ໂຮງໝໍມະໂຫສົດຫຼັງໃໝ່ ຄືບໜ້າ 80% ຫຼ້າສຸດ ທ່ານ ສອນໄຊ ພ້ອມຄະນະລົງຢ້ຽມຢາມ

526

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ໃນຕອນບ່າຍວັນທີ 17 ມີນາຜ່ານມາ ໂດຍມີ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ວົງວິໄລ ປະພັດສະລາງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ ຫວາງຈີກາງ ( Mr. WANGZIGANG ) ຫົວໜ້າທີມເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດ ( ຕາງໜ້າຜູ້ຮັບເໝົາກໍ່ສ້າງ ) ແລະ ຄະນະໃຫ້ກຽດຕ້ອນຮັບ.

ທ່ານ ບຸນສະຖຽນ ພິມມະເສນ ຫົວໜ້າພະແນກເງິນຊ່ວຍເຫຼືອກະຊວງສາທາລະນະສຸກ ໄດ້ລາຍງານຄວາມຄືບໜ້າຂອງໂຄງການວ່າ: ໂຮງໝໍມະໂຫສົດຫຼັງໃໝ່ ແມ່ນມີພື້ນທີ່ທັງໝົດ 30.300 ຕາແມັດ, ສະເພາະເນື້ອທີ່ປຸກສ້າງແມ່ນ 54,7 ພັນຕາແມັດ, ໄດ້ວາງສີລາລືກກໍ່ສ້າງໃນທ້າຍປີ 2017 ແລະ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນປີ 2018 ໃນມູນຄ່າສັນຍາກໍ່ສ້າງ 590,7 ລ້ານກວ່າຢວນ, ເປັນໂຄງການຊ່ວຍເຫຼືອລ້າທີ່ໃຫຍ່ທີ່ສຸດຂອງລັດຖະບານ ສປ ຈີນ, ສ້າງເປັນໂຮງໝໍ 600 ຕຽງ.

อาจเป็นรูปภาพของ 5 คน, ผู้คนกำลังยืน และกลางแจ้ง

ປັດຈຸບັນກຳລັງກໍ່ສ້າງໄລຍະທີ 1 ຄືກໍ່ສ້າງຕຶກນອນຂອງຄົນເຈັບ ເປັນຕຶກ 8 ຊັ້ນ ເຊິ່ງປັດຈຸບັນແມ່ນຄືບໜ້າ 80% ຄາດວ່າໃນເດືອນພຶດສະພາ 2021 ນີ້ ແມ່ນຈະໃຫ້ສຳເລັດ. ຫຼັງຈາກນັ້ນ, ກໍຈະສືບຕໍ່ການກໍ່ສ້າງໄລຍະ 2 ໃນເດືອນກໍລະກົດ 2021 ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນກໍລະກົດ 2022.

ດ້ານລະບົບວັດຖຸອຸປະກອນ ແລະ ເຄື່ອງມືການແພດ ແມ່ນຈະເປັນເຄື່ອງມືທີ່ທັນສະໄໝ ແລະ ມີມາດຕະຖານ.

อาจเป็นรูปภาพของ กลางแจ้ง

ດ້ານ ທ່ານ ຫວາງຈີກາງ ຫົວໜ້າທີມເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດ ກ່າວວ່າ: ສຳລັບແຮງງານທີ່ນຳໃຊ້ໃນການກໍ່ສ້າງປັດຈຸບັນແມ່ນມີຄົນຈີນ 167 ຄົນ ແລະ ຄົນລາວ 207 ຄົນ, ໃນໄລຍະທີ່ມີການລະບາດພະຍາດໂຄວິດ – 19 ກໍມີຜົນກະທົບການກໍ່ສ້າງເຮັດໃຫ້ຫຼ້າຊ້າ ເນື່ອງຈາກການນໍາເຂົ້າວັດສະດຸອຸປະກອນກໍພົບຄວາມຫຍຸ້ງຍາກ, ການນໍາເຂົ້າແຮງງານວິຊາການຈີນ ກໍມີຄວາມຫຍຸ້ງຍາກ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວບາງຕອນວ່າ: ນະຄອນຫຼວງວຽງຈັນ ເປັນເມືອງເອກຂອງປະເທດລາວ, ດັ່ງນັ້ນການລົງທຶນເຂົ້າໃສ່ດ້ານສາທາລະນະສຸກຈຶ່ງຫຼາຍ, ທັງນີ້ກໍເພື່ອຫຼຸດຜ່ອນການຂ້າມໄປປິ່ນປົວຢູ່ປະເທດໃກ້ຄຽງຂອງພໍ່ແມ່ປະຊາຊົນ, ຜ່ານມາໂຮງໝໍມະໂຫສົດ ກໍມີປະສົບການດ້ານການປິ່ນປົວມາຫຼາຍ.

อาจเป็นรูปภาพของ 6 คน, ผู้คนกำลังยืน และกลางแจ้ง

ຢ່າງໃດກໍຕາມ, ຄຽງຄູ່ກັນນັ້ນກໍມີຫາງສຽງກ່ຽວກັບການບໍລິການຂອງແພດໝໍ. ດັ່ງນັ້ນ, ຂໍໃຫ້ທາງໂຮງໝໍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງອ້າຍນ້ອງພະນັກງານແພດໝໍ ໂດຍສະເພາະແມ່ນເລື່ອງຈັນຍາທຳ – ຈັນຍາບັນຂອງແພດໝໍ. ພ້ອມນີ້, ເມື່ອໄດ້ນໍາໃຊ້ໂຮງໝໍຫຼັງໃໝ່ແລ້ວກໍໃຫ້ເບິ່ງຄືນເລື່ອງຄວາມປອດໄພ, ເລື່ອງມາລະຍາດ, ຄວາມເປັນລະບຽບຮຽບຮ້ອຍສະຖານທີ່ຈອດລົດ ແລະ ຄວາມສະອາດຕື່ມ.

อาจเป็นรูปภาพของ กลางแจ้ง

ດ້ານຂອງບໍລິສັດຮັບເໝົາກໍ່ສ້າງ ກໍຄືດ້ານໂຄງການ ຫາກພົບບັນຫາທີ່ເປັນຂໍ້ຫຍຸ້ງຍາກອັນກະທົບຕໍ່ການກໍ່ສ້າງໃຫ້ເຮັດໜັງສືສະເໜີຄະນະຮ່ວມມື ລາວ – ຈີນຕື່ມ, ພ້ອມນີ້ກໍໃຫ້ເບິ່ງຄືນເລື່ອງວິຊາການລາວທີ່ຈະມາຖອດຖອນບົດຮຽນນຳຝ່າຍຈີນ ໃນການຄຸ້ມຄອງລະບົບຕ່າງໆ ເຊັ່ນ: ຄວາມປອດໄພ, ລະບົບໄຟຟ້າ, ນໍ້າປະປາ, ລະບົບບໍາບັດນໍ້າເປື້ອນນຳຊ່ຽວຊານຝ່າຍຈີນແຕ່ຫົວທີ ແລະ ສຸດທ້າຍກໍຂໍຊົມເຊີຍທີມງານທັງໝົດໃນຜົນງານ ແລະ ຜົນສຳເລັດທີ່ປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຂໍໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າວຽກທີ່ຄົງຄ້າງໃຫ້ສຳເລັດ.