ລມຕ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເນັ້ນ 8 ບັນຫາຕໍ່ຂະແໜງ ຮສສ ແຂວງຄຳມວ່ນ

447

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນຕໍ່ ກອງປະຊຸມປະຈຳປີ ຂະແໜງການ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄຳມ່ວນ , ໃນຄັ້ງວັນທີ 17 ມີນາ 2021, ທີ່ຫ້ອງປະຊຸມແຂວງຄຳມວ່ນ. ໂດຍເປັນກຽດເຂົ້າຮວ່ມຂອງ ທ່ານ ວັນໄຊ ພອງສະຫວັນ  ເຈົ້າແຂວງໆຄຳມ່ວນ, ຫົວໜ້າພະແນກ ຮສສ ແຂວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກ ຂອງແຂວງ, ທ່ານຮອງຫົວໜ້າກົມ, ທ່ານຮອງເຈົ້າເມືອງ; ພ້ອມດວ້ຍບັນດາພະນັກງານ-ລັດຖະກອນ, ສະມາຊິກພັກ ຈາກຂະແໜງການ ຮສສ ແຂວງເຂົ້າຮວ່ມຢ່າງພ້ອມພຽງ.


ທ່ານ ປອ. ຄຳແພງ ໄຊສົມແພງ ຍົກຜົນງານຜົ້ນເດັ່ນ ແລະ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ບາງດ້ານທີ່ຂະແໜງ ຮສສ ແຂວງ ຍາດມາໄດ້ ໄລຍະໜຶ່ງປີຜ່ານມານັ້ນ,ໃນບົດລາຍງານຫຍໍ້ ສະພາບການຈັດຕັ້ງວຽກງານຂະແໜງ ຮສສ ທີ່ທາງພະແນກໄດ້ກ່າວມານັ້ັນ, ພ້ອມນີ້ ທ່ານຍັງໄດ້ຍົກສະພາບຜົ້ນເດັ່ນ ສາກົນ ແລະ ພາຍໃນປະເທດຍັງສືບຕໍ່ຜັນແປໄປຢ່າງສັບສົນ, ສະຖານະການການເມືອງ, ຄວາມບໍ່ສະຫງົບ, ບັນຫາຂໍ້ຂັດແຍ່ງ, ການໃຊ້ຄວາມຮຸນແຮງ ຍັງເກີດຂຶ້ນ ແລະ ແກ່ຍາວໃນຫຼາຍປະເທດ ເຊິ່ງຈະເຫັນໄດ້ຫາກຕິດຕາມຂ່າວໃນປັດຈຸບັນ ການແກ່ງແຍ້ງຍາດຊິງຜົນປະໂຫຍດທາງດ້ານດິນແດນ ແລະ ການຄ້າ ຂະຫຍາຍວົງກວ້າງອອກ, ບັນຫານາບຄູ່ຂອງອາວຸດນິວເຄຍ, ການໃຊ້ກຳລັງທະຫານ ແລະ ອາວຸດທຳລາຍ ລວມໄປເຖິງ ບັນຫາໄພພິບັດ ທາງທຳມະຊາດ ທີ່ນັບມື້ນັບໜັກໜ່ວງ ສົ່ງຜົນໃຫ້ເກີດຄວາມເສຍຫາຍ ແລະ ຜູ້ຄົນລົ້ມຕາຍເປັນຈຳນວນຫຼວງຫຼາຍ ປັດຈຸບັນ ບັນຫາພະຍາດລະບາດ ໂຄວິດ-19 ທີ່ສືບຕໍ່ ຂະຫຍາຍວົງກວ້າງໃນທົ່ວໂລກ ປັດຈຸບັນ.


ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ພວກເຮົາ ກໍໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ຊຶ່ງໄດ້ມີຜົນສຳເລັດຫລາຍດ້ານໃນການຈັດຕັ້ງປະຕິບັດ ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ເປັນຕົ້ນແມ່ນ:
1. ຍົກສູງບົດບາດການຳພາ ຂອງຄະນະໜ່ວຍພັກ, ສະມາຊິກພັກ ໃຫ້ກຳແໜ້ນດ້ານການເມືອງແນວຄິດ, ແນວທາງນະໂຍບາຍຂອງ ພັກ ແລະ ລັດ, ຕີຖອຍທຸກກົນອຸບາຍຂອງພວກສັດຕູ, ອິທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ພະຍາຍາມແຊກຊຶມ ຫວັງມ້າງເພທຳລາຍ ພັກ ແລະ ອົງການຈັດຕັ້ງລັດ ໂດຍສະເພາະ ໃນຖັນແຖວພະນັກງານ-ລັດຖະກອນ; 2. ດ້ານວຽກງານວິຊາສະເພາະ ວຽກງານຂະແໜງ ຮສສ ຕ້ອງໄດ້ປະສານກົມກຽວກັບ ຂະແໜງ ການອື່ນໆ ແລະ ສາມາດນຳໃຊ້ກຳລັງແຮງຈາກສັງຄົມ ເພາະເປັນວຽກທີ່ກ່ຽວພັນກັບ ຄົນ, ອົງການຈັດຕັ້ງ ແລະ ສັງຄົມ; 3. ວຽກງານແຮງງານ, ຕ້ອງໄດ້ສຸມໃສ່ສ້າງກໍາລັງແຮງງານໃຫ້ມີສີມື ກໍຄືການພັດທະນາສີມືແຮງງານ ໃຫ້ເປັນຂະບວນການກວ້າງຂວາງ ແລະ ເຂົ້າສູ່ມາດຕະຖານ ໂດຍການປະສານສົມທົບບັນດາຂະແໜງການ ທັງພາກລັດ ແລະ ເອກະຊົນ. ປັດຈຸບັນທາງກະຊວງ ພວມພັດທະນາເວບໄຊ ຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອເປັນຖານຂໍ້ມູນໃຫ້ແຮງງານ ກໍຄືຫົວໜ່ວຍແຮງງານ ສາມາດເຂົ້າເຖິງກັນ ເປັນຂໍ້ມູນສຳຄັນໃນການພັດທະນາສີມືແຮງງານ ແລະ ການຈັດວຽກເຮັດງານທຳ ຕາມຄວາມຕ້ອງການຂອງຂະແໜງການເສດຖະກິດ; 4. ການຄຸ້ມຄອງແຮງງານ ຕ້ອງເອົາໃຈໃສ່ລົງເຜີຍແຜ່ ໂຄສະນາ ບັນດາເອກະສານ ນິຕິກຳ ກ່ຽວກັບແຮງງານ ໃຫ້ຫົວໜ່ວຍແຮງງານໃນທົ່ວແຂວງ, ຕິດຕາມແກ້ໄຂ ບັນຫາຄວາມບໍ່ຍຸຕິທຳ ໃນການໃຊ້ແຮງງານ ໂດຍໃຫ້ມີການກວດກາຫົວໜ່ວຍແຮງງານເປັນປົກກະຕິ ໃຫ້ປະຕິບັດຕາມກົດລະບຽບແຮງງານ, ສັນຍາແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ.


