ຫົວໜ້າຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

502

ວັນທີ 24 ມີ 2021ນີ້, ສະຫາຍ ພົນຕີ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດ ລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ແຂວງບໍ່ແກ້ວ, ໂດຍມີສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.


ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ກ່າວວ່າ: ການມາເຄື່ອນໄຫວຂອງຄະນະດັ່ງກ່າວແມ່ນເພື່ອປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ໃນການຮ່ວມມື 4 ຝ່າຍ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 103 ເຫັນໄດ້ເຖິງຜົນສຳເລັດພິເສດ ແມ່ນ 2 ຝ່າຍ ລາວ-ຈີນ, ນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໃນການແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂອງສອງປະເທດ (ລາວ-ຈີນ).

ທັງເປັນການເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ, ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນ ຊາຍແດນຂອງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອ ພ້ອມກັນສ້າງຊາຍແດນລາວ-ຈີນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ, ຕາມການລົງທຶນ ເປັນແຫຼ່ງທ່ອງທ່ຽວ (ສົນທິສັນຍາປັກກິງ) ໃຫ້ກາຍເປັນ 4 ຫຼ່ຽມເສດຖະກິດໃນອະນາຄົດ.


ພ້ອມດຽວກັນນັ້ນ, ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳແຂວງ ຢູນນານ ສປ ຈີນ ຍັງໄດ້ມອບວັດຖຸປັດໃຈຈຳນວນໜຶ່ງໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສແຂວງບໍ່ໍແກ້ວເປັນກຽດຂຶ້ນມອບຂອງ ສະຫາຍ ພົນຕີ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ຢ່າງສົມກຽດ.


ໂດຍ: ວໍລະສິດ ພິດສະຫາຍ.