ຂົວນ້ຳງື່ມເຂດບ້ານພຽງຫຼວງ ແຂວງຊຽງຂວາງ ກໍ່ສ້າງສຳເລັດກວ່າ 71 %

123

ໃນວັນທີ24ມີນາ2021 ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ພ້ອມດ້ວຍຄະນະ ໄດ້ລົງກວດກາ ຕິດຕາມການກໍ່ສ້າງໂຄງການຂົວຂ້າມນ້ຳງື່ມຕາມເສັ້ນທາງເລກ7 ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ເຊິ່ງຂົວເກົ່າແມ່ນຈະໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້ານ້ຳງື່ມ4 ຈິ່ງຈຳເປັນຕ້ອງສ້າງຂົວໃໝ່ເພື່ອປ່ຽນແທນ.


ຂົວໃໝ່ມີຄວາມຍາວທັງໝົດ124,85ເເມັດ ເປັນຂົວເບຕົ່ງເສີມເຫຼັກ, ຂົວແບ່ງອອກເປັນ4ຊ່ວງຄື: ຊ່ວງທີ່1ຍາວ25,60ແມັດ ແລະ ອີກ3ຊ່ວງຍາວ33ແມັດ ມີຄວາມກວ້າງ11,50ແມັດ, ໜ້າຂົວລວມຂອບທາງກວ້າງ10,90ແມັດ ມີສອງຊ່ອງລົດແລ່ນກວ້າງ8ແມັດ ມີທາງຄົນຍ່າງ2ເບື້ອງ ກວ້າງເບື້ອງລະ1,25ແມັດ; ທາງເຂົ້າສົ້ນຂົວທັງສອງເບື້ື້ອງຍາວ1.042,8ແມັດ ກວ້າງ10ແມັດ ໜ້າທາງປູຢາງສອງຊັ້ນກວ້າງ8ແມັດ ບ່າທາງເບື້ອງລະ1ແມັດ.


ຂົວເລີ່ມກໍ່ສ້າງມາແຕ່ເດືອນພະຈິກ2019 ຄາດວ່າຈຳສຳເລັດໃນເດືອນກໍລະກົດ2021 ລວມມູນຄ່າການກໍ່ສ້າງ20ຕື້ກວ່າກີບ ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ, ມີບໍລິສັດປຶກສາ ລັດວິສາຫະກິດວິສະວະກຳຄົມມະນາຄົມ, ເຈົ້າຂອງໂຄງການແມ່ນ ລັດວິສາຫະກິດໄຟຟ້າລາວ, ການຍົກຄານຂົວແມ່ນມີຄວາມຫຍຸ້ງຍາກຫຼາຍ ເພາະຄານຂົວມີນ້ຳໜັກຫຼາຍໂຕ່ນ ການຈັດຫາລົດເພື່ອມາຍົກຈິ່ງຫຍຸ້ງຍາກ.


ທ່ານ ພູວັນ ສີຫານາດ ປະທານບໍລິສັດ ລາວເຟີດ ຈຳກັດ ໃຫ້ສຳພາດວ່າ: ບໍລິສັດຂອງຂ້າພະເຈົ້າໄດ້ມາຍົກຄານຂົວ ໃຫ້ກັບການກໍ່ສ້າງຂົວຂ້າມນ້ຳງື່ມຂອງບໍລິສັດອຳມະຕະລາວລ້ານຊ້າງຈຳກັດ ເຊິ່ງບໍລິສັດຂອງຂ້າພະເຈົ້າແມ່ນມີຄວາມຊຳນານ ແລະ ມີເຄື່ອງກົນຈັກໜັກທີ່ທັນສະໄໝ ເຊິ່ງເຄີຍຍົກພະເຈົ້າອົງຫຼວງ ທີ່ວັດໄຫຫີນ, ແລະ ບ່ອນອື່ນໆໃນປະເທດມາຫຼາຍຄັ້ງແລ້ວ ການຍົກຄານຂົວແຫ່ງນີ້ ແມ່ນມີຄວາມຫຍຸ້ງຍາກສົມຄວນ ເພາະຈຸດທີ່ລົດກົນຈັກໜັກເຂົ້າເຮັດວຽກ ແມ່ນດິນຖົມໃໝ່ ສູງ ຊັນ ດັ່ງນັ້ນຈິ່ງບໍ່ຮັບປະກັນການຍົກຄານທີ່ມີນ້ຳໜັກຫຼາຍໂຕນ ແຕ່ກໍໄດ້ພະຍາຍາມໃນທີ່ສຸດກໍ່ຈະຍົກສຳເລັດດ້ວຍດີ.


ທ່ານ ລຳມອນ ໂພຄາເພັດ ຫົວໜ້າທີມວິສະວະກອນທີ່ປຶກສາໂຄງການ ໄດ້ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ໂຄງການລ່າຊ້າຍ້ອນການລະບາດຂອງຜະຍາດໂຄວິດ19ໃນທົ່ວໂລກ ກໍຄືໃນປະເທດລາວມີຜົນກະທົບສ່ວນໜຶ່ງ ເຮັດໃຫ້ກຳມະກອນຊາວຫວຽດນາມກັບຄືນປະເທດ ແລະ ບໍ່ໄດ້ກັບມາອີກ ກຳມະກອນລາວກໍ່ກັບບ້ານ ບາງຄົນມາ ບາງຄົນກໍບໍ່ມາຍ້ອນມີຄວາມຫຍຸ້ງຍາກຈິ່ງເຮັດໃຫ້ການກໍ່ສ້າງລ່າຊ້າ ຄາດວ່າທ້າຍເດືອນກໍລະກົດ2021ຈະກໍ່ສ້າງຂົວໃຫ້ສຳເລັດ ການເດີນທາງໄປມາກໍຈະສະດວກຂື້ນ ແລະ ຂົວດັ່ງກ່າວຈະເປັນຈຸດຊົມທີວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ.

ຂ່າວ: ບຸນມີ ແສງທຸມມີ