ແມ່ຍິງຄວນຮູ້! 6 ສັນຍານອັນຕະລາຍ “ຊີສໃນຮັງໄຂ່”

417

ເລື່ອງພາຍໃນຂອງຜູ້ຍິງເປັນເລື່ອງທີ່ຕ້ອງໃສ່ໃຈເບິ່ງແຍງ ແລະ ໝັ່ນກວດເຊັກຢູ່ຕະຫຼອດ ໂດຍສະເພາະເລື່ອງຖົງຮັງໄຂ່ ຫຼື ເຮົາເອີ້ນກັນວ່າ “ຊີສຮັງໄຂ່” ເຊິ່ງບໍ່ແມ່ນເລື່ອງໄກຕົວ ເພາະບາງເທື່ອອາດບໍ່ມີສັນຍານເຕືອນລ່ວງໜ້າ ດັ່ງນັ້ນ ການເຂົ້າໃຈເລື່ອງຊີສຮັງໄຂ່ ແລະ ໝັ່ນສັງເກດຕົນເອງຈຶ່ງເປັນທາງອອກໜຶ່ງທີ່ປ້ອງກັນ ແລະ ຮັບມືໄດ້ຢ່າງຖືກວິທີ.
“ຊີສ” ຄືຫຍັງ?
ແພດຜູ້ຊ່ຽວຊານຂອງຕ່າງປະເທດໄດ້ລະບຸວ່າ ຊີສ (cyst) ຄື ການສະສົມຂອງນ້ຳ, ເປັນຖົງນ້ຳ, ເປັນກ້ອນ ຫຼື ຕຸ່ມ ທີ່ເກີດຂຶ້ນຕາມຮ່າງກາຍ ໂດຍມີລັກສະນະເປັນຖົງທີ່ບັນຈຸອາກາດ, ຂອງແຫຼວ, ນ້ຳ, ໄຂມັນ ຫຼື ມີເນື້ອເຍື່ອປະສົມຢູ່ກໍໄດ້ ເຊິ່ງຖືເປັນຄວາມຜິດປົກກະຕິຂອງຮ່າງກາຍ ເຊິ່ງສາມາດສ້າງຕົວຂຶ້ນໄດ້ໃນຮັງໄຂ່ ຖ້າຫາກພົບເຫັນໃນຄົນຊ່ວງອາຍຸໃກ້ໝົດປະຈຳເດືອນອາດເປັນຊີສຜິດປົກກະຕິທີ່ມີໂອກາດເປັນ ຫຼື ບໍ່ເປັນມະເຮັງໄດ້.

ອາການຂອງພະຍາດຊີສໃນຮັງໄຂ່
ຮັງໄຂ່ຈະເຮັດໜ້າທີ່ສ້າງຮໍໂມນເພດຍິງ ເພື່ອຄວບຄຸມເຍື່ອບຸໂພງປາກມົດລູກຈະຊ່ວຍຮອງຮັບການຖືພາ ຫຼື ເກີດມີປະຈຳເດືອນຖ້າຫາກວ່າບໍ່ມີການຖືພາເກີດຂຶ້ນ ຂະໜາດຂອງຊີສມີຫຼາຍຂະໜາດ ແລະ ລັກສະນະມີທັງຂະໜາດນ້ອຍ ຂະໜາດໃຫຍ່ ບາງກໍລະນີເປັນກ້ອນຈຳນວນໜ້ອຍ ບາງກໍລະນີກວດພົບເຫັນເຕັມທ້ອງ ສ່ວນໃຫຍ່ຖົງນ້ຳໃນຮັງໄຂ່ ຫຼື ຊີສບໍ່ມີອາການຫຍັງເລີຍ ສ່ວນໃຫຍ່ຈະກວດພົບຈາການກວດສຸຂະພາບປະຈຳປີຂອງແພດ ອາການຂອງພະຍາດຈະຂຶ້ນຢູ່ກັບຊະນິດຂອງຖົງນ້ຳທີ່ເກີດຂຶ້ນ ບາງກໍລະນີອາດບໍ່ມີອາການ ຫຼື ບາງກໍລະນີອາດມີອາການພຽງເລັກໜ້ອຍ ໂດຍສາມາດສັງເກດອາການໄດ້ ດັ່ງນີ້:
– ເຈັບທ້ອງນ້ອຍຊ້ຳເຮື້ອ
– ຍ່ຽວດຸຂຶ້ນ ຫຼື ຍ່ຽວຍາກ
– ມີອາການປວດປະຈຳເດືອນ
– ມີອາການໜ່ວງໆ ຕຶງໆ ທ້ອງນ້ອຍ ຫຼື ເຈັບທ້ອງນ້ອຍກະທັນຫັນ
– ເຈັບ ຫຼື ປວດ ຂະນະມີເພດສຳພັນ
– ຄຳເຫັນກ້ອນໃນທ້ອງນ້ອຍ

