ເນັ້ນ ສຸດດາລາ ສີລາວົງ ສາວງາມດິນແດນຜົ້ງສາລີ ໃນເວທີປະກວດ Miss world Laos 2021 ອີກໜຶ່ງສາວລາວທີ່ໜ້າຕິດຕາມ

411

ສະບາຍດີວັນເສົາ ວັນພັກຜ່ອນຂອງຫຼາຍໆຄົນ, ມື້ນີ້ແອັດມິນນ້ອຍ ຈະມາອັບເດດວົງການປະກວດ Miss World Laos 2021 ທີ່ປັດຈຸບັນກຳລັງເກັບຕົວຢ່າງເຂັ້ມຂຸ້ນ.

ມື້ນີ້ຈະມາແນະນຳອີກໜຶ່ງສາວງາມຈາກເວທີດັ່ງກ່າວນັ້ນຄື ເນັ້ນ ສຸດດາລາ ສີລາວົງ Soutdala Sylavong ອາຍຸ 20 ປີ ສຶກສາຢູ່ ສປ ຈີນ ປີ 2 ສາຂາ ຄຸ້ມຄອງບໍລີຫານ ແຕ່ເນື່ອງຈາກສະພາບໂຄວິດ 19 ເຮັດໃຫ້ໄດ້ກັບມາລາວຍາວເລີຍ ແລະ ກຳລັງຖ້າເຂົ້າສຶກສາຢູ່ລາວຕໍ່ ທີ່ນະຄອນຫຼວງວຽງຈັນ.

.

ເນັ້ນ ສຸດດາລາ ສີລາວົງ ມາຈາກບ້ານພູຟ້າ ແຂວງຜົ້ງສາລີ ເມືອງຜົ້ງສາລີ ສ່ວນສູງ 172 ຊັງຕີແມັດ

.

ປັດຈຸບັນເປັນນາງແບບ, ພີເຊັນເຕີ ສັງກັດ VL Modeling Agency LNT

ອາໄສຢູ່ ບ້ານ ສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

.

ຜົນງານຜ່ານມາ ເຄີຍຄວ້າລາງວັນ ນາງສາວໜ້າອ່ອນກວ່າໄວ ຈາກເວທີນາງສາວລາວ 2020, ໄດ້ຮອງອັນດັບ 2 ຈາກເວທີ ໝຸ່ມໜັ້ນຮຽນ – ສາວຮຽນຮູ້ ຂອງມະຫາວິທະຍາໄລ ສຸກສະຫວັດ ຫວ່າງຕົ້ນເດືອນຜ່ານມາ.

.