ພາສເວີດສຳຄັນສຸດ ເຮັດທຸລະກຳທາງການເງິນຢ່າເບິ່ງຂ້າມ

379

ໃນປັດຈຸບັນນີ້ ຜູ້ຄົນທີ່ເຮັດວຽກສ່ວນໃຫຍ່ມັກເລືອກເຮັດທຸລະກຳທາງການເງິນຜ່ານອິນເຕີເນັດ ຫຼື Mobile Banking ເປັນຈຳນວນຫຼາຍ ເພາະຊ່ວຍອຳນວຍຄວາມສະດວກ ແລະ ປະຢັດເວລາ ແຕ່ກົງກັນຂ້າມ ຖ້າເຮັດໂທລະສັບມືຖືເສຍ ຫຼື ຕັ້ງຄ່າເວັບໄຊທີ່ເຂົ້າໄປເຮັດທຸລະກຳຈົດຈຳລະຫັດຜ່ານ ຫຼື ພາສເວີດ (Password) ຂອງຕົວເອງ ກໍອາດເກີດບັນຫາເງິນຫາຍ ໂດຍບໍ່ຮູ້ຕົວ.

ທັງນີ້ ຈາກຜົນສຳຫຼວດຫຼ້າສຸດໂດຍ Specops Software ລະບຸວ່າ: ຄົນທີ່ບໍ່ເຄີຍອັບເດດ ຫຼື ປ່ຽນພາສເວີດເລີຍ ປະມານ 38% ແລະ ຍັງພົບດ້ວຍວ່າ 1 ໃນ 3 ມັກໃຊ້ພາສເວີດເຮັດທຸລະກຳທາງການເງິນມາຕັ້ງເປັນພາສເວີດສຳລັບການໃຊ້ງານບໍລິການ streaming ຕ່າງໆ ເຊັ່ນ: Netflix ຈາກຈຳນວນຜູ້ຕອບແບບສອບຖາມ 1.353 ຄົນ.

ນອກຈາກນີ້ ຍັງມີສະຖິຕິທີ່ໜ້າຕົກໃຈດ້ວຍວ່າ 29% ຂອງຜົນສຳຫຼວດລະບຸວ່ພວກເຂົາໃຊ້ພາສເວີດດຽວກັນໃນທຸກບັນຊີການໃຊ້ງານ ໂດຍມີເຖິງ 32,26% ທີ່ບໍ່ໄດ້ມີຄວາມກັງວົນກັບການໃຊ້ພາສເວີດດຽວໃນທຸກບັນຊີການໃຊ້ງານ ແລະ ມີພຽງ 13,79% ເທົ່ານັ້ນ ທີ່ລະບຸວ່າ ພວກເຂົາຈະຕ້ອງປ່ຽນພາສເວີດ ເມື່ອຮູ້ຕົວວ່າມີຄົນອື່ນພະຍາຍາມເຂົ້າມາແຮກຂໍ້ມູນ.

ຈາກຂໍ້ມູນເຫຼົ່ານີ້ ເຮັດໃຫ້ໜ້າເປັນຫ່ວງບໍ່ໜ້ອຍ ສຳລັບຄົນທີ່ລະເລີຍເລື່ອງພາສເວີດໃນການເຮັດທຸລະກຳທາງການເງິນທີ່ອາດຈະຖືກແຮກຂໍ້ມູນຈົນເຮັດໃຫ້ເສຍເງິນໃນບັນຊີໄປແບບບໍ່ຮູ້ຕົວ ຖ້າບໍ່ຢາກຕົກເປັນເຫຍື່ອກໍຕ້ອງໃຫ້ຄວາມສຳຄັນກັບເລື່ອງນີ້. ຖ້າບໍ່ດັ່ງນັ້ນ, ຈະເປັນການເປີດທາງໃຫ້ກັບມິດສາຊີບໄດ້ໂດຍງ່າຍ.

ການຍອມເສຍເວລາພຽງເລັກນ້ອຍໃນການປ່ຽນພາສເວີດ ຫຼື ຕັ້ງພາສເວີດໃຫ້ເດົາໄດ້ຍາກຂຶ້ນ ກໍຈະຊ່ວຍໃຫ້ບັນຊີທະນາຄານຕ່າງໆປອດໄພຫຼາຍຂຶ້ນ ເຊິ່ງມີເຄັດລັບງ່າຍໆຄື:

1, ຕັ້ງພາສເວີດທີ່ທີຄວາມຍາວຢ່າງໜ້ອຍ 12 ຕົວອັກສອນ ໂດຍໃຫ້ມີທັງອັກສອນພາສາອັງກິດທີ່ເປັນຕົວພິມໃຫຍ່ ແລະ ຕົວພິມນ້ອຍ ລວມທັງຕົວເລກນຳ;

2, ໃນການໃຊ້ຄຳພາສາອັງກິດເພື່ອຕັ້ງພາສເວີດ ບໍ່ຄວນໃຊ້ສັບພາສາອັງກິດເປັນຄຳໂດດ ແຕ່ຄວນພິມເປັນປະໂຫຍກ ເພາະຈະຖືກແຮກຂໍ້ມູນໄດ້ຍາກຂຶ້ນ;

3, ເວັບໄຊທີ່ເຮັດທຸລະກຳທາງການເງິນຕ່າງໆ ຄວນໃຊ້ພາສເວີດທີ່ແຕກຕ່າງກັນ ເພາະຖ້າພາດ ຫຼື ຖືກແຮກຂໍ້ມູນ ຈະເຮັດໃຫ້ສູນເສຍເງິນທັງໝົດ;

4, ບໍ່ອະນຸຍາດໃຫ້ມືຖື ຫຼື ຄອມພິວເຕີໃຊ້ງານຈົດຈຳລະຫັດຜ່ານໃນການເຮັດທຸລະກຳການເງິນ ເພາະອາດຖືກມິດສາຊີບ ສວຍໂອກາດນຳໄປໃຊ້ປະໂຫຍດໄດ້;

5, ຕັ້ງຄ່າຄວາມປອດໄພຫຼາຍຊັ້ນ ເພື່ອຢືນຢັນຕົວຕົນກ່ອນເຮັດທຸລະກຳການເງິນ ເຊິ່ງການເງິນຂໍ້ມູນແຈ້ງເຕືອນຜ່ານອີເມລທຸກຄັ້ງທີ່ມີການເຂົ້າໃຊ້ງານບັນຊີການເງິນຕ່າງໆ ຈະຊ່ວຍໃຫ້ຮູ້ໄດ້ວ່າມີຜູ້ອື່ນພະຍາຍາມໂຈລະກຳເງິນອອນລາຍຢູ່ຫຼືບໍ.