5. ວຽກນະໂຍບາຍຕໍ່ຜູ້ມີຜົນງານ ຜ່ານມາຂະແໜງ ຮສສ ຂັ້ນທ້ອງຖິ່ນ ທີ່ເປັນຜູ້ຄົ້ນຄວ້າ, ສັງລວມ ແລະ ຈັດລຽງບຸລິມະສິດແຕ່ລະເປົ້າໝາຍ ເຫັນວ່າ ເປັນລະບົບຄົບຖ້ວນ ແຕ່ກໍປັດສະຈາກບໍ່ໄດ້ ບາງເປົ້າໝາຍຍັງມີຂໍ້ມູນບໍ່ຈະແຈ້ງ ຕາມເງື່ອນໄຂທີ່ກຳນົດໃນດຳລັດ 272/ລບ ແລະ 241/ນຍ. ພະແນກ ຮສສ ຕ້ອງເອົາໃຈໃສ່ລົງໂຄສະນາເຜີຍແຜ່ ແລະ ອະທິບາຍ ການປະຕິບັດນະໂຍບາຍ ເພື່ອໃຫ້ສັງຄົມມີຄວາມເຂົ້າໃຈກວ້າງຂວາງ ເນື່ອງຈາກງົບປະມານມີຄວາມຈຳກັດ ຕ້ອງໄດ້ຄອງຄອຍເປັນເວລາດົນ ແລະ ການຄົ້ນຄວ້າປະຕິບັດແມ່ນ ຈັດໃຫ້ 5 ເປົ້າ ໝາຍບຸລິມະສິດ ໃຫ້ໄດ້ຮັບການແກ້ໄຂໃຫ້ສຳເລັດ; 6. ວຽກງານສັງຄົມສົງເຄາະ ຮັບມື ແລະ ຕອບໂຕ້ ໄພພິບັດທາງທຳມະຊາດ ທີ່ຄາດວ່າຈະເກີດຂື້ນໃນແຕ່ລະປີ ຢ່າງຫຼີກຫຼ່ຽງບໍ່ໄດ້ ເພື່ອໃຫ້ແຕ່ລະພາກສ່ວນ ຕ້ອງໄດ້ຈັດຕັ້ງ ການຕິດຕາມພະຍາກອນອາກາດ, ການເຕືອນໄພ ແລະ ມີການເຝົ້າລະວັງ ຢ່າງເປັນປົກກະຕິ, ເມື່ອເກີດໄພພິບັດຂື້ນ ຕ້ອງໃຫ້ການຊ່ວຍເຫຼືອສຸກເສີນ ໃຫ້ທັນເວລາ, ສ້າງລະບົບການເກັບກຳຂໍ້ມູນທີ່ຊັດເຈນ ເພື່ອເປັນພື້ນຖານໃຫ້ແກ່ການຊ່ວຍເຫຼືອຟື້ນຟູ ຫຼັງໄພພິບັດ, ພ້ອມນີີ້, ໃນພື້ນທີ່ຂອບເຂດທີ່ມີຄວາມສ່ຽງ ຈະເກີດນໍ້າຖ້ວມ, ພາຍຸ, ອັກຄີໄພ ແລະ ແຫ້ງແລ້ງ ຕ້ອງມີການສຶກສາຄົ້ນຄວ້າຮ່ວມກັນ ເຮັດການປ້ອງກັນ ຫຼື ຫຼຸດຜ່ອນຜົນກະທົບໃຫ້ມີ ໜ້ອຍທີ່ສຸດ; 7. ວຽກງານປະກັນສັງຄົມ ແລະ ກອງທຶນປະກັນສັງຄົມແຫ່ງຊາດ, ໃຫ້ເອົາໃຈໃສ່ຕິດຕາມ ການເບີກຈ່າຍເງິນບໍານານ, ເສຍອົງຄະ, ການຈ່າຍຜ່ານລະບົບທະນາຄານ ໃຫ້ແຕ່ລະເປົ້າໝາຍ ໂດຍສະເພາະຜູ້ຢ່າງຫ່າງໄກຊອກຫຼີກ ໃຫ້ໄດ້ຮັບຢ່າງທົ່ວເຖິງ. ລົງໂຄສະນາເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ປະກັນສັງຄົມ ສະບັບປັບປຸງ ໃຫ້ຫົວໜ່ວຍແຮງງານ ເພື່ອຈະຫຍາຍອັດຕາການປະກັນສັງຄົມ ໃຫ້ບັນລຸຕາມແຜນການທີ່ວາງໄວ້; 8. ວຽກງານການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ສ້າງຄວາມເຂັ້ມແຂງ ໃນການເກັບກຳ ແລະ ສ້າງຖານຂໍ້ມູນ, ການສ້າງແຜນ ຕິດພັນກັບສະພາບຕົວຈິງ, ການຢັ້ງຢືນຂໍ້ມູນໃຫ້ຖືກຕ້ອງ ສ້າງຄວາມເຊື່ອໝັ້ນໃຫ້ແກ່ ບັນດາປະເທດ ແລະ ອົງການຜູ້ໃຫ້ທຶນ, ສ້າງລະບອບການລາຍງານ, ຕິດຕາມກວດກາແຕ່ລະໄລຍະ ແລະ ພ້ອມທັງສຸມໃສ່ ໂຄສະນາຜົນຮ້າຍ ຂອງລະເບີດບໍ່ທັນແຕກ ໃຫ້ແກ່ປະຊາຊົນ ພ້ອມໃຫ້ການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ ຜູ້ຖືກອຸບັດເຫດຈາກລະເບີດ ໃຫ້ໄດ້ຕາມແຜນທີ່ວາງໄວ້ ແລະ ວຽກງານອື່ນໆທີ່ທາງພະແໜງການຕ້ອງໄດ້ສຸມໃສ່ຕື່ມອີກ.


ໂອກາດດັ່ງກ່າວ ທ່ານ ຄຳແພງ ໄຊສົມແພງ ພ້ອມດວ້ຍຄະນະ ຍັງໄດ້ມອບເຄື່ອງອຸບປະໂພກ-ບໍລິໂພກໃຫ້ກັບປະຊາຊົນຜູ້ທຸກຍາກ ແຂວງຄຳມວ່ນ ລວມມູນຄ່າທັງໝົດ 186 ລ້ານກວ່າກີບ ໃນນັ້ນລວມມີຄື: ເຄື່ອງນຸ່ງຮົ່ມ, ເກີບ ຈຳນວນ 80 ແກັດ , ລວມມູນຄ່າ 120 ລ້ານກີບ ແລະ ເຂົ້າສານ ຈຳນວນ 7000 ກິໂລ, 66.500.000 ກີບ.
( ຂ່າວສານ ຮສສ)