ອົງການໄອຍະການປະຊາຊົນສູງສຸດ ຍັງມີ 5 ຂໍ້ຄົງຄ້າງທີ່ຕ້ອງເອົາໃຈໃສ່ແກ້ໄຂ ຈາກການປະຕິບັດວຽກ 5 ປີ ຜ່ານມາ

462

ວັນທີ 24 ມີນາ 2021 ເປັນວາລະການດຳເນີນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ເປັນມື້ທີ 3 ໂດຍການເປັນປະທານຂອງທ່ານ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມມີຄະນະ ແລະ ບັນດາສະມາຊິກສະພາແຫ່ງຊາດ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄອຍະການປະຊາຊົນ ໃນໄລຍະ 5 ປີຜ່ານມາ (2016-2020) ບາງຕອນກ່າວວ່າ: ໃນໄລຍະ 5 ປີ ຜ່ານມາ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະ ການນໍາໃຊ້ວິທີການສືບສວນ-ສອບສວນ, ການນໍາໃຊ້ມາດຕະການສະກັດກັ້ນ ດ້ວຍກົນໄກການປະສານສົມທົບແຕ່ຫົວທີຢ່າງເປັນລະບົບ. ຜ່ານການຕິດຕາມກວດກາ ເຫັນໄດ້ວ່າ ການປະຕິບັດກົດໝາຍ ແລະ ລະບຽບຫຼັກການດີຂຶ້ນ, ບັນດາຄໍາສັ່ງ ແລະ ຄໍາແນະນໍາຕ່າງໆກ່ຽວກັບການສືບສວນ-ສອບສວນຄະດີອາຍາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຖືກຕາມກົດໝາຍ ແລະ ລະບຽບຫຼັກການ; ສໍານວນຄະດີອາຍາ ທີ່ໄດ້ຮັບຈາກອົງການສືບສວນ-ສອບສວນ 49.181 ເລື່ອງ, ໄດ້ຮັບການແກ້ໄຂກວມເຖິງ 98,62% ລື່ນຄາດໝາຍທີ່ວາງໄວ້ 95%. ໃນນັ້ນ, ກວມສ່ວນຫຼາຍແມ່ນໄດ້ ຄໍາຖະແຫຼງ ແລະ ສັ່ງຟ້ອງໃຫ້ສານພິຈາລະນາກວມເຖິງ 63,14% ຖ້າທຽບໃສປີ 2011-2015 ເພີ່ມຂຶ້ນ 13%, ສົ່ງໃຫ້ດໍາເນີນການສືບສວນ-ສອບສວນຄືນໃໝ່ 29,75%.

