ເຈົ້າໜ້າທີ່ອຸດົມໄຊ ລົງກວດສານຕົກຄ້າງໃນໃນພືດຜັກ ແລະໝາກໄມ້

242

ທີມງານຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ ໄດ້ເຄື່ອນໄຫວລົງເກັບກຳຕົວຢ່າງສານເຄມີຕົກຄ້າງໃນພືດຜັກ ແລະ ໝາກ ໄມ້ສົດ ທີ່ຕະຫຼາດບ້ານຖິ່ນ ເມືອງໄຊ ໃນວັນທີ 24 ມີນາຜ່ານມາ ໂດຍມີທ່ານ ສຸລິວົງ ຍົດບຸນ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ, ມີທ່ານ ຫຸມແພງ ເພັດດາລາ ຮອງຫົວໜ້າຂະແໜງປູກຝັງ ແລະ ພະນັກງານວິຊາການ ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການສາທາເມືອງໄຊ ອົງການທີ່ກ່ຽວຂ້ອງ ຕະຫຼອດຮອດພໍ່ຄ້າຊາວຂາຍເຂົ້າຮ່ວມ.

ການລົງກສດກາດັ່ງກ່າວແມ່ນປະຕິບັດຕາມພາລະໜ້າທີ່ຂອງຂະແໜງການ ກະສິກຳ-ປ່າໄມ້ ເພື່ອເຮັດໃຫ້ປະຊາຊົນມີຄວາມປອດໄພ ແລະອຸ່ນໃຈໃນການບໍລິໂພກພືດຜັກ ແລະໝາກໄມທີ່ມີຂາຍຕາມທ້ອງຕະຫຼາດ ເຊິ່ງອາດຈະມີສ່ວນທີ່ປະຊາຊົນປູກເອງຢູ່ບ້ານເຮົາ ແລະນຳເຂົ້າຈາກຕ່າງປະເທດ.

ທັ້ງນີ້ການກວດແມ່ນຈະກວດຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ເປັນຕົ້ນແມ່ນສານເຄມີ ຢາປາບ ສັດຕູພືດ ເຂົ້າໃນການຜະລິດກະສິກໍາ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນເຮົາ ໃນການບໍລິ ໂພກພືດຜັກ ແລະ ໝາກໄມ້ ຢູ່ຕາມທ້ອງຕະຫຼາດ ທີ່ນໍາເຂົ້າຈາກຕ່າງປະເທດ ແລະ ຜະລິດພາຍໃນປະເທດ ເວົ້າສະເພາະຢູ່ພາຍໃນແຂວງອຸດົມໄຊ, ເພື່ອໃຫ້ສັງຄົມຮັບຮູ້ເຖິງຄວາມອັນຕະລາຍ, ຜົນກະທົບຈາກການໄດ້ຮັບສານເຄມີ ເຂົ້າໃນຮ່າງກາຍຂອງຄົນເຮົາໃນການຊື້ພືດຜັກ ແລະ ໝາກໄມ້ ຢູ່ຕາມທ້ອງຕະຫຼາດມາບໍລິໂພກ ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດເປັນຕົ້ນແມ່ນ ການເກີດພະຍາດມະ ເຮັງຕ່າງໆ, ຜິວໜັງອັກເສບ, ເປັນອຳມະພາດ ແລະ ອື່ນໆ.

ອັນສຳຄັນແມ່ນໃຫ້ປະຊາຊົນຜູ້ບໍລິໂພກ ສາມາດເລືອກຊື້ພືດຜັກ ແລະ ໝາກໄມ້ ໄປບໍລິໂພກຢ່າງສະບາຍໃຈ ທັງຈະຊ່ວຍໃຫ້ການຜະລິດກະສິກໍາ ແລະ ປ່າໄມ້ ໄປຕາມທິດກະສິກໍາສະອາດ, ສີຂຽວ ສາ ມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ຂອງແຂວງ ແລະເມືອງນຳ.

ທ່ານ ຫຸມແພງ ເພັດດາລາ ຮອງຫົວໜ້າຂະແໜງປູກຝັງ ໄດ້ໃຫ້ສຳພາດວ່າ: ການລົງກວດສອບສານເຄມີຕົກຄ້າງໃນຄັ້ງນີ້ ແມ່ນເພື່ອຄວາມປອດໄພຂອງຜູ້ບໍລິໂພກໃນແຂວງອຸດົມໄຊ.

ພືດຜັກທີ່ເກັບມາເປັນຕົວຢ່າງຄັ້ງນີ້ລວມມີຜັກກະລຳປີ, ກະລໍາດອກ, ໝາກຂາມ, ຖົ່ວເບີ, ໝາກເຜັດໃຫຍ່, ແລະ ໝາກໄມ້ທີ່ນຳເຂົ້າຈາກຕ່າງປະເທດອີກຈຳນວນໜຶ່ງ. ສຳລັບພືດຜັກ ແລະ ໝາກ ໄມ້ ຊະນິດຕ່າງໆແມ່ນສາມາດບໍລິໂພກໄດ້ ແຕ່ຕ້ອງຜ່ານການປຸງແຕ່ງທີ່ຖືກຕ້ອງ ແລະ ສະອາດສາກ່ອນ ເພື່ອຫຼຸດຜ່ອນສານເຄມີຕົກຄ້າງໃນພືດຜັກຕ່າງໆ.

ຂ່າວ: ແສງອາທິດ