ເອັຟຊີ ຈັນທະບູລີ ເປີດຕົວຄູຝຶກໃໝ່, ນັກເຕະ ແລະ ຜູ້ສະໜັບສະໜູນ ພ້ອມລ່າແຊັມລີກສະໄໝທີ 6

267

ເອັຟຊີ ຈັນທະບູລີ ( ລາວໂຕໂຢຕ້າ ເອັຟຊີ ຊື່ເກົ່າ ) ແຊັມເກົ່າ ແລະ ແຊັມລີກສູງສຸດຂອງ ສປປ ລາວ 5 ສະໄໝ ຈັດພິທີເປີດຕົວຄູຝືກໃໝ່, ນັກເຕະ ແລະ ເຊັນສັນຍາກັບຜູ້ສະໜັບສະໜູນຢ່າງເປັນທາງການ ໃນວັນທີ 24 ມີນາ 2021 ທີ່ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ (ສຳນັກງານໃຫຍ່ ທົ່ງຂັນຄຳ).

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຢາສຸໂອະ ພິລາພັນເດຊ ຮອງປະທານສະໂມສອນ ເອັຟຊີ ຈັນທະບູລີ ພ້ອມດ້ວຍຄະນະ, ຕາງໜ້າຜູ້ສະໜັບສະໜູນ 10 ກວ່າບໍລິສັດ, ຄະນະຄູຝືກ ແລະ ນັກເຕະຂອງທີມລວມເຖິງ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ຮອງປະທານສະໂມສອນ ເອັຟຊີ ຈັນທະບູລີ ໄດ້ລາຍງານປະຫວັດຄວາມເປັນມາໂດຍຫຍໍ້ຂອງສະໂມສອນ ແລະ ການປ່ຽນຊື່ ລວມເຖິງການປ່ຽນໂລໂກ້ສະໂມສອນ ເພື່ອມະຫາຊົນໃຫ້ຫຼາຍຂຶ້ນ ບໍ່ສະເພາະແຕ່ບໍລິສັດໜຶ່ງບໍລິສັດດຽວ ຈິ່ງຕັດສິນໃຈໃຊ້ຊື່ “ ເອັຟຊີ ຈັນທະບູລີ ” ເຊິ່ງເມື່ອກ່ອນເປັນຊື່ຂອງ ນະຄອນຈັນທະບູລີ ກ່ອນຈະປ່ຽນຊື່ມາເປັນ ນະຄອນຫຼວງວຽງຈັນ ໃນທຸກວັນນີ້.

ນອກນັ້ນ, ພິທີຍັງມີການເປີດຕົວຊຸດແຂ່ງສໍາລັບການແຂ່ງຂັນປະກອບມີ 4 ຊຸດ ແລະ ຜູ້ສະໜັບສະໜູນປະຈໍາປີ 2021 ຈໍານວນ 12 ບໍລິສັດ ພິເສດກໍແມ່ນ ຫົວໜ້າຄູຝືຶກໃໝ່ຢ່າງ ທ່ານ ປະຈັກ ວຽງສົງ (Prajak Weangsong) ເຊິ່ງເປັນ 1 ໃນ 29 ຄູຝືກລະດັບສູງຢ່າງ Pro License ຂອງໄທ

ເບິ່ງວີດີໂອເປີດຕົວ: