ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຜູ້ໃໝ່ ຂື້ນຮັບໜ້າທີ່ຢ່າງເປັນທາງການ

542

 

ປະຕິບັດຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະພາແຫ່ງຊາດໄດ້ຮັບຮອງເອົາໂຄງປະກອບການຈັດຕັ້ງຂອງຄະນະລັດຖະບານໄປເປັນທີ່ຮຽບຮ້ອຍແລ້ວ ແລະບັນດາລັດຖະມົນຕີກໍ່ທະຍອຍມອບ-ຮັບໜ້າທີ່ ເພື່ອສືບຕໍ່ຊີ້ນຳນຳພາວຽກງານທີ່ໄດ້ຮັບມອບໝາຍໃຫ້ມີບາດກ້າວໃໝ່ຕໍ່ໄປ. ສຳລັບກະຊວງອຸດສາຫະກຳ ແບະການຄ້າໄດ້ມີພິທີມອບຮັບໜ້າທີ່ລະຫວ່າງທ່ານ ປອ. ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ)ຜູ້ໃໝ່ ແລະ ທາງ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ອຄ ຜູ້ເກົ່າ ໄດ້ມີການມອບ-ຮັບໃນວັນທີ 25 ມີນາ 2021 ນີ້ໂດຍແມ່ນທ່ານ ປອ. ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຕ່າງໜ້າຈາກຫ້ອງວ່າການຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງທົ່ວປະຊວງ ອຄ ເຂົ້າຮ່ວມ.

 


ໃນພິທີ ທ່ານ ນາງເຂັມມະນີ ພົນເສນາ ໄດ້ກ່າວລາຍງານສະພາບການນໍາພາລວມໃນຂະແໜງ ອຄ ຜ່ານມາໂດຍສັງເຂບ ເຊິ່ງໃນນັ້ນໄດ້ຍົກໃຫ້ເຫັນ ຈໍານວນລັດຖະກອນທົ່ວຂະແໜງ ອຄ ມີ 2.631 ຄົນ, ເປັນຍິງ 805 ຄົນ, ໃນນັ້ນ ສັງກັດຢູ່ກະຊວງ 451 ຄົນ, ຢູ່ຂັ້ນແຂວງ 933 ຄົນ, ຂັ້ນເມືອງ 1.241 ຄົນ.
ທ່ານກ່າວວ່າ: ບາງບັນຫາທີ່ສະເໜີໃຫ້ ທ່ານ ລັດຖະມົນຕີກະຊວງ ອຄ ຜູ້ໃໝ່ສືບຕໍ່ນໍາພາຕາມພາລະບົດບາດ ເປັນຕົ້ນແມ່ນ ສືບຕໍ່ປະຕິບັດນະໂຍບາຍນິຕິກໍາຂອງລັດຖະບານເຊັ່ນ: ວຽກງານຄຸ້ມຄອງທຸລະກິດໄມ້, ຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ, ການຄຸ້ມຄອງການນໍາເຂົ້າ – ສົ່ງອອກ, ຄຸ້ມຄອງແຮງງານ, ຄຸ້ມຄອງວຽກງານເຄມີ, ວຽກງານ ປົກປ້ອງຜູ້ຊົມໃຊ້, ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ວຽກງານກວດກາການຄ້າ, ສົ່ງເສີມ ເອັສເອັມອີ, ພ້ອມດ້ວຍກອງທຶືນ, ວຽກງານສົ່ງເສີມການຜະລິດສິນຄ້າ, ວຽກງານສ້າງສະພາບແວດລ້ອມໃຫ້ແກ່ການສ້າງຕັ້ງ ແລະ ການດໍາເນີນທຸລະກິດ ຕິດພັນກັບການສ້າງບັນຍາກາດການລົງທຶນ, ວຽກງານຄຸ້ມຄອງນິຄົມອຸດສາຫະກຳ ແລະ ວຽກງານ ປະຕິຮູບລັດວິສາຫະກິດທີ່ຂຶ້ນກັບກະຊວງ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະ ການປະຕິບັດ ໜ້າທີ່ຂອງ ລມຕ ເສດຖະກິດອາຊຽນ ແລະ ທັງການເສີມຂະຫຍາຍການຮ່ວມມືກັບ ສຄອຊ. ພ້ອມທັງໜ້າທີ່ວຽກງານທີ່ຮັບເພີ່ມຕໍ່ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.


