ສະຫຼອງ 12 ປີ ຈາກົວແລນໂລເວີ ແຈກໂຊກໃຫຍ່ ລົດຈາກົວ 1 ຄັນ ແລະ ລາງວັນອື່ນໆ

660

ຫ້ອງຂາຍລົດ JAGUAR LANDROVER ລາວ ໄດ້ຈັດໂຄງການຄືນກໍາໄລໃຫ້ລູກຄ້າ ເພື່ອສະເຫຼີມສະຫຼອງ 12 ປີ ທີ່ດໍາເນີນທຸລະກິດໃນປະເທດລາວ ເຊິ່ງລາງວັນໃຫຍ່ແມ່ນແຈກລົດຈາກົວ 1 ຄັນ ກະຕິກາງ່າຍໆພຽງຊື້ລົດລະຫວ່າງວັນທີ 18 ມີນາ ເຖິງ 30 ມິຖຸນາ 2021 ກໍມີສິດຮັບຄູປອງເພື່ອລຸ້ນໂຊກ.

ທ່ານ ນາງ ອຸທິດ ສີພັນດອນ ຜູ້ຈັດການຝ່າຍຂາຍ JAGUAR LANDROVER ກ່າວວ່າ: ການຈັດໂຄງການດັ່ງກ່າວເພື່ອສະເຫຼີມສະ ຫຼອງ 12 ປີ ຂອງ JAGUAR LANDROVER ລາວ ເຊິ່ງພວກເຮົາຖືວ່າຕະຫຼອດໄລຍະຜ່ານມາໄດ້ຮັບຄວາມນິຍົມຈາກປະຊາຊົນ ແລະ ລູກຄ້າເປັນຢ່າງດີ ແລະ ພວກເຮົາກໍໄດ້ມີການພັດທະນາ ເຮັດໃຫ້ປະຊາຊົນຮູ້ຈັກຜະລິດຕະພັນ JAGUAR LANDROVER ລາວ.

อาจเป็นรูปภาพของ 1 คน และกำลังยืน

ທ່ານກ່າວວ່າ: ເງື່ອນໄຂໃນການມອບໂຊກຄັ້ງນີ້ ລູກຄ້າຊື້ລົດເລີ່ມແຕ່ວັນທີ 18 ມີນາ ໄປຈົນເຖິງ 30 ມິຖຸນາ 2021 ຈະໄດ້ບັດຄູປອງ ເພື່ອຊີງໂຊກສໍາລັບການຈົກສະ ຫຼາກຫາຜູ້ໂຊກດີ ແມ່ນວັນ ທີ 15 ກໍລະກົດ 2021. ສ່ວນຜູ້ບໍລິຫານ, ຜູ້ຖືຮຸ້ນ, ພະນັກງານພາຍໃນ JAGUAR LANDROVER ລາວ, ໃນເຄືອ RMA LAO ແມ່ນບໍ່ມີສິດລຸ້ນຮັບໂຊກ ເຊິ່ງພວກເຮົາຈະແຈກໃຫ້ສະເພາະລູກຄ້າເທົ່ານັ້ນ. ຄາດວ່າໂຄງການດັ່ງກ່າວລູກຄ້າທີ່ຈອງ ແລະ ອອກລົດປະມານ 70 ຄັນ, ນອກຈາກມອບລົດແລ້ວຍັງມີລາງວັນອື່ນໆອີກ ເປັນຕົ້ນແມ່ນໄອໂຟນ 12 ໂປແມັກ ແລະ ສາຍຄໍຄໍາ 1 ບາດ. ນອກນັ້ນ, ຍັງມີຂອງຂວັນທີ່ລະນຶກ ເປັນຕົ້ນແມ່ນໂມງຂອງ Jaguar ແລະ ໂມງຂອງ Land Rover.

อาจเป็นรูปภาพของ สถานที่ในร่ม

ທ່ານກ່າວຜົນຕອບຮັບໃນປີ 2020 ເຖິງວ່າຈະເປັນ ໄລຍະໂຄວິດ – 19 ລະບາດ ທາງຫ້ອງຂາຍ JAGUAR LANDROVER ລາວ ກໍສາມາດປະຕິບັດຕາມເປົ້າການຕະຫຼາດ ແລະ ໄດ້ສົ່ງມອບລົດໃຫ້ລູກຄ້າທຸກໆເດືອນ. ສ່ວນຍອດຂາຍລົດໃນຕົ້ນປີ 2021 ກໍເຫັນວ່າມີຜົນຕອບຮັບໄດ້ດີພໍສົມຄວນ.

ຂໍ້ມູນຝ່າຍຂາຍແຈ້ງຕື່ມອີກວ່າ: ໃນປີ 2013 ບໍລິສັດ Jaguar ແລະ Land Rover ໄດ້ຮວມຕົວເຂົ້າເປັນບໍລິສັດດຽວ ເກີດມີການປະສົມປະສານການອອກແບບ ເຕັກນິກວິຊາການເປັນອັນໜຶ່ງດຽວກັນ ເຊິ່ງມີສໍານັກງານຢູ່ລອນດອນ ປະເທດອັງກິດ, ມີສູນອອກແບບ 2 ແຫ່ງ ແລະ ໂຮງງານຜະລິດ 3 ແຫ່ງ.

อาจเป็นรูปภาพของ หนึ่งคนขึ้นไป

ສ່ວນໃນປະເທດລາວ ໄດ້ນໍາເຂົ້າລົດ Land Rover ໃນປີ 2009 ແລະ Jaguar ກໍໄດ້ຖືກນໍາເຂົ້າມາຂາຍໃນປີ 2013 ປັດຈຸບັນລົດ JAGUAR LANDROVER ທີ່ຂາຍໄປແລ້ວມີ 1.200 ຄັນ ກວມເອົາ 44% ຂອງສັດສ່ວນຕະຫຼາດລົດຫຼູໃນປະເທດລາວ.
ພິທີຖະແຫຼງຂ່າວມີຂຶ້ນ ວັນທີ 18 ມີນາ 2021 ທີ່ຫ້ອງຂາຍ JAGUAR LANDRO VER ໄດ້ມີພິທີຖະແຫຼງຂ່າວສະເຫຼີມສະຫຼອງ 12 ປີ ໂດຍການເປັນປະທານຂອງຄະນະຜູ້ບໍລິຫານ ແລະ ຜູ້ຖືຮຸ້ນຂອງ JAGUAR LAND ROVER ພ້ອມສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.