຳມະກອນທັງໝົດຂອງ VIENTIANE KUNPENG STEEL SOLE CO.,LTD