BMW Premium auto Laos ໄດ້ຈັດງານເສວະນາພົບປະໃນຫົວຂໍ້ “DRIVING YOUR BUSINESS IN THE NEW NORMAL PRESENTED BY BMW”

1420

ໃນວັນທີ 19 ມີນາ 2021, ທາງ BMW Premium auto Laos ໄດ້ຈັດງານເສວະນາພົບປະໃນຫົວຂໍ້ “DRIVING YOUR BUSINESS IN THE NEW NORMAL PRESENTED BY BMW ຫລື ການຂັບເຄື່ອນທຸລະກິດໃນຍຸກນິວນໍມໍ” ທີ່ ຫ້ອງຂາຍ BMW Premium Auto Laos ຊຶ່ງຕັ້ງຢູ່ ບ້ານຫນອງບອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ໂດຍການເຂົ້າຮ່ວມຂອງທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ປອ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ, ທ່ານນາງຖາວອນ ວົງສົມບັດ ປະທານຜູ້ບໍລິຫານກຸ່ມບໍລິສັດໂຄລາວ, ທ່ານ ນາງ ຈັນທະນາ ປັນຍາສິຣິ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງ ຂາອອກ ຂາເຂົ້າ ຈຳກັດ; ພ້ອມດ້ວຍບັນດາສະມາຊິກ ສະພາການຄ້າ, ກຸ່ມນັກທຸລະກິດ BNI (Professional chapter), ລູກຄ້າ VIP ຂອງທະນາຄານອິນໂດຈີນ, ລູກຄ້າ BMW, ຜູ້ບໍລິຫານຈາກສະຖາບັນການເງິນ ແລະ ທະນາຄານ, ບັນດາ CEO/ຫົວໜ້າທຸລະກິດໃນກຸ່ມ ບໍລິສັດ ໂຄລາວ.


ພາຍໃນງານ ທ່ານ ປອ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຫົວໜ່ວຍທຸລະກິດຕ່າງໆ ເຮັດໃຫ້ຫົວຫນ່ວຍທຸລະກິດ ຕ້ອງໄດ້ປັບຕົວເພື່ອກ້າວຂ້າມ ຂໍ້ຫຍຸ້ງຍາກດັ່ງກ່າວ; ສະເພາະ BMW Premium auto Laos ເຊິ່ງເປັນໜຶ່ງໃນບໍລິສັດທີ່ຢູ່ໃນກຸ່ມບໍລິສັດໂຄລາວ ກໍໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້.
ດັ່ງນັ້ນການຈັດງານສົນທະນາ ໃນຫົວຂໍ້ ການຂັບເຄື່ອນທຸລະກິດໃນຍຸກນິວນໍມໍ ຄັ້ງນີ້ ຖືເປັນຫົວຂໍ້ສຳຄັນ ເຊິ່ງຜູ້ປະກອບການ ຈະໄດ້ຮັບຮູ້ຂໍ້ມູນຂ່າວສານການລະບາດຂອງພະຍາດໂຄວິດ-19 ຈາກຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ ເພື່ອໃຫ້ນັກທຸລະກິດ ໄດ້ນຳເອົາຂໍ້ມູນດັ່ງກ່າວໄປວາງແຜນປັບໃຊ້ກັບທຸລະກິດ.


ຈາກນັ້ນທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ກ່ຽວກັບສະພາບການລະບາດຂອງໂຄວິດ -19 ໃນໂລກ ແລະ ສປປ ລາວ, ຜົນກະທົບຕໍ່ ສປປ ລາວ ແລະ ໃນໂລກ ລວມເຖິງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ.


ໃນງານ DRIVING YOUR BUSINESS IN THE NEW NORMAL PRESENTED BY BMW, ທາງ BMW Premium auto Laos ໄດ້ຮ່ວມກັບ ໜັງສືພິມເສດຖະກິດ ການຄ້າ ຈັດ ການເສວະນາໃນລາຍການ business talk ເຊິ່ງໄດ້ນໍາເອົາບົດຮຽນສໍາຄັນໃນການກ້າວຜ່ານຄວາມຫຍຸ້ງຍາກຂອງ ຈາກໂຄວິດ-19 ຈາກ 3 ນັກທຸະກິດ ເຊິ່ງປະກອບມີ ທ່ານນາງວາລີ ເວດສະພົງ ຜູ້ກໍ່ຕັ້ງ ແລະ ເປັນຮຸ້ນສ່ວນ ລົງທຶນກໍ່ສ້າງໂຮງໝໍກະເສມຣາດອິນເຕີເນເຊີນແນລ ວຽງຈັນ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການ ບໍລິສັດເມືອງລາວຟູດ ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານບໍລິສັດເຣັນສະບາຍ.


ນອກຈາກການສົນທະນາໃນລາຍການ Business talk ເພື່ອແບ່ງປັນບົດຮຽນ ແລະ ປະສົບ ການຈາກຜູ້ປະກອບການ ໃນການກ້າວຂ້າມຜົນກະທົບຈາກ ໂຄວິດ-19 ເພື່ອພັດທະນາທຸລະກິດໃຫ້ເຂັ້ມແຂງ ແລະ ຍືນຍົງແລ້ວ ພາຍໃນງານຍັງໄດ້ມີການລົນນະລົງໃຫ້ແຂກທຸກທ່ານໄດ້ຕະໜັກເຖິງການໃສ່ຫນ້າກາກປ້ອງກັນເຊື້ອພະຍາດ ໂດຍທາງ BMW Premium Auto Laos ໄດ້ແຈກຫນ້າກາກຜ້າ BMW ໃຫ້ແກ່ແຂກທີ່ເຂົ້າຮ່ວມງານ.


ນອກນັ້ນຍັງໄດ້ມີການຈັດກິດຈະກຳພົບປະຜູ້ປະກອບການ ນັກທຸລະກິດ ເພື່ອສ້າງເຄືອຂ່າຍຂອງທຸລະກິດໃຫ້ກວ້າງຂວາງຢ່າງເຂັ້ມແຂງຍິ່ງຂຶ້ນ ເພື່ອການກ້າວຜ່ານຄວາມຫຍຸ້ງຍາກທ້າທາຍຈາກຜົນກະທົບ ໂຄວິດ-19 ໄປພ້ອມກັນ .

.

.