ສາວງາມແຫ່ງດິນແດນເຂົ້າຂາວສາວງາມ ມາດ້ວຍຄວາມສາມາດທີ່ຫຼາກຫຼາຍ W01 ມີນາ ແສງດວງຈັນ

232

ສາວງາມຕົວແທນຈາກແຂວງຫຼວງນໍ້າທາ ດິນແດນແຫ່ງເຂົ້າຂາວສາວງາມ ມີນາ ແສງດວງຈັນ W01 ຜູ້ຜ່ານເຂົ້າຮອບ 20 ຄົນໃນເວທີປະກວດ Miss World Laos ປັັດຈຸບັນ ອາຍຸ 23 ປີ ຈົບການສຶກສາປະລິນຍາຕີ ທີ ສປ ຈີນ ສາຍການເງິນການທະນາຄານ.

 

ມີນາ ໄດ້ໃຫ້ສໍາພາດວ່າ: ກ່ອນໜ້ານີ້ ແມ່ນບໍ່ເຄີຍແຂ່ງຂັນ ບໍ່ເຄີຍປະກວດເວທີໃດມາກ່ອນ ແຕ່ເຖິງແມ່ນວ່າເວທີນີ້ຈະເປັນເວທີທໍາອິດກໍຈະເຮັດໃຫ້ເຕັມທີ ແລະ ເຮັດໃຫ້ດີທີ່ສຸດ ສໍາລັບຄວາມຮູ້ສຶກເມື່ອຮູ້ວ່າຕົນເອງໄດ້ຜ່ານເຂົ້າຮອບ 20 ຄົນ ນ້ອງຮູ້ສຶກພາກພູມໃຈຫຼາຍ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າມາຮອດຮອບນີ້ ມັນບໍ່ແມ່ນເລື່ອງງ່າຍເລີຍກວ່າຈະມາເຖິງຈຸດນີ້ໄດ້ ແຕ່ກໍຂອບໃຈທາງຄະນະກໍາມະການເບິ່ງເຫັນເຖິງຄວາມສາມາດທີ່ເຮົາມີ ແລະ ໃຫ້ໂອກາດ ເພື່ອຈະໂຊຄວາມສາມາດນັ້ນໃຫ້ທຸກຄົນໄດ້ເຫັນ

ສໍາລັບຄໍາຄົມ ຫຼື ຄະຕິປະຈໍາໃຈຂອງນ້ອງແມ່ນ ‘’ຈົ່ງຢ່າຢ້ານກົວທັງທີ່ຕົວບໍ່ທັນຮູ້ ສູ້ ແລະ ສະຕິເທົ່ານັ້ນຈຶ່ງຈະເອົາຊະນະທຸກຢ່າງໄດ້ ‘’ ທຸກສິງທຸກຢ່າງເຮົາຕ້ອງລົງມືເຮັດກ່ອນ ເພື່ອຈະຮູ້ວ່າເປັນໄປໄດ້ ຫຼື ບໍ່ ແລະ ບໍ່ຕ້ອງຢ້ານ ຫຼື ກັງວົນ ຖ້າລົ້ມເຫຼວກໍຖືວ່າເປັນບົດຮຽນ ແຕ່ສິງສໍາຄັນຄືເຮົາຕ້ອງມີສະຕິ ຢູ່ສະເໜີບໍ່ວ່າກຳລັງເຮັດຫຍັງຢູ່.

ໃນການປະກວດເວທີນີ້ສິ່ງທີ່ໄດ້ແມ່ນບົດຮຽນ ແລະ ປະສົບການຫຼາຍຢ່າງແກ່ໂຕນ້ອງ ເຊັ່ນ: ທັກສະໃນການເວົ້າ ມາລະຍາດການໄປລາມາຄອບ ຮູ້ຈຸດປະສົງ ແລະ ຄວາມມຸ້ງໝາຍໃນສິ່ງທີ່ຕົນເອງຮັກ ແລະ ມັກ ນັ້ນກໍຄືການໄດ້ເຂົ້າມາເປັນຄອບຄົວຂອງ Miss World Laos ໄດ້ແລກປ່ຽນ ແລະ ໄມຕີຈິດມິດຕະພາບຈາກໝູ່ເພື່ອທີ່ເຂົ້າປະກວດອີກດ້ວຍ

ສິ່ງທີ່ຈະພັດທະນາຕໍ່ໄປ ແມ່ນຈະພັດທະນາດ້ານບຸກຂະລິກກະພາບ, ການເວົ້າຈາ , ການຍ່າງ, ທ່າໂພສ ອື່ນໆ ແລະ ນ້ອງຈະງັດເອົາສະເໜ່ຄວາມຮູ້ຄວາມສາມາດໃນຕົວອອກມາໂຊສູ່ສາຍຕາມະຫາຊົນ ນີ້ເປັນສິ່ງທີ່ນ້ອງຄິດວ່າຈະເອົາຊະນະໃຈຄະນະກໍາມະການ ແລະ ສາມາດຄວ້າ ມົງກຸດມາຄອງໄດ້ ສ່ວນຕົວຄິດວ່າມີຈຸດເດັ່ນທີ່ຈະເອົາຊະນະໃຈກໍາມະການນັ້ນກໍຄືການທີ່ເປັນຕົວຂອງຕົວເອງ ການມີຮູບຮ່າງໜ້າຕາທີ່ເປັນເອກະລັກຂອງຕົນເອງ ຄວາມຕັ້ງໃຈ ແລະມີຄວາມສາມາດຫຼາຍໆຢ່າງເຊັ່ນ ເວົ້າພາສາຈີນ, ພາສາອັງກິດ,  ສາມາດຫຼິ້ນກີຕ້າ, ປີອາໂນ, ຕີກອງ ແລະ ຫຼິ້ນຢູຄູ່ເລ່ເລ້ ແລະ ຮ້ອງເພງໄດ້.

ກ່ອນເຂົ້າປະກວດນ້ອງໄດ້ກະກຽມຕົນເອງຫຼາຍຢ່າງບໍ່ວ່ຈະເປັນການຮຽນຍ່າງ, ໂພສທ່າ ເບິ່ງວີດີໂອລຸ້ນເອື້້ອຍທີ່ເຄີຍປະກວດມາກ່ອນອອກກໍາລັງກາຍ ແລະ ຍັງມີອີກຫຼາຍໆຢ່າງເລີຍ  ສໍາລັບກິດຈະກໍາຍາມວ່າງທີ່ມັກເຮັດ ແມ່ນອ່ານໜັງສື ເຂົ້າຟິດເນັດ ແລະ ຫຼິ້ນດົນຕີ.

ສຸດທ້າຍ ຂໍຝາກທຸກຄົນຊ່ວຍໂຫວດ ຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ມີນາແດ່ ເພື່ອຈະໄດ້ຜ່ານເຂົ້າຮອບເລິກໆ ແລະ ສານຝັນໃຫ້ເປັນຈິິງ ສາມາດຕິດຕາມການເຄືອນໄຫວຕ່າງໆໄດ້ຜ່ານທາງ ເຟສບຸກ Mina Slc