ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

397

ຢູ່ປະເທດເຮົາແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.

ວັນທີ 17 ມີນາ 2021 ທີ່ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດການສະໜອງສິນເຊື່ອ ແລະ ການນໍາໃຊ້ບ້ວງເງິນສົ່ງເສີມວິຊາການ ຂອງໂຄງການສິນເຊື່ອຈຸນລະວິສາຫະກິດ ພ້ອມທັງເຊັນສັນຍາສະໜອງທຶນ ຄັ້ງທີ II ລະຫວ່າງ ທສວ ກັບ 4 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ( BDP ) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງເປັນສະມາຊິກສະພາບໍລິຫານ ແລະ ເປັນຮອງປະທານກວດກາພາຍໃນຂອງ ທສວ.

อาจเป็นรูปภาพของ 3 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ສະຖາບັນການເງິນຈຸລະພາກດັ່ງກ່າວ ຈະໄດ້ຮັບເງິນທຶນເພີ່ມຕື່ມຈາກ ທສວ ສະຖາບັນລະ 495 ລ້ານກີບ ( ລວມກັບບ້ວງທໍາອິດເປັນສະຖາບັນລະ 1 ຕື້ກີບ ) ເພື່ອນໍາທຶນດັ່ງກ່າວໄປປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດທີ່ຂຶ້ນທະບຽນ ແລະ ບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ ( ແຮງງານສະເລ່ຍໃນປີ ບໍ່ເກີນ 5 ຄົນ ) ແລະ ເປັນກຸ່ມຜູ້ຜະລິດ, ສະຫະກອນ ທີ່ນອນໃນບາງຂະແໜງບຸລິມະສິດ ຄື: ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ, ຂະແໜງຫັດຖະກຳ, ຂະແໜງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກຳ, ຂະແໜງການຄ້າ ແລະ ຂະແໜງການບໍລິການ.

ຈຸນລະວິສາຫະກິດໜຶ່ງສາມາດກູ້ຢືມໄດ້ບໍ່ເກີນ 50 ລ້ານກີບຕໍ່ສັນຍາ ( ທຶນຄົງທີ່ສາມາດກູ້ໄດ້ບໍ່ເກີນ 2 ຄັ້ງ ແລະ ທຶນໝູນວຽນສາມາດກູ້ໄດ້ບໍ່ຈໍາກັດຈໍານວນຄັ້ງ ), ອັດຕາດອກເບ້ຍບໍ່ເກີນ 1% ຕໍ່ເດືອນ. ນອກນີ້, ທສວ ຍັງສະໜອງທຶນຊ່ວຍເຫຼືອວິຊາການໃຫ້ສະຖາບັນລະ 40 ລ້ານກີບ ເພື່ອນໍາໄປຊ່ວຍສ້າງຄວາມເຂັ້ມແຂງໃຫ້ຈຸນລະວິສາຫະກິດທີ່ຈະກູ້ຢືມ ເຊັ່ນ: ການຝຶກອົບຮົມ, ການສໍາມະນາ, ການສຶກສາວິໄຈ ຫຼື ກິດຈະການສົ່ງເສີມການຕະຫຼາດ, ການພັດທະນາຜະລິດຕະພັນ, ການຍົກລະດັບດ້ານການຄຸ້ມຄອງທຸລະກິດ ແລະ ກິດຈະກໍາຕ່າງໆ ເພື່ອເປັນການຊ່ວຍຫຼຸດຜ່ອນຕົ້ນທຶນຂອງສະຖາບັນການເງິນຈຸລະພາກທີ່ເຂົ້າຮ່ວມໂຄງການ.

ຖ້າຫາກຈຸນລະວິສາຫະກິດໃດມີຄວາມສົນໃຈຢາກເຂົ້າຫາແຫຼ່ງທຶນດັ່ງກ່າວ ສາມາດພົວພັນກັບ 4 ສະຖາບັນການເງິນຈຸລະພາກທີ່ກ່າວມານັ້ນໄດ້ໂດຍກົງ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ຈຳກັດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ ຈຳກັດ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ຈຳກັດ ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊອຸດົມ ຈຳກັດ.

[ Cr: ກອງທຶນ SME ]