ໂຮງຮຽນຮາກແກ້ວ ເນັ້ນສອນ 3 ພາສາ ພັດທະນາ ຄວາມຮູ້ໃຫ້ໄດ້ຄຸນນະພາບສ້າງໂອກາດສູ່ອະນາຄົດ

999

ໂຮງຮຽນຮາກແກ້ວ ຕັ້ງຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຮງຮຽນເອກະຊົນທີ່ເປີດທັງອະນຸບານ, ປະຖົມ ແລະ ມັດທະຍົມຕອນຕົ້ນ ( ຮອດມ 5, ປັດຈຸບັນກຳລັງສ້າງຕຶກ ມ 6 ແລະ ມ 7 ) ແລະ ມີໂຮງຮຽນອະນຸບານສາຂານາໄຊ ໂດຍມີສະຖານທີ່ສະດວກສະບາຍໃນການໄປ – ມາຄຽງຄູ່ກັບການບໍລິຫານທີ່ດີມີຄຸນນະພາບ ຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ປົກຄອງໃນການຝາກລູກຫຼານຂອງຕົນ, ພິເສດໂຮງຮຽນແຫ່ງນີ້ ເນັ້ນ 3 ພາສາ ໃນການສິດສອນ.

ທ່ານ ນາງ ສຸພາພອນ ວິຊາປຣາ ຄາວາມູຣະ ຜູ້ອຳນວຍການໂຮງຮຽນຮາກແກ້ວ ໃຫ້ສໍາພາດວ່າ: ໂຮງຮຽນອະນຸບານຮາກແກ້ວ ສ້າງຕັ້ງຂຶ້ນປີ 2006 ທີ່ບ້ານນາໄຊ ເມືອງໄຊເສດຖາ ໃນໄລຍະການເປີດເບື້ອງຕົ້ນມີນັກຮຽນພຽງ 8 ຄົນ, “ ໃນເບື້ອງຕົ້ນຂ້າພະເຈົ້າພົບສິ່ງທີ່ທ້າທາຍ ແລະ ມີຫຼາຍໆຄຳຖາມເກີດຂຶ້ນ ແຕ່ດ້ວຍແຮງຄວາມຮັກມັກ, ຄວາມພະຍາຍາມ ແລະ ປະສົບການຂອງຕົນທີ່ເຄີຍເຮັດວຽກກັບອົງການຈັດຕັ້ງສາກົນທີ່ພົວພັນເຖິງເດັກນ້ອຍ ແລະ ເຫັນກາລະໂອກາດໃນການສ້າງຊັບພະຍາກອນມະນຸດ ກໍຄືເດັກນ້ອຍນັກຮຽນຈຶ່ງສາມາດຜ່ານມາຮອດຈຸດນີ້ໄດ້ ”.

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ທ່ານໃຫ້ຮູ້ອີກວ່າ: ມາຮອດປີ 2012 ໄດ້ຂະຫຍາຍໂຮງຮຽນອະນຸບານຮາກແກ້ວ, ປະຖົມສົມບູນ ແລະ ມັດທະຍົມຕົ້ນຮອດ ມ 5 ປັດຈຸບັນມີນັກຮຽນທັງໝົດ 578 ຄົນ ( 2021 ) ລວມອະນຸບານ, ປະຖົມ ແລະ ມັດທະຍົມຊັ້ນ ມ 5 ແລະ ທາງໂຮງຮຽນກຳລັງສ້າງອາຄານຮຽນຊັ້ນ ມ 6 ແລະ ມ 7 ຕື່ມອີກ.

ຈຸດພົ້ນເດັ່ນຂອງໂຮງຮຽນຮາກແກ້ວ ແມ່ນມີເປົ້າໝາຍພັດທະນານັກຮຽນທີ່ຊັດເຈນ, ເນັ້ນສອນ 3 ພາສາ ຄື: ພາສາລາວ, ພາສາອັງກິດ ແລະ ພາສາຍີ່ປຸ່ນ ປະກອບກັບການເຮັດກິດຈະກຳຕ່າງໆ ໂດຍມຸ່ງສ້າງນັກຮຽນໃຫ້ມີທັດສະນະຄະຕິດ້ານບວກ.

อาจเป็นรูปภาพของ 7 คน, ผู้คนกำลังยืน และสถานที่ในร่ม

ສ່ວນຜູ້ປົກຄອງທ່ານໃດທີ່ຢາກເອົາລູກຂອງຕົນເອງມາເຂົ້າໃນໂຮງຮຽນແຫ່ງນີ້ ແມ່ນສາມາດເຂົ້າພົວພັນຫາໂດຍກົງ, ພ້ອມກັນນັ້ນຜູ້ປົກຄອງເອງກໍຕ້ອງມີສ່ວນຮ່ວມໃນການອົບຮົມບົ່ມສອນ – ຖ່າຍທອດວິຊາຄວາມຮູ້ໃຫ້ລູກ – ຫຼານຂອງຕົນ ເພາະວ່າຄອບຄົວ, ໂຮງຮຽນ ແລະ ສັງຄົມແມ່ນປັດໄຈສຳຄັນຂອງການຮຽນຮູ້, ພິເສດພາຍໃນໂຮງຮຽນຍັງສ້າງສະມາຄົມຜູ້ປົກຄອງ ເພື່ອສະດວກໃນການພົວພັນວຽກງານ ແລະ ແຜນການກິດຈະກຳຕ່າງໆ.

