ຮັບຮອງແລ້ວ ທ່ານໄຊສົມພອນ ພົມວິຫານຂຶ້ນເປັນປະທານສະພາແຫ່ງຊາດຄົນໃໝ່

563

ຕາມວາລະຂອງສະພາແຫ່ງຊາດ ເມື່ອຄົບກຳນົດການເຄື່ອນໄຫວໃນເວລາ 5 ປີ, ກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກຈະໄດ້ລົງຄະແນນສຽງຮັບຮອງເອົາຜູ້ທີ່ມີມາດຖານເງື່ອນໄຂເຂົ້າມາຮັບໜ້າທີ່ເປັນປະທານສະພາແຫ່ງຊາດຊຸດຕໍ່ໄປເພື່ອສືບຕໍ່ຊີ້ນຳ ນຳພາວຽກງານຕາມໜ້າທີ່ການເມືອງໃນໄລຍະໃໝ່ ແລະກອງປະຊຸມຄັ້ງປະຖົມມະລຶກຂອງສະມາຊິກສະພາແຫ່ງຊາດຊຸດ IX ໃນມື້ທຳອິດທີ່ເປີດຂຶ້ນມື້ນີ້ (22 ມີນາ 2021) ໄດ້ພິຈາລະນາຮັບຮອງເອົາທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດຄົນໃໝ່ຢ່າງເປັນທາງການ.

ສຳລັບທ່ານ ໄຊສົມພອນ ພົມວິຫານ ເກີດວັນທີ12 ທັນວາ ປີ 1956 ທີ່ບ້ານນາແມວເມືອງວຽງໄຊ ແຂວງຫົວພັນ ເປັນຊົນເຜົ່າລາວ ຖືສາສະໜາພຸດ ປະຈຸບັນຢູ່ນະຄອນຫຼວງວຽງຈັນ
ໜ້າທີ່ຮັບຜິດຊອບກ່ອນ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ທ່ານເປັນກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດສະໄໝທີ x, ລະດັບວິຊາສະເພາະ ທ່ານຈົບປະລິນຍາເອກ ວິຊາເສດຖະສາດການເມືອງ ສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ)
ທ່ານເຂົ້າເປັນເປັນພະນັກງານັລດຖະກອນໃນປີ 1975 ແລະໄດ້ເຂົ້າພັກສົມບູນໃນວັນທີ 1 ກັນຍາ 1984

ສຳລັບການເຄື່ອນໄຫວຂອງທ່ານໃນແຕ່ລະໄລຍະມີດັ່ງນີ້: ປີ 1977ໍ່1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດມົດສະກູ ສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ)
ປີ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,
ປີ1984-1987 ຄົ້ນຄວ້າ ແລະປ້ອງກັນສຳເລັດປະລິນຍາເອກຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງລັດ ມົດສະກູ ສະຫະພາບໂຂວຽດ.
ປີ 1987-1991 ເປັນຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະພົວພັນເສດຖະກິດກັບຕ່າງປະເທດ
ປີ 1991-1993 ເປັນກຳມະການສູນກາງພັກສະໄໝທີV ເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ

ປີ 1993-1995 ເປັນເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ
ປີ 1995-1997 ເປັນກຳມະການສູນກາງພັກສະໄໝທີ VI ລັດຖະມົນຕີກະຊວງການເງິນ
ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດຊຸດທີ IV ລັດຖະມົນຕີວ່າການສຳນັກງານນາຍົກລັດຖະມົນຕີ
ປີ 2001-2006 ເປັນກຳມະການສູນກາງພັກສະໄໝທີ VII ເປັນສະມາຊິກສະພາແຫ່ງຊາດຊຸດທີ V , ເປັນຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການ ການຕ່າງປະເທດ ທັງເປັນຮອງປະທານລັດຖະສະພາສາກົນແຫ່ງ ສປປ ລາວ
ປີ 2006-2010 ເປັນກຳມະການສູນກາງພັກສະໄໝທີ VIII ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VI
ປີ 2011-2015 ເປັນກຳມະການສູນກາງພັກສະໄໝທີ IX, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VII, ຄະນະປະຈຳ ແລະຮອງປະທານສະພາແຫ່ງຊາດ.

ເດືອນ 1-4/2016 ເປັນກຳມະການກົມການເມືອງສູນກາງພັກສະໄໝ X, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ຄະນະປະຈຳ ແລະຮອງປະທານສະພາແຫ່ງຊາດ.
ເດືອນ6/2016-ປະຈຸບັນ ເປັນກຳມະການກົມການເມືອງສູນກາງພັກສະໄໝທີ XI, ເລຂາຄະນະພັກປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດຊຸດທີ VIII

ສະມາຊິກສະພາແຫ່ງຊາດເຫັນວ່າ ທ່ານໄຊສົມພອນ ພົມວິຫານແມ່ນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ທັງເປັນຜູ້ທີ່ມີບົດຮຽນ, ປະສົບການໃນການເຮັດວຽກຈາກສູນກາງລົງຮອດທ້ອງຖິ່ນ ແລະ ໄດ້ດຳລົງຕຳແໜ່ງສຳຄັນໃນສະພາແຫ່ງຊາດ ເຊິ່ງເໝາະສົມທີ່ສຸດໃນການດຳລົງຕຳແໜ່ງປະທານສະພາແຫ່ງຊາດ.
ທີ່ປະຊຸມໄດ້ລົງຄະແນນສຽງຮັບຮອງເອົາທ່ານ ໄຊສົມພອນ ພົມວີຫານ ເປັນປະທານສະຫາແຫ່ງຊາດຊຸດທີ IX ດ້ວຍຄະແນນສຽງສ່ວນໃຫຍ່