ໃຜແນ່ມັກເຂົ້າໝົມ “ເຄັກຊັອກໂກແລັດ” ສູດຝຣັ່ງ

164

ມື້ນີ້ແອັດມິນມີສູດເຮັດເຂົ້າໜົມເຄັກຊັອກໂກແລັດມາແຊຣ໌ ໃຫ້ທ່ານໄດ້ເອົາໄປເຮັດກິນ ເຊິ່ງສູດນີ້ວັດຖຸດິບບໍ່ຫຼາຍ ເຮັດກໍບໍ່ຍາກ ແລະ ຍັງເປັນສູດແບບຝຣັ່ງ ບອກເລີຍວ່າແຊບຄືໄດ້ໄປກິນຢູ່ສະຖານທີ່ຕົ້ນຕຳລັບແນ່ນອນ ພ້ອມແລ້ວເຮົາໄປລົງມື້ເຮັດກັນເລີຍ.


ວັດຖຸດິບ ເຄື່ອງປຸງ
ນ້ຳຕານ 150 ກຣາມ
ແປ້ງອາຫານອະເນກປະສົງ 80 ກຣາມ
ໄຂ່ໄກ່ 4 ໜ່ວຍ
ເບີ 200 ກຣາມ
ຊັອກໂກແລັດແຜ່ນ 200 ກຣາມ

ວິທີເຮັດ
1. ເປີດເຕົາອົບ 200 ອົງສາ
2. ລະລາຍຊັອກໂກແລັດໃຫ້ເປື່ອຍ (ຕົ້ມ ຫຼື ເຂົ້າໄມໂຄເວັບ). ຈາກນັ້ນ ຕື່ມນ້ຳມັນເບີ ແລະ ຕີໃຫ້ເຂົ້າກັນດີ.
3. ເອົາຊາມອັນໜຶ່ງມາຕີໄຂ່ ແລະ ນ້ຳຕານໃຫ້ເຂົ້າກັນ ຈາກນັ້ນ ຖອກແປ້ງລົງແລ້ວຕີໃຫ້ເຂົ້າກັນດີ.
4. ເທຊັອກໂກແລັດ ລົງໃນຊາມໄຂ່ທີ່ຕີໄວ້ນັ້ນ, ຕີໃຫ້ເຂົ້າກັນດີຈົນເນື້ອນຽນເປັນອັນດຽວກັນ.


5. ເອົາພາຊະນະ ທີ່ເອົາເຂົ້າເຕົາອົບໄດ້, ທາເນີຍໃສ່ ແລະ ໂຮຍແປ້ງ ແລ້ວ ຂວ້ຳ ເອົາແປ້ງອອກ. ເທຊັອກໂກແລັດ ທັງໝົດນັ້ນໃສ່ພາຊານະ.
6. ອົບປະມານ 20 ນາທີ (ປັບເວລາອົບເພີ່ມ ຖ້າມັກທາງໃນສຸກດີ ຫຼື ຫຼຸດໄດ້ ຖ້າມັກທາງໃນ ເປັນ ຊັອກໂກແລັດລາວາ).
ເຄັດລັບ: ຖ້າມັກໃຫ້ເຄັກຟູໆ ໃຫ້ເຮັດຂັ້ນຕອນດຽວກັນນີ້ ແຕ່ເພີ່ມເຄື່ອງປະກອບດັ່ງນີ້: ໄຂ່ 6 ໜ່ວຍ, ນ້ຳມັນເບີ 180 ກຣາມ, ນ້ຳຕານ 300 ກຣາມ, ແລະ ແປ້ງ 100 ກຣາມ.