ຮອງເຈົ້າແຂວງອັດຕະປື ເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1.2.3

431

ວັນທີ 23 ມີນາ 2021 ນີ້ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ,ນໍ້າກົງ 1,ນໍ້າກົງ 2 ແລະ ນໍ້າກົງ 3,ເພື່ອຊຸກຍູ້ຕິດຕາມ ແລະ ຫາລືການແກ້ໄຂຜົນກະທົບຈາກການສ້າງເຂື່ອນດັ່ງກ່າວ,ໂດຍໄດ້ຮັບການຕ້ອນຮັບຂອງບັນດາຜູ້ຈັດການບໍລິສັດທັງ 3 ເຂື່ອນໄຟຟ້າດັ່ງກ່າວ.


ໂອກາດດຽວກັນທ່ານຮອງເຈົ້າແຂວງອັດຕະປື ກໍ່ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການດໍາເນີນໂຄງການເຂື່ອນໄຟຟ້ານ້ຳກົງ 1.2.3,ເຊິ່ງໃນໄລຍະຂອງການດໍາເນີນການພັດທະນາໂຄງການທາງບໍລິສັດໄດ້ເອົາໃຈໃສ່ຕໍ່ກັບວຽກງານຄວາມປອດໄພ,ໂດຍສະເພາະແມ່ນການກໍ່ສ້າງຄູກັນນໍ້າ,ການປັບປຸງບັນດາໂຄງສ້າງຂອງເຂື່ອນ,ການບໍລິຫານຈັດການນໍ້າໃນອ່າງຂອງໂຄງການ ລວມທັງວຽກງານດ້ານອື່ນຯແມ່ນເຮັດໄດ້ດີ ແລະ ປະຕິບັດຕາມຄຳເຫັນແນະນຳຂອງຊ່ຽວຊານສາກົນທີ່ປະຈໍາໂຄງການ,ພ້ອມນັ້ນຍັງໄດ້ເພີ່ມມາດຕະການກວດກາເຂື່ອນທຳມະຊາດຂອບອ່າງເກັບນໍ້າທີ່ເປັນພູທຳມະຊາດ,ການຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢູ່ເຮືອນຈັກ,ພິເສດທາງໂຄງການເຂື່ອນໄຟຟ້ານໍ້າກົງ 1,ນໍ້າກົງ 2 ແລະ ນໍ້າກົງ 3 ແມ່ນໄດ້ຖືສໍາຄັນຕາມລະບຽບກັກເກັບນໍ້າຢ່າງເຂັ້ມງວດ,ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ,ສ່ວນການປະຕິບັດພັນທະຕ່າງຯແມ່ນໄດ້ຊຳລະເປັນປົກກະຕິ ແລະ ມີການຂາດເຄື້ອນເປັນບາງງວດ-ບາງເວລາ ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ,ພ້ອມນັ້ນທາງໂຄງການຍັງມີແຜນການຈະໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າທັງສາມແຫ່ງ ດັ່ງກ່າວຢ່າງເຕັມທີ່.


ໂອກາດດັ່ງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ໄດ້ເນັ້ນໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການກໍ່ສ້າງເຂື່ອນດັ່ງກ່າວໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ກຳນົດໄວ້,ພ້ອມທັງເອົາໃຈໃສ່ເບີ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ,ໂດຍສະເພາະແມ່ນຄອບຄົວ ແລະ ບ້ານທີ່ຖືກຍົກຍ້າຍ,ເຮັດໃຫ້ກຸ່ມຄົນເລົ່ານີ້ມີອາຊີບທີ່ໝັ້ນທ່ຽງ ແລະ ຄົງທີ,ເຮັດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ,ຈາກນັ້ນທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຢາມເບິ່ງໜ້າວຽກການກໍ່ສ້າງຕົວຈິງຢູ່ສັນເຂື່ອນແລະອຸມົງ ເຂື່ອນຕື່ມອີກ .
ຂ່າວ: ສີຫົງ