ກອງທັບ ເອັຟຊີ ພ້ອມວັດຄົມກັບ ວຽງຈັນ ເອັຟຊີ, ກ້ວຍເຈັງ ບອກເຫດຜົນເລືອກກອງທັບ (ຄລິບ)

357

ກອງທັບ ເອັຟຊີ ແຊັມລາວລີກ 2 ລະດູການ 2020 ທີ່ປີນີ້ເລື່ອນຂຶ້ນມາແຂ່ງຂັນໃນເປບຊີ ລາວລີກ 1 ຫວັງເກັບໄຊເໜືອ ວຽງຈັນ ເອັຟຊີ ໃນນັດທໍາອິດທີ່ຈະເປີດສາກຂຶ້ນໃນວັນທີ 27 ມີນາ 2021 ທີ່ສະໜາມກອງທັບ ຫຼັກ 5 ເວລາ 15:30 ໂມງ.

ທ່ານ ໂກວັນ ນາມທະວີໄຊ ຫົວໜ້າຄູຝຶກຂອງ ກອງທັບ ເອັຟຊີ ແລະ ກ້ວຍເຈັງ ໜູພັກດີ ກອງໜ້າຕົວໃໝ່ຂອງ ກອງທັບ ເອັຟຊີ ໃຫ້ສໍາພາດວ່າ ( ດັ່ງຄລິບລຸ່ມນີ້ )

ສໍາລັບ ກອງທັບ ເອັຟຊີ ລະດູການ 2020 ຫຼິ້ນໃນລາວລີກ 2 ລົງສະໜາມ 7 ນັດຊະນະ 5 ແລະ ສະເໝີ 2 ນັດ ໃນນັ້ນນັດຊີງຊະນະເລີດ ຊະນະ ເອັສທີທີ ເອັຟຊີ 2-0 ຄວ້າແຊັມໄປຄອງ, ສ່ວນຜົນງານໃນລີກສູງສຸດຂອງ ສປປ ລາວ ກອງທັບ ເອັຟຊີ ເຄີຍເຂົ້າຮ່ວມຄັ້ງຫຼັງສຸດໃນປີ 2019 ລົງສະໜາມ 15 ນັດຊະນະ 2, ສະເໝີ 4 ແລະ ເສຍ 9 ນັດມີ 10 ຄະແນນຢູ່ອັນດັບທີ 5 ຂອງຕາຕະລາງຄະແນນລວມຈາກທີມເຂົ້າຮ່ວມທັງໝົດ 6 ທີມ.

ສ່ວນທ້າຍອາທິດນີ້ວັນທີ 27 ມີນາ 2021 ກອງທັບ ເອັຟຊີ ຈະລົງສະໜາມນັດທໍາອິດເປີດບ້ານຮັບການມາຢາມຂອງ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ທີ່ສະໜາມກີລາກອງທັບ ຫຼັກ 5 ຕ້ອງຕິດຕາມກັນວ່າຈະມີຫຍັງພິເສດເກີດຂຶ້ນໃນນັດນີ້, ສ່ວນອີກຄູ່ ເອັສຣາ ເອັຟຊີ ເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ທີ່ສະໜາມມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງແຂ່ງຂັນເວລາ 15:30 ໂມງທັງ 2 ຄູ່.
ຂ່າວ: ຄໍາສອນ: ຮູບ: ໜຶ່ງ ລິເວີພູລ