ເອັສຣາ ປະກາດລາຍຊື່ນັກເຕະລຸຍລາວລີກ 1 ໃຊ້ນັກເຕະລາວລ້້ວນໆ ພ້ອມຕັ້ງເປົ້າຕິດ 1 ໃນ 3

211

ເອັສຣາ ເອັຟຊີ ປະກາດລາຍຊື່ນັກເຕະກຽມພ້ອມລຸຍລາວລີກ 1 ລະດູການ 2021 ອອກມາເປັນທີ່ຮຽບຮ້ອຍ ເຊິ່ງເປັນນັກເຕະລາວທັງໝົດນໍາໂດຍ ພັດທະນາ ພົມມະເທບ, ອານຸສອນ ໄຊປັນຍາ ແລະ ໂຈນີ ແຫວນປະເສີດ 3 ນັກເຕະທີມຊາດລາວ ອະດີດຢູ 19 ລວມເຖິງນັກເຕະຄົນອື່ນໆທີ່ເປັນນັກເຕະລາວທັງໝົດ ພ້ອມຕັ້ງເປົ້າໝາຍຫວັງຕິດ 1 ໃນ 3.

ທ່ານ Mideum Issac Kim ຜູ້ຈັດການທີມຂອງ ສະໂມສອນ ເອັສຣາ ເອັຟຊີ ເປີດເຜີຍຕໍ່ທີມຂ່າວໜັງສືພິມເສດຖະກິດ-ການຄ້າ ວ່າ:ລະດູການ 2021 ພວກເຮົາເສີມນັກເຕະໃໝ່ 3 ຄົນທີ່ເປັນນັກເຕະລາວທັງໝົດ ເຊິ່ງທີ່ຜ່ານມາພວກເຮົາກໍໄດ້ອຸ່ນເຄື່ອງ 3 ນັດກັບ ວຽງຈັນ ເອັຟຊີ, ຊ້າງນ້ອຍ ເອັຟຊີ ແລະ ກອງທັບ ເອັຟຊີ ກໍສະເໝີທັງ 3 ນັດເຫັນວ່ານັກເຕະແຕ່ລະທີມມີການພັດທະນາຫຼາຍຂຶ້ນ. ດັ່ງທີ່ຮູ້ໃນລະດູການ 2020 ພວກເຮົາໃຊ້ນັກເຕະພາຍໃນ ສູນເອັສຣາ ເກືອບທັງໝົດ ແລະ ທຸກຄົນແມ່ນຍັງນ້ອຍ ເຫັນໄດ້ຈາກພວກເຮົາຫຼິ້ນໄດ້ດີໃນການແຂ່ງຂັນ ແຕ່ໃນເວລາສໍາຄັນເປັນຕົ້ນແມ່ນເວລາຈົບປະຕູ ແລະ ເວລາຖືກກົດດັນໃນໜ້າເຂດໂທດ ກັບເຮັດບໍ່ໄດ້ດີເທົ່າທີ່ຄວນ ເນື່ອງຈາກນັກເຕະສ່ວນໃຫຍ່ແມ່ນໄດ້ເຕະໃນລີກສູງສຸດຂອງ ສປປ ລາວ ເປັນຄັ້ງທໍາອິດໃນປີນັ້ນ

ຜູ້ຈັດການທີມຂອງ ສະໂມສອນ ເອັສຣາ ເອັຟຊີ ກ່າວອີກວ່າ: ແນ່ນອນວ່າປີ 2021 ນັກເຕະໃນທີມສ່ວນໃຫຍ່ແມ່ນໄດ້ມີປະສົບການໃນລາວລີກ 1 ລະດູການທີ່ຜ່ານມາ ເຮັດໃຫ້ປີນີ້ພວກເຮົາມີຄວາມໝັ້ນໃຈຫຼາຍຂຶ້ນ ແລະ ສາມາດແຂ່ງຂັນກັບທຸກທີມໄດ້ແນ່ນອນ, ສ່ວນເປົ້າໝາຍພວກເຮົາກໍຫວັງຕິດ 1 ໃນ 3 ໃນການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ໃຫ້ໄດ້ ແລະ ເຊື່ອວ່າອີກ 1-2 ປີຂ້າງໜ້າພວກເຮົາຈະເປັນແຊັມໃນລີກສູງສຸດຂອງ ສປປ ລາວ ໃຫ້ໄດ້.

ສໍາລັບ ເອັສຣາ ເອັຟຊີ ຈະໃຊ້ນັກກີລາ ທັງຫມົດ 19 ຄົນ ເຂົ້າຮ່ວມ ການແຂ່ງຂັນ ເປບຊີ ລາວລີກ 1 2021 ມີລາຍຊື່ດັ່ງລຸ່ມນີ໊:
– ຜູ້ຮັກສາປະຕູ: ຈັນທະວິໄຊ ທຽບອານົງ ແລະ ຊະນະໄຊ ສອນທະວົງ
– ກອງຫຼັງ: ອານັນຕະຊາ ສີພົງພັນ, ພຸດທະວົງ ສັງວິໄລ, ທິນນະກອນ ກ້ອງຕະການ, ວັນນະເດດ ນວນມະນີອົບ, ອຸ່ນ ເພັດວົງສາ, ອານຸພາບ ໄຊນະລໍ່ ແລະ ທະນາກອນ ມະໄລທອງ
– ກອງກາງ: ພັດທະນາ ພົມມະເທບ, ເລັກໂຕ ຫຼວງອາໄພ, ສຸນິກອນ ສຸພູສິດ, ພຸດທະລັກ ທອງຊະນິດ, ສິງທອງ ສິຍະວົງ ແລະ ພອນປະເສີດ ມີຈະເລີນ
– ກອງໜ້າ: ສະເຫຼີມໄຊ ພົມມະວົງ, ໂຈນີ ແຫວນປະເສີດ, ອານຸສອນ ໄຊປັນຍາ ແລະ ທຽນທັນວາ ສີຈຳປາ

ສໍາລັບ ເອັສຣາ ເອັຟຊີ ລະດູການ 2020 ຖືວ່າເປັນການກັບມາໄດ້ຢ່າງໂດດເດັ່ນ ລົງສະໜາມ 12 ນັດຊະນະ 4, ສະເໝີ 4 ແລະ ເສຍ 4 ນັດມີ 16 ຄະແນນຢູ່ອັນດັບ 4 ຂອງຕາຕະລາງຄະແນນຕາມຫຼັງ ອັນດັບ 3 ຊ້າງນ້ອຍ ເອັຟຊີ ພຽງ 1 ຄະແນນ, ເຊິ່ງລະດູການດັ່ງກ່າວ ເອັສຣາ ເອັຟຊີ ໃຊ້ນັກເຕະໃໝ່ທີ່ບໍ່ເຄີຍມີປະສົບການໃນລາວລີກ 1 ມາກ່ອນ, ໂດຍລວມຜົນງານດີທີ່ສຸດ ແຕ່ ເອັສຣາ ເອັຟຊີ ເປັນທີມທີ່ສ້າງສັນໂອກາດຍິງໄດ້ຫຼາຍທີ່ສຸດ ແລະ ມັກເສຍປະຕູໃນ 5 ນາທີທໍາອິດ ກັບ 5 ນາທີສຸດທ້າຍ ເຊິ່ງທາງຜູ້ຈັດການທີມຂອງ ເອັສຣາ ເອັຟຊີ ເຄີຍເປີດເຜີຍວ່າຈະເນັ້ນແກ້ໄຂຈຸດນີ້.

ຂ່າວ: ຄໍາສອນ; ຮູບ: ສອນໄຊ