ເບິ່ງ 5 ໜ້າວຽກຈຸດສຸມຂອງຄະນະລັດຖະບານຊຸດໃໝ່(ຊຸດທີ IX)

691

ດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ນຳສະເໜີຂ່າວໄປແລ້ວໃນຄາບເຊົ້າມື້ນີ້(22 ມີນາ 2021) ເຊິ່ງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແມ່ນໄດ້ມີການພິຈາລະນາຮັບຮອງເອົາຫຼາຍຕຳແໜ່ງສຳຄັນຂອງປະເທດເຮົານັບແຕ່ຕຳແໜ່ງສູງສຸດກໍ່ຄືປະມຸກລັດ, ນາຍົກລັດຖະມົນຕີ, ຄະນະລັດຖະບານ, ໂຄງປະກອບການຈັດຕັ້ງຂອງສະພາແຫ່ງຊາດ ໃນນັ້ນທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພາຍຫຼັງກອງປະຊຸມລົງຄະແນນສຽງຮັບຮອງເອົາ ທ່ານໄດ້ກ່າວສະແດງຂອບໃຈທີ່ໄວ້ວາງໃຈພ້ອມກຳນົດບັນດາວຽກງານຈຸດສຸມຂອງຄະນະລັດຖະບານຊຸດນີ້ ເຊິ່ງມີ 5 ໜ້າວຽກສຳຄັນດັ່ງນີ້:


1. ສືບຕໍ່ຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພໃຫ້ໜັກແໜ້ນ ແລະຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ໝົດໄປເທື່ອລະກ້າວ.
2. ສືບຕໍ່ເພີ່ມທະວີການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມເຂັ້ມແຂງ ດ້ວຍທຸກມາດຕະການ ລວມທັງການປະຕິຮູບລະບົບການເງິນ-ງົບປະມານຂອງລັດ ເພື່ອເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ມີຄຸນນະພາບເຂັ້ມແຂງ ແລະ ຍືນຍົງ.

3. ສືບຕໍ່ປັບປຸງ ກົນໄກການຄຸ້ມຄອງບໍລິຫານພາກລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະໂປ່ງໃສ. ສິ່ງສໍາຄັນແມ່ນຈະເພີ່ມຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມສິດໜ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບ ຂອງເເຕ່ລະພາກສ່ວນຕາມລະບຽບກົດໝາຍ.
4. ສືບຕໍ່ເອົາໃຈໃສ່ສ້າງບັນດາປັດໄຈ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ເປັນກ້າວໆ.


5. ສືບຕໍ່ຢຶດໝັ້ນ ແລະ ປະຕິບັດແນວທາງການຕ່າງປະເທດ, ສັນຕິພາບ, ມິດຕະພາບ ຂອງພັກ ແລະ ຮ່ວມມີຢ່າງຕັ້ງໜ້າ ລວມທັງການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ. ເພື່ອຮັບປະກັນ ການປະຕິບັດສິດໜ້າທີ່ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ນັ້ນອີກເທື່ອໜຶ່ງ ຂ້າພະເຈົ້າຂໍນ້ອມຮັບເອົາຄວາມເຊື່ອໝັ້ນໄວ້ວາງໃຈ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ກໍ່ຄືຄວາມມຸ້ງຫວັງຂອງປະຊາຊົນບັນດາເຜົ່າ ທີ່ຢາກໃຫ້ ລັດຖະບານຊຸດທີ IX ເປັນລັດຖະບານທີ່ ເວົ້າເເທ້ ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ເພື່ອປະຊາຊົນ, ພ້ອມກັນນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ, ສະພາທ້ອງຖິ່ນ ທີ່ເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ຕິດຕາມກວດກາ, ໃຫ້ຄໍາຕຳນິຕິຊົມ ແລະ ປະກອບຄຳຄິດເຫັນທີ່ສ້າງສັນໃຫ້ແກ່ລັດຖະບານ ຊຸດທີ IX ໄດ້ປະຕິບັດພາລະກິດອັນໃຫຍ່ຫຼວງນີ້ ໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິຜົນສູງ ຕາມທີ່ພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.