ໃນ 5 ປີຜ່ານມາ ໄດ້ຖະແຫຼງຄະດີຕໍ່ສານຂັ້ນຕົ້ນ 30.064 ເລື່ອງ ສານໄດ້ຕັດສີນຕາມຄໍາຖະແຫຼງຂອງຫົວໜ້າອົງການໄອຍະການກວມ 99,43% ລື່ນຄາດ   ໝາຍທີ່ວາງໄວ້, ພາຍຫຼັງສານຂັ້ນຕົ້ນໄດ້ຕັດສິນແລ້ວ ມີຄະດີອາຍາ ແລະ ຄະດີແພ່ງ ຂໍອຸທອນ 18,08% ໃນນັ້ນ ສານຂັ້ນອຸທອນໄດ້ພິພາກສາຢັ້ງຢືນຕາມຄໍາຕັດສິນຂອງສານຂັ້ນຕົ້ນກວມ 86,50%. ມີຄະດີຂໍລົບລ້າງກວມ 41,84%. ຜ່ານການກວດກາສາເຫດສ່ວນໃຫຍ່ຂອງການຂໍລົບລ້າງແມ່ນບັນຫາທີ່ສານຂັ້ນອຸທອນໄດ້ພິຈາລະນາແລ້ວ. ຊຶ່ງສະແດງໃນສະຖິຕິຄໍາພິພາກສາຄະດີຂັ້ນລົບລ້າງທີ່ຢັ້ງຢືນຕາມສານຂັ້ນອຸທອນກວມເຖິງ 79%. ນອກຈາກນັ້ນ, ຍັງໄດ້ຮັບຄໍາຮ້ອງຂໍຮື້ຟື້ນກ່ຽວກັບຄະດີອາຍາ ແລະ ຄະດີແພ່ງ 1.187 ເລື່ອງ ກວມ 3,94% ຖ້າທຽບໃສ່ຄະດີທີ່ໄດ້ຕັດສິນເປັນຂັ້ນຕົ້ນ, ຄໍາຮ້ອງຂໍຮື້ຟື້ນທີ່ກ່າວມານັ້ນ ຈໍານວນໜຶ່ງແມ່ນໄດ້ທວງສໍານວນຄະດີມາກວດກາຄືນໃໝ່, ອີກຈໍານວນໜຶ່ງແມ່ນຕົກລົງບໍ່ຮື້ຟື້ນ ໃນນັ້ນ, ກວມສ່ວນຫຼາຍແມ່ນກ່ຽວກັບຄະດີແພ່ງ. ໂດຍປະສານສົມທົບກັບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃນ 5 ປີຜ່ານມາ ເຫັນວ່າ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ເຂັ້ມງວດໃນການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເຮັດໃຫ້ຄະດີອາຍາ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດກວມເຖິງ 16,36% ຂອງຄະດີອາຍາຈໍານວນ 36.643 ເລື່ອງ; ຄະດີແພ່ງ 14.512 ເລື່ອງປະຕິບັດສໍາເລັດ 32,57%,. ນອກຈາກນັ້ນ, ໄດ້ຮັບຄໍາຮ້ອງຂໍຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ 224 ເລື່ອງ, ແລະໄດ້ແກ້ໄຂສໍາເລັດ 100%.

ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກຳ ເຊັ່ນ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ກົດ   ໝາຍວ່າ ດ້ວຍອົງການໄອຍະການປະຊາຊົນ; ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ; ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ບັນດາກົມ; ຄໍາແນະນໍາຮ່ວມ ແລະ ປື້ມຄູ່ມືຈໍານວນໜຶ່ງ.

ທ່ານກ່າວຕື່ມວ່າ: ຄຽງຄູ່ກັບຜົນສຳເລັດຜ່ານມາ ຍັງເຫັນວ່າມີຂໍ້ຄົງຄ້າງທີ່ກ່າວມານັ້ນແມ່ນຍ້ອນສາເຫດດັ່ງນີ້:

  1. ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດບໍ່ທັນເລິກເຊິ່ງ, ການຈັດຕັ້ງຜັນຂະຫຍາຍ ບໍ່ທັນການ ແລະ ຂາດຈຸດສຸມຈະແຈ້ງ ໃນການຈັດຕັ້ງປະຕິບັດຕົວຈິງ.
  2. ກົງຈັກການຈັດຕັ້ງຂັ້ນຕ່າງໆ ເວົ້າລວມບໍ່ທັນເຂັ້ມແຂງໜັກແໜ້ນ, ຄຸນນະພາບຂອງຖັນແຖວບຸກຄະລາກອນຈໍານວນບໍ່ໜ້ອຍຍັງຈໍາກັດ.
  3. ກົນໄກປະສານງານລະຫວ່າງ ສາຍຕັ້ງ-ສາຍຂວາງ ເປັນຕົ້ນແມ່ນລະຫວ່າງບັນດາອົງການດໍາເນີນຄະດີ ຕາມຂະບວນຍຸຕິທໍາບໍ່ທັນກົມກຽວ, ໂລ່ງລ່ຽນ, ວ່ອງໄວ ແລະ ເປັນເອກະພາບຕາມກົດໝາຍ.
  4. ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງນັບມື້ນັບສູງ ແຕ່ຄວາມສາມາດການຕອບສະໜອງຍັງຈໍາກັດ ເປັນຕົ້ນທາງດ້ານງົບປະມານ.
  5. ການເຜີຍແຜ່ກົດໝາຍບໍ່ທັນສູ່ລວງເລິກ ແລະ ທົ່ວເຖິງ, ຈາກນັ້ນສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງພົນລະເມືອງລາວ ໂດຍລວມຍັງບໍ່ທັນສູງ.