ຂົວນ້ຳງື່ມເຂດບ້ານພຽງຫຼວງ ກໍ່ສ້າງສຳເລັດກວ່າ 70%

459

ໃນວັນທີ 24 ມີນາ 2021 ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ພ້ອມດ້ວຍຄະນະ ໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການຂົວຂ້າມນ້ຳງື່ມ ຕາມເສັ້ນທາງເລກ 7 ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ເຊິ່ງຂົວເກົ່າແມ່ນໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້ານ້ຳງື່ມ 4 ຈຶ່ງຈຳເປັນຕ້ອງສ້າງຂົວໃໝ່ເພື່ອປ່ຽນແທນ.

ຂົວໃໝ່ມີຄວາມຍາວທັງໝົດ 124,85 ແມັດ ເປັນຂົວເບຕົງເສີມເຫຼັກ, ຂົວແບ່ງອອກເປັນ 4 ໄລຍະ ຄື: ໄລຍະທີ 1 ຍາວ 25,60 ແມັດ ແລະ ອີກ 3 ໄລຍະຍາວ 33 ແມັດ ມີຄວາມກວ້າງ 11,50 ແມັດ, ໜ້າຂົວລວມຂອບທາງກວ້າງ 10,90 ແມັດ ມີສອງ ຊ່ອງລົດແລ່ນກວ້າງ 8 ແມັດ ມີທາງຄົນຍ່າງ 2 ເບື້ອງ ກວ້າງເບື້ອງລະ 1,25 ແມັດ; ທາງເຂົ້າສົ້ນຂົວທັງສອງເບື້ອງຍາວ 1.042,8 ແມັດ ກວ້າງ 10 ແມັດ ໜ້າທາງປູຢາງສອງຊັ້ນກວ້າງ 8 ແມັດ ບ່າທາງເບື້ອງລະ 1 ແມັດ.

อาจเป็นรูปภาพของ 7 คน, ผู้คนกำลังยืน และกลางแจ้ง

ຂົວເລີ່ມກໍ່ສ້າງມາແຕ່ເດືອນພະຈິກ 2019 ຄາດວ່າຈະສຳເລັດໃນເດືອນກໍລະກົດ 2021 ລວມມູນຄ່າການກໍ່ສ້າງ 20 ຕື້ ກວ່າກີບ ໂດຍການຮັບເໝົາກໍ່ສ້າງຂອງ ບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ, ມີບໍລິສັດປຶກສາ ລັດວິສາຫະກິດວິສະວະກຳຄົມມະນາຄົມ, ເຈົ້າຂອງໂຄງການແມ່ນລັດວິສາຫະກິດໄຟຟ້າລາວ, ການຍົກຄານຂົວແມ່ນມີຄວາມຫຍຸ້ງຍາກຫຼາຍ ເພາະຄານຂົວມີນ້ຳໜັກຫຼາຍໂຕນ ການຈັດຫາລົດເພື່ອມາຍົກຈຶ່ງຫຍຸ້ງຍາກ.

อาจเป็นรูปภาพของ กลางแจ้ง

ທ່ານ ພູວັນ ສີຫານາດ ປະທານ ບໍລິສັດ ລາວເຟີດ ຈຳກັດ ໃຫ້ສຳພາດວ່າ: ບໍລິສັດຂອງຂ້າພະເຈົ້າໄດ້ມາຍົກຄານຂົວໃຫ້ກັບການກໍ່ສ້າງຂົວຂ້າມນ້ຳງື່ມຂອງ ບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ ເຊິ່ງບໍລິສັດຂອງຂ້າພະເຈົ້າແມ່ນມີຄວາມຊຳນານ ແລະ ມີເຄື່ອງກົນຈັກໜັກທີ່ທັນສະໄໝ ເຊິ່ງເຄີຍຍົກພະເຈົ້າອົງຫຼວງທີ່ວັດໄຫຫີນ ແລະ ບ່ອນອື່ນໆໃນປະເທດມາຫຼາຍຄັ້ງແລ້ວ ການຍົກຄານຂົວແຫ່ງນີ້ແມ່ນມີຄວາມຫຍຸ້ງຍາກສົມຄວນ ເພາະຈຸດທີ່ລົດກົນຈັກໜັກເຂົ້າເຮັດວຽກແມ່ນດິນຖົມໃໝ່ສູງຊັນ, ດັ່ງນັ້ນຈຶ່ງບໍ່ຮັບປະກັນການຍົກຄານທີ່ມີນ້ຳໜັກຫຼາຍໂຕນແຕ່ກໍໄດ້ພະຍາຍາມໃນທີ່ສຸດກໍຈະຍົກສຳເລັດດ້ວຍດີ.

อาจเป็นรูปภาพของ กลางแจ้ง

ທ່ານ ລຳມອນ ໂພຄາເພັດ ຫົວໜ້າທີມວິສະວະກອນທີ່ປຶກສາໂຄງການ ໄດ້ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ໂຄງການຫຼ້າຊ້າຍ້ອນການລະບາດຂອງພະຍາດໂຄວິດ – 19 ໃນທົ່ວໂລກ ກໍຄືໃນປະເທດລາວມີຜົນກະທົບສ່ວນໜຶ່ງ ເຮັດໃຫ້ກຳມະກອນຊາວຫວຽດນາມກັບຄືນປະເທດ ແລະ ບໍ່ໄດ້ກັບມາອີກ ກຳມະກອນລາວກໍກັບບ້ານ ບາງຄົນມາບາງຄົນກໍບໍ່ມາຍ້ອນມີຄວາມຫຍຸ້ງຍາກ ຈຶ່ງເຮັດໃຫ້ການກໍ່ສ້າງຫຼ້າຊ້າ ຄາດວ່າທ້າຍເດືອນກໍລະກົດ 2021 ຈະກໍ່ສ້າງຂົວໃຫ້ສຳເລັດ ການເດີນທາງໄປ – ມາກໍຈະສະດວກຂຶ້ນ ແລະ ຂົວດັ່ງກ່າວຈະເປັນຈຸດຊົມທິວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ.

[ ຂ່າວ: ບຸນມີ ແສງທຸມມີ ]