ເປີດໂຕ ບໍລິສັດ ເບສເທເລຄອມ ໃຫ້ບໍລິການດ້ານໂທລະຄົມດ້ວຍເບີຫຼັກ 8

907

ບໍລິສັດລັດ ສະກາຍໂທລະຄົມ ຮ່ວມກັບ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດ ໄດ້ຮ່ວມກໍ່ຕັ້ງ ບໍລິສັດ ເບສເທເລຄອມ ຈຳກັດ ໃຫ້ບໍລິການດ້ານໂທລະຄົມຂຶ້ນຢ່າງເປັນທາງການເພື່ອປະກອບສ່ວນເຂົ້າໃນການຂະຫຍາຍ ແລະ ພັດທະນາວຽກງານໃຫ້ບໍລິການດ້ານໂທລະຄົມ ທີ່ໃຫ້ແທດເໝາະກັບການປ່ຽນແປງຂອງສະພາບເສດຖະກິດ – ສັງຄົມ ຂອງປະເທດໃນໄລຍະໃໝ່.

ພິທີເປີດໂຕ ບໍລິສັດ ເບສເທເລຄອມ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2021 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ເຊິ່ງເວລານັ້ນຍັງດຳລົງດຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງກົມ ໃຫຍ່, ກະຊວງປ້ອງກັນປະເທດ ແລະ ແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ดอกไม้ และข้อความพูดว่า "best"

ທ່ານ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ, ກະຊວງປ້ອງກັນປະເທດ ກ່າວວ່າ: ບໍລິສັດ ເບສເທເລຄອມ ຈຳກັດ ແມ່ນບໍລິສັດ ຮ່ວມລົງທຶນ ລະຫວ່າງ ບໍລິສັດລັດ ສະກາຍໂທລະຄົມ ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈໍາກັດ ໄດ້ຮັບການອະນຸມັດໃຫ້ສ້າງຕັ້ງໂດຍກະຊວງປ້ອງກັນປະເທດ ດ້ວຍຮູບແບບສັນຍາຮ່ວມຮຸ້ນສອງຝ່າຍ ເຊິ່ງ ບໍລິສັດ ເບສເທເລຄອມ ແມ່ນລັດຖືຮຸ້ນຕາງໜ້າໂດຍກົມສື່ສານ ກະຊວງປ້ອງກັນປະເທດ ກໍຄື ບໍລິສັດລັດ ສະກາຍໂທລະຄົມ ຖືຮຸ້ນ 49% ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຖືຮຸ້ນ 51%.

ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສເທເລຄອມ ຈຳກັດ, ທັງເປັນຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF Group ກ່າວວ່າ: ກ່ອນອື່ນຂ້າພະເຈົ້າຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ປະທານສະພາບໍລິຫານ ບໍລິສັດ ເບສເທເລຄອມ, ຄະນະນໍາກະຊວງປ້ອງກັນປະເທດ, ກະຊວງໄປສະນີ, ໂທລະຄົມ ແລະ ສື່ສານ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ບໍລິສັດຂອງພວກຂ້າພະເຈົ້າ ຈົນສາມາດເປີດໂຕ ແລະ ດຳເນີນທຸລະກິດດ້ານໂທລະຄົມ ຢ່າງເປັນທາງການໃນມື້ນີ້.

อาจเป็นรูปภาพของ 2 คน และผู้คนกำลังยืน

ທິດທາງການດໍາເນີນທຸລະກິດຂອງ ບໍລິສັດ ເບສເທເລຄອມ ແມ່ນຈະພັດທະນາຂະຫຍາຍຕະຫຼາດໃຫ້ສາມາດແຂ່ງຂັນໄດ້ ໂດຍສະເພາະແມ່ນການບໍລິການດ້ານອິນເຕີເນັດ ເຊັ່ນ: FTTH, FIBER ແລະ ສາຍເຊົ່າພາຍໃນ ແລະ ຕ່າງປະເທດ ເຊັ່ນ: IPLC, DPLC ແລະ ການໃຫ້ບໍລິການສູນຮັບຝາກຂໍ້ມູນ DATA Center ແລະ ແຜນພັດທະນາການບໍລິການດ້ານ 3G, 4G, 5G ແລະ ການບໍລິການດ້ານໂທລະສັບມືຖືແບບເຄື່ອນທີ່ດ້ວຍໝາຍເລກຫຼັກ 8, ການບໍລິການໂທລະພາບ IPTV ຈາກ 24 ຊ່ອງເປັນ 200 ຊ່ອງ, ພ້ອມກັບພັດທະນາApplication ທີ່ກ່ຽວຂ້ອງອື່ນໆ.