ອັນຕະລາຍຂອງຊີສໃນຮັງໄຂ່
ຊີສໃນຮັງໄຂ່ມີຫຼາຍຊະນິດ ເຊິ່ງມີຄວາມອັນຕະລາຍແຕກຕ່າງກັນ ຂຶ້ນຢູ່ວ່າເປັນຊີສຊະນິດໃດ ຊະນິດທີ່ເກີດຈາກການເຮັດວຽກຂອງຮັງໄຂ່ ຄວາມຮ້າຍແຮງຈະຕ່ຳ ເຊິ່ງອາດຈະສາມາດເຊົາເອງໄດ້ ຫຼື ບາງຊະນິດສາມາດຮັກສາໄດ້ດ້ວຍຮໍໂມນ ແຕ່ຫາກຖົງນ້ຳມີຂະໜາດໃຫຍ່ ຫຼື ປ່ອຍໄວ້ດົນ ອາດສົ່ງຜົນໃຫ້ປວດທ້ອງສຸກເສີນໄດ້ ຫຼື ຖົງນ້ຳບາງລັກສະນະອາດຈຳເປັນຕ້ອງໄດ້ຮັບການຮັກສາດ້ວຍການຜ່າຕັດ ດັ່ງນັ້ນ ຖົງນ້ຳຮັງໄຂ່ມີຄວາມອັນຕະລາຍຕັ້ງແຕ່ນ້ອຍຈົນເຖິງສ່ຽງຕໍ່ມະເຮັງໄດ້.
ກວດພາຍໃນ ຫຼຸດສ່ຽງອັນຕະລາຍຈາກຊີສໃນຮັງໄຂ່

ເຖິງແມ່ນວ່າສາເຫດຂອງມະເຮັງຖົງນ້ຳຮັງໄຂ່ຍັງບໍ່ເປັນທີ່ຮູ້ກັນຊັດເຈນ ແຕ່ກໍເປັນພະຍາດທີ່ພົບເຫັນໄດ້ຕະຫຼອດ ດັ່ງນັ້ນການກວດສຸຂະພາບພ້ອມກັບການກວດລະບົບສືບພັນເພດຍິງ ຈະເຮັດໃຫ້ກວດຮັງໄຂ່ ແລະ ມົດລູກຢ່າງລະອຽດ ຖ້າຫາກພົບວ່າມີຖົງນ້ຳຮັງໄຂ່ກໍຈະສາມາດຮັກສາໄດ້ຢ່າງໄວວາ ແລະ ຍັງຊ່ວຍໃຫ້ພົບກັບຄວາມສ່ຽງຂອງພະຍາດອື່ນໆ ເພື່ອປ້ອງກັນ ຫຼື ຮັກສາໄດ້ທັນການ ກ່ອນຈະລາມຈົນເຈັບປວດ ແລະ ຍາກຕໍ່ການຮັກສາ.