ຮອຍຍິ້ມ ແລະ ດວງຕາທີ່ບົງບອກເຖິງຄວາມຈິງໃຈ ພາໃຫ້ ອິງອິງ ຜ່ານເຂົ້າຮອບ 20 ຄົນ

404

ອິງອິງ ສຸກັນຍາ ສຸລິວົງ W15 ສາວງາມຜູ້ມີຮອຍຍິ້ມອັນມີສະເໜ່ ຈາກນະຄອນຫຼວງວຽງຈັນ ທີ່ຜ່ານເຂົ້າຮອບ 20 ຄົນ ໃນເວທີ Miss World Laos 2021 ປັດຈຸບັນສຶກສາຢູ່ທີ Kunming University ປີທີ 4  ເຄີຍເຂົ້າຮ່ວມການປະກວດນາງສາວລອຍກະທົງຢູ່ ສິບສອງພັນນາ ໄດ້ຮອງອັນດັບສອງ ແລະ ຜ່ານການປະກວດນາງສາວລາວ ແມ່ນຜ່ານເຂົ້າຮອບ 40 ຄົນ ຖືໄດ້ວ່າເປັນຜູ້ເຂົ້າປະກວດອີກໜຶ່ງຄົນທີ່ມີດີກີບໍ່ທໍາມະດາເລີຍ

ອິງອິງ ໄດ້ໃຫ້ສໍາພາດວ່າ : ໃນຕອນທີ່ທາງກອງປະກວດປະກາດລາຍຊື່ຂອງຜູ້ທີ່ຜ່ານເຂົ້າຮອບຕອນທໍາອິດເລີຍແມ່ນດີໃຈຫຼາຍ  ແລະ ພູມໃນໂຕເອງທີ່ສຸດທີ່ໄດ້ເຮັດເຕັມທີ ແລະ ສົມຫວັງໃນສິ່ງທີ່ໄດ້ລົງມືເຮັດໄປແລ້ວບໍ່ສູນເປົ່າ ອິງອິງ ເຊື່ອວ່າການທີ່ໄດ້ເຂົ້າຮອບ 20 ຄົນ ຖືເປັນໂອກາດອັນໜຶ່ງທີ່ຈະໄດ້ໂຊຄວາມສາມາດທີ່ເຮົາມີອອກສູ່ສາຍຕາທຸກຄົນ

ຄະຕິປະຈໍາໃຈທີ່ໃຊ້ກັບໂຕເອງມາໂດຍຕະຫຼອດກໍຄື ‘’ ເວລາລົ້ມຈົ່ງຮີບລຸກ ແລະ ຕັ້ງສະຕິໃຫ້ດີ ເພາະບໍ່ມີໃຜຫວັງດີເທົ່າຄອບຄົວເຮົາແລ້ວ ‘’ ເພາະນ້ອງຄິດວ່າຄອບຄົວປຽບເໝືອນທຸກໆຢ່າງ ຄອບຄົວຈະຢູ່ຄຽງຂ້າງ ແລະ ໃຫ້ກໍາລັງໃຈເຮົາສະເໝີທັງໃນເວລາທີຜິດພາດ, ລົ້ມເຫຼວ ແລະ ໃນເວລາທີ່ປະສົບຄວາມສໍາເລັດ

ສ່ວນໂຕ ອິງອິງເອງ ເປັນຄົນມັກຄົ້ນຫາສິ່ງໃໝ່ໆຢູ່ສະເໜີ  ແລະ ພັດທະນະຕົນເອງຢູ່ເລື່ອຍໆ ສໍາລັບບົດຮຽນໃນການເຂົ້າຮ່ວມປະກວດໃນຄັ້ງນີ້ແມ່ນໄດ້ຄ5ວາມຮູ້ເພີ່ມຕື່ມຫຼາຍໆຢ່າງ ບໍ່ວ່າຈະເປັນການໄດ້ຢູ່ຮ່ວມໝູ່ ໄດ້ຊ່ວຍເຫຼືອ ແບ່ງປັນເຊິ່ງກັນແລະກັນ ໄດ້ເຫັນສິ່ງໃໝ່ໆຫຼາຍຢ່າງທີ່ບໍ່ເຄີຍສໍາພັດມາກ່ອນ ນັ້ນກໍຄືືຄວາມຈິງໃຈຂອງຄົນທີ່ຢູ່ຮ່ວມກັນ

