ປູກໝາກອຶແນວໃດໃຫ້ໄດ້ຜົນດີ ບົດຮຽນຈາກຊາວສວນຜູ້ປູກເອງດ້ວຍວິທີງ່າຍໆ

260

ໝາກອຶ ເປັນພືດທີ່ສາມາດປູກໄດ້ຢູ່ທົ່ວໄປໃນປະເທດເຮົາ ແລະ ເປັນທີ່ນິຍົມບໍລິໂພກຫຼາຍ ເມື່ອປູກໄດ້ກໍຂາຍໄດ້ທັງດອກ, ໝາກ ແລະ ຍອດໝາກອຶ. ຄໍລຳກະສິກຳມື້ນີ້ຈະພາທ່ານມາຮູ້ຈັກກັບເຕັກນິກການປູກໝາກອຶຈາກຊາວສວນທີ່ມີເຕັກນິກວິທີປູກ ແລະ ສາມາດສົ່ງຜົນປູກໄດ້ໄວ, ຜົນຜະລິດດີ.

ຄືດັ່ງ ແມ່ສີ ພົມດວງສີ ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກ່ອນອື່ນໝົດເຮົາຕ້ອງໄຖດິນຕາກແດດໄວ້ປະມານ 1 – 2 ມື້, ຈາກນັ້ນເຮົາກໍຂຶ້ນແປງແລ້ວຂຸດຂຸມເພື່ອວາງແກ່ນໃນຂຸມນັ້ນ ແລ້ວເຮົາກໍເບິ່ງໄລຍະຂອງຂຸມນັ້ນວ່າເຮົາຈະເອົາໄລຍະຫ່າງຂອງຂຸມ, ໃນເວລາທີ່ເຮົາຂຸດຂຸມແລ້ວເຮົາກໍສາມາດວາງແກ່ນໃສ່ໃນຂຸມ ປະມານ 3 – 4 ແກ່ນຕໍ່ຂຸມ, ໃນເວລາທີ່ຈະໃສ່ແກ່ນພືດນັ້ນຄວນສັງເກດເບິ່ງແມງໄມ້ ຫຼື ມົດໃນຂຸມເສຍກ່ອນ ເພາະມັນອາດຈະທຳລາຍແນວພັນພືດຂອງເຮົາໄດ້.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ຈາກນັ້ນ, ກໍເອົາແກບ ຫຼື ຝຸ່ນຂີ້ງົວ, ຄວາຍປະສົມຂຸມເວລາທີ່ເຮົາວາງແກ່ນໃນຂຸມນັ້ນ, ບາງຄັ້ງເຮົາກໍສາມາດໃສ່ຝຸ່ນ ຫຼື ແກບປົກໜ້າຂຸມບາງໆໃນເວລາທີ່ໃສ່ແນວພັນພືດ ແລະ ເວລາຕົ້ນພືດໃຫຍ່ ປະມານ 2 – 3 ມື້ ຕົ້ນໝາກອຶຈະເລີ່ມໃຫຍ່ ເວລານັ້ນຄວນສັງເກດເບິ່ງສັດຕູພືດອາດມາກິນໃບອ່ອນ ອາດຈະໃຊ້ຢາສະໝຸນໄພມາສີດໃສ່ຕົ້ນເພື່ອປ້ອງກັນໄດ້.

อาจเป็นรูปภาพของ กลางแจ้ง

ແມ່ສີ ຍັງກ່າວຕື່ມອີກວ່າ: ການຫົດນ້ຳແມ່ນສາມາດຫົດຕອນແລງ ເພາະຈະເປັນຜົນດີຕໍ່ພືດ, ການປູກໝາກອຶຈະບໍ່ຍາກຄືກັບປູກພືດຜັກປະເພດອື່ນ ເພາະວ່າຖ້າມີການບົວລະບັດດີ, ໝັ່ນສີດຢາ, ຫົດນ້ຳ ແລະ ໃສ່ຝຸ່ນຈະຊ່ວຍໃຫ້ໄດ້ຮັບຜົນດີທີ່ສຸດ, ຖ້າຕົ້ນພືດຂອງເຮົາໃຫຍ່ປະມານໄດ້ 3 – 4 ອາທິດ ອາດຈະນຳສະໝຸນໄພມາສີດ ເພື່ອກຳຈັດແມງໄມ້ຕ່າງໆ ແລະ ໝັ່ນສັງເກດເບິ່ງຫຍ້າໃນຂຸມ ແລະ ບໍລິເວນອ້ອມ ເພື່ອບໍ່ໃຫ້ຮົກເຮື້ອໃນສວນເຊິ່ງຈະເຮັດໃຫ້ຍອດຂອງໝາກອຶມີ ຄວາມຫຍຸ້ງຍາກໃນການເລືອ ແລະ ພົບບັນຫາໃນເວລາເຮົາຫົດນ້ຳ.

อาจเป็นรูปภาพของ กลางแจ้ง

ບໍ່ພຽງເທົ່ານີ້ໃນເວລາທີ່ປູກປະມານ 2 – 3 ທິດ ຈະໃຫ້ດີແມ່ນຄວນໃສ່ປຸ໋ຍເລັ່ງ, ໃສ່ຝຸ່ນຂີ້ງົວເພື່ອຈະເຮັດໃຫ້ຕົ້ນໝາກອຶແຂງແຮງ, ທົນທານ ແລະ ເຕີບໂຕໄດ້ໄວ ແລະ ທີ່ສຳຄັນເຮົາຄວນໝັ່ນສັງເກດເບິ່ງຕົ້ນພືດ ບາງຄັ້ງອາດຈະມີສັດຕູພືດມາກັດກິນ ເພາະຈະເປັນຜົນເສຍ ແລະ ເຮັດໃຫ້ພືດຈະເລີນເຕີບໂຕຊ້າ, ໄດ້ຮັບຜົນຜະລິດຕ່ຳ.

อาจเป็นรูปภาพของ ข้อความ

ເມື່ອເຮົາປູກໄດ້ປະມານ 2 ເດືອນປາຍ ກໍສາມາດເກັບກູ້ຜົນຜະລິດຂອງໝາກອຶ ບໍ່ວ່າຈະເປັນດອກ, ໝາກ ແລະ ຍອດຂອງໝາກອຶ ນຳໄປຂາຍໄດ້ແລ້ວ, ທຸກທ່ານຮູ້ແບບນີ້ແລ້ວ ໃຜທີ່ມີພື້ນທີ່ຢ່າລືມນຳເອົາເຕັກນິກ, ວິທີການຈາກແມ່ສີ ພົມດວງສີ ໄປປະຕິບັດເບິ່ງບໍ່ແນ່ທາງນີ້ອາດເປັນຊ່ອງທາງສ້າງລາຍຮັບຂອງທ່ານກໍເປັນໄດ້.