ສັນຍານທີ່ດີ ອັດຕາເງິນເຟີ້ເດືອນ ກຸມພາ ເພີ່ມຂຶ້ນຊ້າລົງຢູ່ໃນລະດັບ 1,91%

386

ອັດຕາເງິນເຟີ້ເດືອນກຸມພາ 2021 ຢູ່ໃນລະດັບ 1,91% ເຊິ່ງເພີ່ມຂຶ້ນໃນຈັງຫວະທີ່ຊ້າກວ່າເດືອນຜ່ານມາ, ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ເໜັງຕີງເພີ່ມຂຶ້ນຊ້າ ແມ່ນມາຈາກໝວດສິນຄ້າ ແລະ ບໍລິການຕົ້ນຕໍຕ່າງໆ ຄື: ລາຍການເຂົ້າສານ ຫຼຸດລົງ -7,15%, ໝວດຮ້ານອາຫານ ແລະ ໂຮງແຮມຫຼຸດລົງ 2,63%, ໝວດການສຶກສາຫຼຸດລົງ -0,27% ແລະ ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ຫຼຸດລົງ 0,77%.

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກຸມພາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 056/ສຖຕ2.2 ລົງວັນທີ 15 ກຸມພາ 2021 ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມປະຈຳເດືອນກຸມພາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1,91% ( ເດືອນມັງກອນ 2021 ແມ່ນ 2,01% ) ເຊິ່ງສືບຕໍ່ເພີ່ມຂຶ້ນໃນຈັງຫວະທີ່ຊ້າ ກວ່າເດືອນຜ່ານມາ.

ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ເໜັງຕີງເພີ່ມຂຶ້ນຊ້າ ແມ່ນມາຈາກໝວດສິນຄ້າ ແລະ ບໍລິການຕົ້ນຕໍຕ່າງໆ ປະກອບມີ: ລາຍການເຂົ້າສານ ຫຼຸດລົງ -7,15%, ໝວດຮ້ານອາຫານ ແລະ ໂຮງແຮມ ຫຼຸດລົງ 2,63%, ໝວດການສຶກສາ ຫຼຸດລົງ -0,27% ແລະ ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ຫຼຸດລົງ 0,77%. ສ່ວນໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 8,44%.

ไม่มีคำอธิบายรูปภาพ

ໃນນີ້, ແມ່ນກຸ່ມການຮັກສາຄວາມງານ ແລະ ວັດຖຸມີຄ່າ, ໝວດຮັກສາສຸຂະພາບ ເພີ່ມຂຶ້ນ 3,66%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 3,69%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,15%, ໝວດໄປສະນີ ແລະໂທລະຄົມມະນາຄົມ ເພີ່ມຂຶ້ນ 2,47%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 2,40%. ໃນນີ້ ດັດຊະນີປະເພດຊີ້ນ ເພີ່ມຂຶ້ນ 8,45%, ຜັກສົດ ເພີ່ມຂຶ້ນ 10,78%, ໝາກໄມ້ ເພີ່ມຂຶ້ນ 3,61%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,06%.

ດັດຊະນີລາຄາຜູ້ບໍລິໂພກ ປະຈໍາເດືອນກຸມພາ 2021 ທຽບກັບເດືອນມັງກອນ ແມ່ນມີທ່າອ່ຽງຫຼຸດລົງ -0,30%, ຍ້ອນການປ່ຽນແປງຂອງລາຄາສິນຄ້າ ແລະ ການບໍລິການຕົ້ນຕໍ ເຊັ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບເດືອນຕໍ່ເດືອນ ຫຼຸດລົງ 0,79%; ໝວດເຫຼົ້າ ແລະ ຢາສູບ ທຽບເດືອນຕໍ່ເດືອນ ເພີ່ມຂຶ້ນ 0,53%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,10%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,18%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,07%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 0,29%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,06%; ໝວດສິນຄ້າ ແລະ ບໍລິການອື່ນໆ ທຽບເດືອນຕໍ່ເດືອນ ຫຼຸດລົງ -0,29% ແລະ ທຽບປີຕໍ່ປີ ເພີ່ມຂຶ້ນ 8,44%.

ສຳລັບອັດຕາເງິນເຟີ້ພື້ນຖານ ( Core Inflation ) ແລະ ອັດຕາເງິນເຟີ້ບໍ່ເປັນພື້ນຖານ ( Non-Core Inflation ) ດັດຊະນີລາຄາການຊົມໃຊ້ພື້ນຖານເດືອນກຸມພາ 2021 ທຽບເດືອນຜ່ານມາ ເພີ່ມຂຶ້ນ 0,08% ແລະ ດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານເດືອນກຸມພາ ທຽບເດືອນຜ່ານມາ ຫຼຸດລົງ -0,74% ຍ້ອນການເໜັງຕີງຂອງລາຄາປະເພດອາຫານສົດ.