ນາຍົກລັດຖະມົນຕີແຫ່ງ ສປປ ລາວສະໄໝທີ IX ຄືທ່ານ ພັນຄຳ ວິພາວັນ

1158

ທ່ານພັນຄຳ ວິພາວັນ ຖືເປັນການນຳລຸ້ນໃໝ່ທີ່ມີແນວທາງການເຮັດວຽກຢ່າງສຽບຂາດ ຈີງຈັງສະເໝີຕົ້ນສະເໝີປາຍ, ທ່ານເປັນຜູ້ທີ່ມີຄວາມມານະອົດທົນສູງ ແລະມີຄວາມສາມັກຄີເປັນປຶກແຜ່ນ ເປັນການນຳວິທະຍາສາດທີ່ມີວິໄສທັດອັນກວ້າງໄກ ພິເສດແມ່ນການບໍລິຫານລັດ ທ່ານໄດ້ຊີ້ນຳໃຫ້ພະນັກງານລັດຖະກອນໃຫ້ເຮັດວຽກຮັບໃຊ້ປະເທດຊາດ ແລະປະຊາຊົນຢ່າງແທ້ຈີງບັນດາສະມາຊິກສະພາແຫ່ງຊາດມີຄວາມເຫັນວ່າ ພາຍໃຕ້ການນຳພາຂອງທ່ານພັນຄຳ ວິພາວັນ ໃນການບໍລິຫານປະເທດເຮົາເຊື່ອວ່າຈະມີການພັດທະນາ ແລະມີຄຸນນະພາບ.

ດັ່ງນັ້ນ, ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາ ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໄດ້ສະເໜີ ແລະ ຮັບຮອງເອົາ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ດ້ວຍຄະແນນສຽງເປັນສ່ວນຫຼາຍ ຈາກຜູ້ເຂົ້າຮ່ວມທັງໝົດ 162 ທ່ານ ເຫັນດີ 158 ທ່ານ ກວມເອົາ 98.77%; ບໍ່ເຫັນດີ 1 ທ່ານ ກວມເອົາ 0,61%; ບໍ່ອອກສຽງ 1 ທ່ານ ກວມ 0,61%.


ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຂຶ້ນກ່າວ ຮັບຕຳແໜ່ງວ່າ: ຂ້າພະເຈົ້າເຂົ້າໃຈຢ່າງເລິກເຊິ່ງວ່າ ນີ້ແມ່ນການມອບຄວາມຮັບຜິດຊອບການເມືອງທີ່ມີກຽດສູງສົ່ງ ທັງເປັນໜ້າທີ່ທ້າທາຍທົດສອບໃຫຍ່ຫຼວງ ໃຫ້ແກ່ຂ້າພະເຈົ້າໃນຖານະເປັນຫົວໜ້າລັດຖະບານ ຊຸດທີ 9 ເພື່ອສືບຕໍ່ປະຕິບັດໜ້າທີ່ໃນການບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທີ່ພັກເຮົາໄດ້ກໍານົດໄວ້.


ໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານ ຊຸດທີ IX, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ແລະ ຕີລາຄາສູງ ຕໍ່ຜົນງານສໍາຄັນ ທີ່ລັດຖະບານ ຊຸດທີ VIII ໂດຍມີ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ ຍາດມາໄດ້. ໃນໄລຍະ 5 ປີ ຜ່ານມາ ເຖິງວ່າສະພາບແວດລ້ອມ ທັງພາຍໃນ ແລະ ຕ່າງປະເທດ ຈະມີຂໍ້ຫຍຸ້ງຍາກນາໆປະການ ເເຕ່ລັດຖະບານ ຊຸດທີ ກໍໄດ້ສຸມເຫື່ອແຮງສະຕິປັນຍາ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ອັນມີກຽດຂອງຕົນຢ່າງຕັ້ງໜ້າ, ສາມາດບໍລິຫານປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສືບຕໍ່ດຳເນີນຕາມທິດທີ່ພັກເຮົາໄດ້ກຳນົດໄວ້ ຊຶ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ລັດຖະບານ ຊຸດທີ IX ໄດ້ສືບຕໍ່ເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.

ການລົງເຮັດວຽກຂອງທ່ານນາຍົກໃນໄລຍະຜ່ານມາ

ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊຸມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ IX ປະຕິບັດໜ້າທີ່ຂອງຕົນໃຫ້ດີເທົ່າທີ່ຈະດີໄດ້ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ຈະບໍລິສຸດໃຈ ເພື່ອຮ່ວມກັບຄະນະນຳຂອງພັກ ແລະ ລັດ ທັງສູນກາງແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະສົບຜົນສຳເລັດເປັນຢ່າງດີ.