ອັດຕະປື​ ຖອດຖອນບົດຮຽນ ການກະກຽມ ແລະ ດຳເນີນການເລືອກຕັ້ງ​ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

255

ວັນທີ 17 ມີນາ 2021 ນີ້. ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ. ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ, ຫົວໜ້າອະນຸກຳມະການເຂົ້າຮ່ວມ.


ທ່ານນາງ ພອນມະນີ ຂຽນໄຊຍະວົງ ຫົວໜ້າອະນຸກຳມະ​ການເລຂານຸການຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ​ ໄດ້ຜ່ານບົດສະຫຼຸບຕີລາຄາການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ຮູ້ວ່າ: ກ່ອນການກະກຽມການເລືອກຕັ້ງ ຄະນະປະຈຳພັກແຂວງ ໄດ້ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ມາເປັນຄຳແນະນຳ ແລະ ຂໍ້ຕົກລົງຂອງແຂວງ ແລະ ນິຕິກຳ ຈາກຄະນະກຳມະການເລືອກຕັ້ງລະດັບຊາດ ຄົ້ນຄວ້າອອກມາເປັນນິຕິກຳຂອງແຂວງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ບັນດາອະນຸກຳມະການ ໃນການກະກຽມ ແລະ ດຳເນີນການເລືອກສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ສອດຄ່ອງຕາມລະບຽບການ ແລະ ເຮັດໃຫ້ການກະກຽມການເລືອກຕັ້ງມີຜົນສຳເລັດຫລາຍດ້ານເປັນຕົ້ນ: ສຳເລັດເຊື່ອຊືມ, ຝືກອົບຮົມ ແລະ ເຜີແຜ່ບັນດາເອກະສານທີີ່ກ່ຽວກັບການເລືອກຕັ້ງ ທັງໝົດ 25 ຈຸດໃນທົ່ວແຂວງອັດຕະປື.

ສຳເລັດການສັງລວມການເກັບກຳສະຖິຕິພົນລະເມືອງ ທົ່ວແຂວງ ຈຳນວນ 158.​151 ຄົນ, ຍິງ 77.​835 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 97.​629 ຄົນ,ຜະລິດຂ່າວເພື່ອຂໍ່ານັບຮັບຕ້ອນບັ້ນເລືອກຕັ້ງ 37 ຂ່າວ, ຜະລິດລາຍການສົດມື້ປ່ອນບົດ 9 ຊົ່ວໂມງ, ສຳພາດສຽງເຂົ້າລາຍການ 55 ສຽງ, ຜະລິດສະກິບສະໄລໂຊ ສສຂ 5 ເມືອງ, ຜະລິດສະປອດວິທະຍຸ 4 ສະປອນ, ຂຽນຂ່າວໄດ້ທັງໝົດ 69 ຂ່າວ, ໂຄສະນາຜ່ານວິທະຍຂອງລາຍການພາກສ່ວນຕ່າງໆພາຍໃນແຂວງ 1.​213 ຄັ້ງ,ໄດ້ຈັດສັນງົບປະມານໃຫ້ແກ່ການກະກຽມ ແລະ ການເຄື່ອໄຫວຕ່າງໆໃນການເລືອກຕັ້ງ ໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງແລະເມືອງ, ສຳເລັດການສັງລວມລາຍຊື່ຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ຮ່າງແບບຊີວະປະຫວັດ, ຮູບພາບ ແລະ ກວດກາຊີວະປະຫວັດຂອງຜູ້ອອກສະໝັກເລືອກຕັ້ງ, ອອກແບບນ້ຳເບີຕິດໜ້າເອິກຜູ້ສະໝັກເລືອກຕັ້ງ, ບັດໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດ, ບັດລົງຄະແນນສຽງ ແລະ ອື່ນໆ, ສຳເລັດຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສະຖານທີ່ຕ່າງໆໃນໄລຍະການກະກຽມ ແລະ ດຳເນີນການເລືອກຕັ້ງ, ສຳເລັດການລົງໂຄສະນາຫາສຽງຂອງຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ໃນ 5 ເມືອງ ປະຕິບັດໄດ້ 55 ຈຸດ ແລະ ຜົນສຳເລັດຫລາຍໆດ້ານໃນການກະກຽມ ແລະ ດຳເນີນການເລືອກຕັ້ງຄັ້ງນີ້.


ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານຈາກອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກຳມະການ ໂຄສະນາປຸກລະດົມຂະບວນການ ແລະ ຍ້ອງຍໍ ແລະ ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໂອກາດດັ່ງກ່າວ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ສຸມໃສ່ແລກປ່ຽນປະກອບຄຳຄິດຄຳເຫັນ ໃນການກະກຽມ ແລະ ດຳເນີດການເລືອກຕັ້ງ ທີ່ເຫັນໄດ້ ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອນຳໄປແກ້ໄຂໃນການເລືອກຕັ້ງຊຸດຕໍ່ໄປ.
ຂ່າວ: ວິນັດ