ຄັ້ງທຳອິດເມືອງແກ່ນທ້າວ ເປີດຕະຫຼາດນັດຊື້-ຂາຍ ງົວ, ຄວາຍ

239

ເປັນທີ່ຮູ້ກັນດີວ່າບ້ານເຮົາເປັນປະເທດກະສິກຳ, ປະຊາຊົນສ່ວນໃຫຍ່ຖືອາຊີບເປັນຊາວກະສິກອນ, ເກືອບວ່າຄົວເຮືອນຈຳນວນຫຼວງຫຼາຍແມ່ນມີສັດລ້ຽງເປັນຂອງຕົນເອງບໍ່ຫຼາຍກໍ່ໜ້ອຍ ແຕ່ໃນໄລຍະຜ່ານມາ ການລ້ຽງສັດຂາຍຍັງບໍ່ທັນເປັນຂະບວນຟົດຟື້ນ ມີແຕ່ຄົນຮູ້ຈັກກັນບອກຕໍ່ໆກັນໄປ ແຕ່ເມື່ອມໍ່ໆມານີ້ເລີ່ມມີຈຸດນັດພົບຂອງຜູ້ຊື້-ຂາຍງົວ, ຄວາຍ ທຳອິດເກີດຢູ່ແຂວງຊຽງຂວາງ ແລະຫຼ້າສຸດແມ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີໄດ້ມີພິທີເປີດຕະຫຼາດນັດສັດປະເພດງົວ, ຄວາຍຂຶ້ນ ເພື່ອອຳນວຍຄວາມສະດວກແກ່ຊາວກະສິກອນຜູ້ລ້ຽງສັດໃຫຍ່ ແລະຜູ້ຕ້ອງການຊື້ໄດ້ມາພົບພໍ້ກັນ.
ພິທີເປີດງານຕະຫຼາດນັດມີຂື້ນໃນວັນທີ 17 ມີນາ 2021 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ແຂກຖືກເຊີນຈາກເມືອງອ້ອມຂ້າງ, ນາຍບ້ານເທດສະບານ ແລະ ກຸ່ມຜູ້ຊື້ສັດໃຫຍ່ເຂົ້າຮ່ວມຢ່າງຫຼວງຫຼາຍ.


ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບມອບໝາຍຈາກຄະນະປະຈໍາພັກເມືອງ ທາງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ແລະ ເກັບກໍາຂໍ້ມູນດ້ານຕ່າງໆ ໂດຍປະສານງານກັບຂະແໜງການທີ່ກ່ຽວຂ້ອງ ແລະ ນັກທຸລະກິດຜູ້ປະກອບການ, ຈັດກອງປະຊຸມປຶກສາຫາລື ຮ່າງກົດລະບຽບຄຸ້ມຄອງຕະຫຼາດສັດໃຫຍ່ຢູ່ພາຍໃນເມືອງ, ຄັດເລືອກເອົາຄະນະກຸ່ມຊື້-ຂາຍສັດໃຫຍ່ ແລະ ກໍານົດສະຖານທີ່ເປີດຕະຫຼາດສັດຢູ່ບ້ານຈອມແກ້ວ ເຊິ່ງເຫັນວ່າເໝາະສົມ ແລະ ມີເນື້ອທີ່ກວ້າງ ເສັ້ນທາງເຂົ້າຫາສະດວກ ແລະ ຢູ່ຈຸດກາງເມືອງ.

ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ກ່າວວ່າ: ການເປີດຕະຫຼາດນັດສັດໃນຄັ້ງນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງວາງອອກ ໃນການສົ່ງເສີມທາງການຕະຫຼາດສັດລ້ຽງໃຫ້ມີຄວາມໝັ້ນທ່ຽງ, ສົ່ງເສີມການລ້ຽງສັດຂອງປະຊາຊົນ ໃຫ້ເປັນໄປຕາມເຕັກນິກວິທະຍາສາດ ຕິດພັນກັບການປຸງແຕ່ງທີ່ມີທັງປະລິມານ ແລະ ຄຸນນະພາບ ໄດ້ມາດຖານ ແລະ ຄວາມຕ້ອງການຂອງຕະຫຼາດ ທັງເປັນການຄຸ້ມຄອງການເຄື່ອນຍ້າຍສັດໃຫ້ມີຄວາມຖືກຕ້ອງ ແລະ ໃນຕໍ່ໜ້າໃຫ້ກາຍເປັນການພົບປະແລກປ່ຽນລະຫວ່າງຜູ້ຊື້ ແລະ ຜູ້ຂາຍສັດປະເພດຕ່າງໆ ບໍ່ວ່າຈະເປັນ ງົວ, ຄວາຍ, ໝູ, ແບ້, ເປັດ, ໄກ່ ສາມາດຂາຍ ແລະ ຊື້ຢູ່ຈຸດທີ່ກໍານົດນີ້.


ໃນເວລາດຽວກັນທາງຄະນະບໍລິຫານກຸ່ມສົ່ງເສີມການລ້ຽງສັດ ຕ້ອງໄດ້ປຸກລະດົມປະຊາຊົນ ທີ່ມີດີນຕິດກັບສະຖານທີ່ຕະຫຼາດນັດໃຫ້ມີການປູກຫຍ້າເພື່ອຂາຍປ້ອນໃຫ້ແກ່ຕະຫຼາດ ໃຫ້ຜູ້ຊື້ຂາຍ ໄດ້ຊື້ຫຍ້ານຳເຂົາເຈົ້າມາເກືອສັດລ້ຽງກ່ອນສົ່ງສູ່ທາງທາງ ອັນສຳຄັນເປັນການກະຈາຍລາຍໄດ້ ໃຫ້ແກ່ຜູ້ຢູ່ໃກ້ຄຽງຕື່ມອີກ.
ຂ່າວ: ຖວທ ເມືອງແກ່ນທ້າວ