ສໍາລັບ ອິງອິງ ເມື່ອທາງຄະນະກໍາມະການ ແລະ ທາງຜູ້ໃຫຍ່ໄດ້ໃຫ້ໂອກາດແບບນີ້ ອິງອິງ ຈະພັດທະນາຕົນເອງໃຫ້ດີຂຶ້ນເລື່ອຍໆ ໂດຍສະເພາະດ້ານບຸກຄະລິກກະພາບ, ການວາງໂຕໃຫ້ເໝາະສົມກັບໂອກາດ  ແລະ ສະຖານທີ່ຕ່າງໆທີ່ໄດ້ໄປ ແນ່ນອນທຸກຄົນມີຄວາມສາມາດທີ່ແຕກຕ່າງກັນ ແລະ ນ້ອງເອງກໍ່ເຊັນກັນ ນ້ອງຈະໃຊ້ຄວາມຮູ້ຄວາມສາມາດທີ່ມີໂຊໃຫ້ທຸກຄົນໄດ້ເຫັນເປົ້າໝາຍກໍຄືມຸງກຸດສີຟ້າທີ່ເປັນຄວາມໄຝ່ຝັນຂອງແມ່ຍິງ ແລະ ຜູ້ເຂົ້າປະກວດທຸກຄົນ

ອິງອິງຄິດວ່າ ຈຸດເດັ່ນຂອງຕົນເອງທີ່ມີນັ້ນກໍຄືຮອຍຍິ້ມ ສາຍຕາທີ່ສື່ເຖິງຄວາມຈິງໃຈ ແລະ ການວາງໂຕທີ່ດີຈະເຮັດໃຫ້ສາມາດເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ ສ່ວນໃນອານາຄົດເລື່ອງຈະໄດ້ ຫຼື ບໍ່ນັ້ນ ນ້ອງບໍ່ຢາກເອົາມາເປັນອຸປະສັກເພື່ອກົດດັນຕົນເອງ ແຕ່ຈະເຮັດທຸກມື້ໃຫ້ດີທີ່ສຸດ ແລະ ເຮັດໃຫ້ສຸດຄວາມສາມາດຂອງຕົນເອງ

ສຸດທ້າຍ ການກຽມຄວາມພ້ອມເປັນສິ່ງສໍາຄັນບໍ່ວ່າເຮົາຈະເຮັດສິ່ງໃດກໍ່ຕາມ ເຊິ່ງຄວາມພ້ອມໃນທີ່ນີ້ກໍ່ແມ່ນ ຄວາມພ້ອມທັງຮ່າງກາຍ ຈິດໃຈ ແລະ ມີສະຕິບວກກັບຄວາມສາມາດ ຄິດກ່ອນລົງມືເຮັດຢູ່ສະເໝີຈະພາໃຫ້ປະສົບຄວາມສໍາເລັດໄດ້ ແລະ ສໍາລັບກິດຈະກໍາຍາມວ່າງຂອງອິງອິງ ແມ່ນມັກອອກກໍາລັງກາຍ ,ອອກແບບເສື້ອຜ້າ , ຕັດ ແລະ ຍິບເຄື່ອງ ເພາະຕ້ອງໄດ້ໃຊ້ສະມາທິ ແລະ ຄວາມລະອຽດອ່ອນ

ຂໍຝາກທຸກຄົນຕິດຕາມ ເປັນກໍາລັງໃນໃຫ້ແດ່ເດີ້ ຜ່ານທາງເຟສບຸກສ່ວນຕົວ Soulivong Soukanya W15 ຊ່ວຍກົດໄລ້ ກົດແຊຫຼາຍໆເດີ້