ຜູ້ອຳນວຍການໂຮງຮຽນຮາກແກ້ວ ຢືນຢັນວ່າ: ໂຮງຮຽນຮາກແກ້ວ ມີຄວາມສະດວກທາງດ້ານການໄປ – ມາ, ທາງໂຮງຮຽນມີລົດຮັບ – ສົ່ງນັກຮຽນ ໂດຍມີຈຸດສູນລວມທີ່ໂຮງຮຽນອະນຸບານຮາກແກ້ວ ສາຂານາໄຊ ເພື່ອຄວາມສະດວກຂອງພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນທຸກໆຄົນ. ນອກນັ້ນ ຄູ – ອາຈານທຸກຄົນແມ່ນໄດ້ຮຽນການປະຖົມພະຍາບານຂັ້ນພື້ນຖານ ບໍ່ວ່າຈະເປັນການເກີດອຸບັດເຫດ, ອັກຄີໄພເປັນຕົ້ນ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

ທີ່ຜ່ານມາໂຮງຮຽນສາມາດສົ່ງນັກຮຽນໄປເສັງນັກຮຽນເກັ່ງວິຊາຄະນິດສາດຂັ້ນເມືອງ ໄດ້ອັນດັບທີ 2, ສອບເສັງພາສາອັງກິດຂັ້ນກະຊວງສຶກສາທິການ, ສອບເສັງພາສາຍີ່ປຸ່ນ ຂັ້ນພື້ນຖານໄດ້ໃນລະດັບກາງ. ນອກນັ້ນ, ແຕ່ລະປີໂຮງຮຽນຮາກແກ້ວ ໄດ້ພານັກຮຽນປະຖົມຊັ້ນ ປ 5 ແລະ ມັດທະຍົມຊັ້ນ ມ 4 ໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນເພື່ອໄດ້ຮຽນຮູ້ວິຖີຊີວິດ ແລະ ແລກປ່ຽນບົດຮຽນກັບນັກຮຽນຍີ່ປຸ່ນ. ໃນໂຮງຮຽນແມ່ນສ້າງກຸ່ມຕ່າງໆ ເຊັ່ນ: ກຸ່ມນັກຮຽນເຮັດອາຫານ, ກຸ່ມເຕັ້ນ, ກຸ່ມໜຸ່ມນ້ອຍອາສາ, ກຸ່ມຂ່າວສານ ແລະ ກຸ່ມຫຼິ້ນດົນຕີເປັນຕົ້ນ. ທັງນີ້, ກໍເພື່ອສົ່ງເສີມເຂົາເຈົ້າໄດ້ເຮັດໃນສິ່ງທີ່ຕົນເອງມັກ ແລະ ນໍາໃຊ້ພອນສະຫວັນທີ່ຕົນເອງມີຕັ້ງແຕ່ຍັງນ້ອຍ; ອີກໜຶ່ງສິ່ງທີ່ພົ້ນເດັ່ນໃນໂຮງຮຽນແມ່ນມີສະຖາບັນການຝາກເງິນ ໂດຍສະເພາະນ້ອງໆນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ສາມາດຝາກເງິນກັບສະຖາບັນດັ່ງກ່າວ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້ການໃຊ້ເງິນຢ່າງປະຢັດ ແລະ ຈະເປັນຜົນດີໃນອະນາຄົດ.

อาจเป็นรูปภาพของ 6 คน, ผู้คนกำลังยืน และสถานที่ในร่ม

ທ່ານຜູ້ອຳນວຍການໂຮງຮຽນຮາກແກ້ວ ຍັງໃຫ້ຮູ້ກ່ຽວກັບທິດທາງ ແລະ ເປົ້າໝາຍຂອງໂຮງຮຽນ ວ່າ: ຈະສືບຕໍ່ສົ່ງເສີມທັກສະ, ທັດສະນະຄະຕິ ແລະ ຄວາມຮູ້ໃຫ້ແກ່ນັກຮຽນໃຫ້ເຂົາເຈົ້າໄດ້ກາຍເປັນນັກຮຽນທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດດີ ມີນ້ຳໃຈສາມັກຄີຊ່ວຍເຫຼືອໝູ່ເພື່ອນ ແລະ ສັງຄົມ ສາມາດນຳໄປພັດທະນາການຮຽນຮູ້ໃນອະນາຄົດ.