ຄວກ ຄວ້າແຊັມບານເຕະຊາຍ ກັບບົດສະຫຼຸບ ງານກີລານັກສຶກສາທົ່ວ ມຊ 2020-2021

454

ການແຂ່ງຂັນກິລານັກສຶກສາ ທົ່ວມະຫາວິທະຍາ ໄລແຫ່ງຊາດ ຄັ້ງທີ XII ປະຈຳສົກສຶກສາ 2020 – 2021 ກຽມເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 8 ກຸມພາ 2021 ໂດຍມີການຊີງໄຊ 4 ປະເພດກີລາຄື: ບານເຕະຊາຍ – ຍິງ, ບານສົ່ງຊາຍ – ຍິງ, ກະຕໍ້ຊາຍ – ຍິງ ແລະ ເປຕັງ ເຊິ່ງລາຍການເອກເປັນການແຂ່ງຂັນບານເຕະຊາຍຂອງ ນັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ປະຈໍາປີ 2021 ມີເຖິງ 13 ຄະນະວິຊາເຂົ້າຮ່ວມຊີງໄຊ ແບ່ງເປັນ 4 ກຸ່ມ.

ຫຼ້າສຸດເມື່ອວັນທີ 24 ມີນາ 2021 ເປັນການແຂ່ງຂັນນັດຊີງຊະນະເລີດຂອງບານເຕະຊາຍເປັນການພົບກັນລະຫວ່າງ ຄະນະວິທະຍາສາດການກີລາ – ກາຍະກຳ ( ຄວກ ) ພົບກັບ ຄະນະກະເສດສາດ ( ຄກສ ) ການແຂ່ງຂັນປາກົດວ່າ: ຄວກ ໄດ້ປະຕູຂຶ້ນນໍາ 1-0 ຕັ້ງແຕ່ນາທີໆ 8, ສ່ວນໄລຍະເວລາທີ່ເຫຼືອທັງສອງທີມເຮັດຫຍັງກັນບໍ່ໄດ້ຈົບເກມ ຄວກ ເອົາຊະນະໄປ 1-0 ຄວ້າແຊັມໄປຄອງ. ຂະນະທີ່ ອັນດັບ 3 ເປັນຂອງ ຄະນະນິຕິສາດ, ສ່ວນບານເຕະຍິງ ຊະນະເລີດ ຄະນະວິິສະວະກໍາສາດ, ອັນດັບ 2 ຄະນະວິທະຍາສາດການກີລາ-ກາຍະກໍາ ແລະ ອັນດັບ 3 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ສ່ວນການແຂ່ງຂັນກີລາປະເພດອື່ນໆມີດັ່ງນີ້:

-ບານສົ່ງຊາຍ: ອັນດັບ 1 ຄະນະວິສະວະກໍາສາດ, ອັນດັບ 2 ວິທະຍາສາດການກີລາ-ກາຍະກໍາ ແລະ ອັນດັບ 3 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

-ບານສົ່ງຍິງ: ອັນດັບ 1 ຄະນະເສດຖະສາດ, ອັນດັບ 2 ຄະນະວິທະຍາສາດການກີລາ-ກາຍະກໍາ ແລະ ອັນດັບ 3 ຄະນະວິສະວະກໍາສາດ

-ກະຕໍ້ຊາຍ: ອັນດັບ 1 ຄະນະເສດຖະສາດ, ອັນດັບ 2 ຄະນະວິສະວະກໍາສາດ ແລະ ອັນດັບ 3 ຄະນະອັກສອນສາດ

-ກະຕໍ້ຍິງ: ອັນດັບ 1 ຄະນະວິທະຍາສາດການກີລາ-ກາຍະກໍາ, ອັນດັບ 2 ຄະນະນິຕະສາດ ແລະ ອັນດັບ 3 ຄະນະອັກສອນສາດ

-ເປຕັງຊາຍ: ອັນດັບ 1 ຄະນະວິທະຍາສາດການກີລາ-ກາຍະກໍາ, ອັນດັບ 2 ຄະນະນິຕະສາດ ແລະ ອັນດັບ 3 ຄະນະກະເສດສາດ

-ເປຕັງຍິງ: ອັນດັບ1 ຄະນະວິທະຍາສາດການກີລາ-ກາຍະກໍາ, ອັນດັບ2 ວິທະຍາສາດທໍາມະຊາດ ແລະ ອັນດັບ 3 ເສດຖະສາດ

-ເປຕັງທີມປະສົມ: ອັນດັບ 1 ຄະນະນິຕິສາດ, ອັນດັບ 2 ຄະນະວິສະວິກໍາສາດ ແລະ ອັນດັບ 3 ຄະນະກະເສດສາດ

ຂ່າວ: ຄໍາສອນ; ຮູບ: ສຸນັນໄຊ