ພ້ອມນັ້ນຍັງສະເໜີບາງບັນຫາທີ່ຍັງທ້າທາຍເປັນຕົ້ນແມ່ນການແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ການຮັກສາສະຖຽນລນະພາບຂອງເສດຖະກິດມະຫາພາກເປັນຕົ້ນແມ່ນ ການຮັກສາຄວາມໝັ້ນທ່ຽງຂອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ການຂາດດູນການຄ້າກັບຕ່າງປະເທດ, ການພັດທະນາພາກທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດແຂ່ງຂັນເຂົ້າຮ່ວມໃນຕ່ອງໂສ້ການຜະລິດຂອງພາກພື້ນ ແລະ ສາກົນ. ສະມັດຕະພາບ ຂອງການຜະລິດພາຍໃນຍັງມີຂໍ້ຈໍາກັດ ເຮັດໃຫ້ເມື່ອມີການເປີດຕະຫຼາດແລ້ວ ຍັງບໍ່ສາມາດເຂົ້າຕະຫຼາດໄດ້, ການປະສານກົມກຽວລະຫວ່າງກະຊວງ ອຄ ກັບຂະແໜງການກ່ຽວຂ້ອງໃນທ້ອງຖິ່ນ.


ທ່ານ ປອ. ຄໍາແພງ ໄຊສົມແພງ ໄດ້ກ່າວຮັບໜ້າທີ່ ລັດຖະມົນຕີກະຊວງ ອຄ ວ່າ: ເພື່ອເຮັດໃຫ້ຄວາມມຸ້ງມາດປາດຖະນາ, ຄວາມເຊື່ອໝັ້ນ ຈາກການຈັດຕັ້ງ ຂ້າພະເຈົ້າຈະຮ່ວມກັບຄະນະນໍາກະຊວງ ອຄ ຈະພ້ອມກັນສືບຕໍ່ເຕົ້າໂຮມຄວາມສາມັກຄີ ຄວາມເປັນເອກະພາບພາຍໃນສຸມທຸກກໍາລັງ ແລະ ຄວາມສາມາດເຂົ້າໃນ ການຊີ້ນໍາວຽກງານອຸດສາຫະກຳ ແລະ ການຄ້າ, ວຽກງານ ອື່ນໆ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ແລະ ມີການຫັນປ່ຽນຢ່າງ ຕັ້ງໜ້າ.


ໃນຕອນທ້າຍພິທີ ທ່ານ ປອ. ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໃນການປະຕິບັດໜ້າທີ່ ຂອງທ່ານ ລັດຖະມົນຕີກະຊວງ ອຄ ຜູ້ເກົ່າທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ ທ່ານ ລັດຖະມົນຕີກະຊວງ ອຄ ຜູ້ໃໝ່ ສືບຕໍ່ເພີ່ມທະວີຄວາມເປັນເອກະພາບ ໃນພັກ, ມີຄວາມໜັກແໜ້ນສູງເປັນແກ່ນນໍາ, ພິຈາລະນາຕົກລົງບັນຫາວຽກງານຕ່າງໆ ໃຫ້ມີຜົສໍາເລັດ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ , ຈັນຍາບັນ, ຈັນຍາທໍາ, ການດໍາລົງຊີວິດປອດໃສຂາວສະອາດ ຍົກສູງສະຕິຊາດ ບຸກບືນຕໍ່ວຽກງານ ຕ້ານ ແລະ ສະກັດກັນຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ, ສົ່ງເສີມຂະບວນການຜະລິດສິນຄ້າໃຫ້ຕິດພັນກັບຕະຫຼາດ, ມີການປຸງແຕ່ງເປັນອຸດສາຫະກໍາເທື່ອລະກ້າວ ເພື່ອກ້າວໄປສູ່ການສົ່ງອອກ, ພ້ອມນັ້ນ ໃຫ້ເບິ່ງ ການຜະລິດຂອງທຸລະກິດວ່າມີແນວໃດ ພາກລັດຈະມີນະໂຍບາຍກະທົບໃສ່ແນວໃດ ເພື່ອສົ່ງເສີມໃຫ້ເຂົາເຈົ້າຜະລິດສິນຄ້າແທ້.

ພ້ອມນັ້ນສືບຕໍ່ຄຸ້ມຄອງລາຄາສິນຄ້າ, ດັດສົມລາຄາໃນທ້ອງຕະຫຼາດ, ຕ້ອງແກ້ໄຂໃຫ້ໄດ້ ໂດຍສະເພາະໜໍ່ແໜງການຜະລິດ ຮັບປະກັນໃຫ້ມີທັງປະລິມານ ແລະ ຄຸນນະພາບ ຊ່ວຍປະຊາຊົນຊອກຕະຫຼາດ ຜະລິດມາແລ້ວໃຫ້ມີຕະຫຼາດຮອງຮັບ, ພ້ອມທັງ ສຸມໃສ່ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ ໂດຍກະກຽມເນື້ອໃນບົດລາຍງານການເມືອງ, ກະກຽມບຸກຄະລາກອນເພື່ອຄັດເລືອກເຂົ້າຄະນະພັກຊຸດໃໝ່ ໃຫ້ຮັບປະກັນເງື່ອນໄຂ ມາເຕະຖານໃຫ້ມີຄຸນນະພາບ.