ຕິດຕາມວາລະກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ມື້ທຳອິດ ມີການເລືອກຕັ້ງປະທານປະເທດ ແລະ ນາຍົກລັດຖະມົນຕີ

388

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນ ໃນວັນທີ 22 ມີນາ ຫາ ວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັງໃໝ່ (ທາດຫຼວງ), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນເຕັມ.

ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ໄດ້ກ່າວວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນຈັນ, ວັນທີ 22 ມີນາ ແລະຈະດໍາເນີນໄປເຖິງວັນສຸກ, ວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັງໃໝ່ (ທາດຫຼວງ), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ. ພ້ອມຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ10 ບັນຫາສຳຄັນພຶ້ນຖານຂອງຊາດ.

I. ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX;
II. ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ:
(1) ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII;
(2) ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງປະ ທານສະພາແຫ່ງຊາດ ຊຸດທີ IX;
(3) ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.

III. ເລືອກຕັ້ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.
IV. ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງລັດຖະບານ ເປັນຕົ້ນ:
(1) ເລືອກຕັ້ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
(2) ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ.
V. ເລືອກຕັ້ງບຸກຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ:
(1) ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
(2) ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ.

VI. ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ:
(1) ເລືອກຕັ້ງປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
(2) ເລືອກຕັ້ງປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ.
VII. ພິຈາລະນາ, ຮັບຮອງບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020); ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະແຜນງົບປະມານແຫ່ງລັດ 5 ປີ (2021-2025);


VIII. ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ;
IX. ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ;
X. ພິຈາລະນາ, ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025); ແຜນການສ້າງ ແລະປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.

ອີງຕາມວາລະກອງປະຊຸມໃນມື້ທຳອິດ ຈະມີຫລາຍຢ່າງທີ່ໜ້າຕິດຕາມ ເປັນຕົ້ນແມ່ນພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ IX,ເລືອກຕັ້ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງລັດຖະບານ;ເລືອກຕັ້ງບຸກຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ; ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