ມື້ນີ້ຈະພາທ່ານມາຮູ້ຈັກກັບ ເຮືອນນໍ້າຊາ ຫຼວງພະບາງ ເຊິ່ງທາງຮ້ານເພິ່ນຢາກໃຫ້ລູກຄ້າຮູ້ສຶກວ່າໄດ້ກິນອາຫານຄືກັບຢູ່ຄອບຄົວກິນທຸກມື້, ດັ່ງນັ້ນເພິ່ນຈຶ່ງສ້າງເຮືອນນໍ້າຊາ The Tea House Luang Prabang ເພື່ອໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ກັບທຸກຄົນທີ່ແວະແວ່ບໍ່ວ່າຈະມາແຕ່ຂົງເຂດໃດໃກ້ ຫຼື ໄກ ໂດຍສະເພາະນ້ຳຊາ ທີ່ມີຄຸນປະໂຫຍດຕໍ່ຮ່າງກາຍ ດື່ມແລ້ວດີຕໍ່ສຸຂະພາບ ປາສະຈາກສານປະສົມ ( ເຄມີ ) ໃດໆ.
ພາຍໃນຮ້ານຕົກແຕ່ງດ້ວຍເຟີນີເຈີໄມ້ງົດງາມມີເອກະລັກ ແລະ ອ້ອມຮອບໄປດ້ວຍສວນສີຂຽວ ເຮັດໃຫ້ຮູ້ສຶກສົດຊື່ນສະບາຍໃຈເມື່ອໄດ້ມາຢ້ຽມຢາມ ເຊິ່ງແຕ່ລະລາຍການອາຫານຂອງຮ້ານເພິ່ນ ແມ່ນໄດ້ນໍາເອົາຜັກປອດສານເຄມີມາປຸງແຕ່ງ, ພ້ອມກັບປະເພດເຄື່ອງດື່ມທີ່ຫຼາກຫຼາຍ ເຊັ່ນ: ປະເພດນໍ້າຊາຂອງທາງຮ້ານ ແລະ ບັນດານ້ຳໝາກໄມ້. ນອກຈາກນີ້, ເພິ່ນຍັງມີເຂົ້າໜົມຫວານ ແລະ ເຄັກແຊບໆໃຫ້ເລືອກຮັບປະທານນຳອີກ.
ພິເສດທາງຮ້ານເພິ່ນມີກິດຈະກຳສອນເຮັດສະບູ ແລະ ເຈ້ຍສາພ້ອມເດີ ເພື່ອໃຫ້ຄອບຄົວໄດ້ເຮັດກິດຈະກຳຮ່ວມກັນ ແລະ ເພື່ອຜູ້ສົນໃຈໄດ້ເຂົ້າມາຮຽນຮູ້ນໍາໄດ້ ແຕ່ຕ້ອງໄດ້ໂທແຈ້ງທາງຮ້ານກ່ອນ ເພື່ອຈະໄດ້ກຽມພ້ອມໄວ້.
ສຳລັບທ່ານໃດໄດ້ໄປຫຼວງພະບາງ ພາຄອບຄົວແວະຮ້ານເພິ່ນລອງເບິ່ງເດີ ແລ້ວຈະຮູ້ສຶກໄດ້ເຖິງຄວາມອົບອຸ່ນສໍາລານໃຈ.
ຮ້ານນ້ຳຊາ The Tea House Luang Prabang ຫ່າງຈາກຕົວເມືອງຫຼວງພະບາງ ປະມານ 2 ກິໂລແມັດ ຢູ່ບ້ານຊ່າງຄ້ອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເສັ້ນທາງສະດວກຕະຫຼອດປີ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນກໍໄປໄດ້ເດີ.
ເພື່ອຄວາມສະດວກ ທ່ານສາມາດປະສານຫາເພິ່ນ ລ່ວງໜ້າຜ່ານເບີ 030 5358 411, 020 7777 3224.
ຂໍ້ມູນຈາກ: ວາລະສານ ຈຳປາເມືອງລາວ ( ສະບັບເດືອນ 11 – 12 ປີ 2018 )
[ ຮູບ: Duangtavanh Oudomchith ]