ບົດສະຫຼຸບຟຸດຊໍ ຣີໄວ ຄັບ 2021 ຄູ່ຊີງຊະນະເລີດສົມສັກສີ

156

ການແຂ່ງຂັນກີລາຟຸດຊໍລາຍການທໍາອິດຂອງປີ 2021 ( REVIVE FUTSAL President LFF Cup 2021 ) ຈົບລົງຢ່າງສວຍງາມ ເມື່ອວັນທີ 21 ມີນາ 2021 ທີ່ສະໜາມໃນຮົ່ມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ໂດຍຄູ່ຊີງຊະນະເລີດສົມສັກສີລຸ້ນຈົນເຖິງວິນາທີສຸດທ້າຍ ກ່ອນທີ່ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຈະບຽດເອົາຊະນະ ໄອ-ສະປອນ 5-4.

ນັດຊີງຊະນະເລີດນັດດັ່ງກ່າວ ສົມກັບການລໍຄອຍຂອງແຟນໆ ເມື່ອ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ແຊັມຟຸດຊໍທົ່ວນະຄອນຫຼວງປະຈໍາປີ 2020 ເຕັງ 1 ລາຍການນີ້ໄດ້ປະຕູຂຶ້ນນໍາໄປກ່ອນ, ແຕ່ ໄອ-ສະປອດ ພິກຂຶ້ນນໍາ 3-2 ກ່ອນຈົບເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ 1 ປະຕູໃນຕົ້ນເກມ ແລະ ໄດ້ອີກ 2 ປະຕູລວດໃນ 5 ນາທີໆສຸດທ້າຍພິກຂຶ້ນນໍາ 5-3. ຢ່າງໃດກໍຕາມ ໄອ-ສະປອດ ໄລ່ມາເປັນ 4-5 ໄລຍະທ້າຍເກມ ກ່ອນຈົບການແຂ່ງຂັນ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ເອົາຊະນະໄປຫວຸດຫວິດ 5-4 ຄວ້າແຊັມໄປຄອງ.

ບົດສະຫຼຸບການແຂ່ງຂັນ ຟຸດຊໍ ຣີໄວ ຄັບ 2021 ມີດັ່ງນີ້:
-ແຊັມ ເບ ປີ້ງແບ້ ສະຫວັນ ມາລວຍ ເອັຟຊີ ລົງສະໜາມ 7 ນັດຊະນະ 6 ແລະ ເສຍ 1 ນັດ ໄດ້ຮັບຂັນ, ຫຼຽນ ແລະ ເງິນຈຳນວນ 8 ລ້ານກີບ.


-ຮອງແຊັມ: ໄອ-ສະປອດ ລົງສະໜາມ 7 ນັດຊະນະ 6 ແລະ ເສຍ 1 ນັດໄດ້ຮັບຫຼຽນ ແລະ ເງິນຈຳນວນ 5 ລ້ານກີບ.

-ທະເວັນຕິຊິກ ລົງ 7 ນັດຊະນະ 4 ສະເໝີ 1 ແລະ ເສຍ 2 ນັດ ໄດ້ຮັບຫຼຽນ ແລະ ເງິນຈຳນວນ 3 ລ້ານກີບ.

-ດາວຍິງສູງສຸດ: ນິດນີລັນ ຈັນຈະເລີນ ຈາກທີມຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຍິງໄດ້ 18 ປະຕູ ໄດ້ຂັນ ແລະ ເງິນຈຳນວນ 1 ລ້ານກີບ.

-ຜູ້ຮັກສາປະຕູດີເດັ່ນ: ພຸດສະຫວັນ ຫຼອດລ່ຽມ ຜູ້ຮັກສາປະຕູ ຈາກນະຄອນຫຼວງ ເອັຟຊີ ເສຍປະຕູໜ້ອຍທີ່ສຸດ 18 ປະຕູ ໄດ້ຮັບຂັນ ແລະ ເງິນຈຳນວນ 1 ລ້ານກີບ.