ບາດກ້າວໃໝ່ຂອງການຮ່ວມມື ຊີພີ ລາວ ຮັບຊຳລະສິນຄ້າຜ່ານ M Money

278

ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ (M Money) ກະເປົ່າເງິນເທິງມື ໃນວັນທີ 17 ມີນາ 2021 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ ລາວ ຈຳກັດ ລົງນາມໂດຍ ທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການ ບໍລິສັດ ລາວ ໂມບາຍມັນນີ ແລະ ທ່ານ ທໍານອງ ພົນທອງມາກ ຜູ້ອໍານວຍການໃຫຍ່ ບໍລິສັດ ຊີ.ພີ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ມີບັນດາຄະນະຜູ້ບໍລິຫານ ທັງ 2 ຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.


ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດກັບ ບໍລິສັດ ຊີ.ພີ.ລາວ ຈຳກັດ ຢ່າງເປັນທາງການໃນການໃຫ້ບໍລິການການເງິນດິຈິຕອນເທີງມືຖື M Money ເພື່ອເປັນທາງເລືອກໃຫ້ສາມາດຊຳລະສິນຄ້າ ແລະ ບໍລິການພາຍໃນຮ້ານຂອງບໍລິສັດ ຊີ.ພີ ລາວ, ລວມເຖິງລູກຄ້າຂອງຮ້ານ CP Pork Shop ທຸກສາຂາ ໂດຍຜ່ານກະເປົາເງິນດິຈິຕອນ M Money ແນ່ໃສ່ການສ້າງຄວາມສະດວກສະບາຍ, ວ່ອງໄວໃຫ້ກັບລູກຄ້າ ແລະ ເປັນການເພີ່ມຊ່ອງທາງໃນການຊຳລະເງິນໃຫ້ສະດວກຍິ່ງຂຶ້ນ ແລະ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕອນ ເຊິ່ງການບໍລິການຂອງ ບໍລິສັດ ຊີ.ພີ.ລາວ ຈຳກັດ ເພື່ອເປັນຄູ່ຮ່ວມທຸລະກິດທີ່ຮັບຊຳລະ ສິນຄ້າ, ບໍລິການພາຍໃນຮ້ານ.


ທ່ານ ທັນສະໄໝ ຊາມຸນຕີ ກ່າວວ່າ: ປັດຈຸບັນເຕັກໂນໂລຊີອຸດສາຫະກຳ 4.0 ບັນດາການບໍລິການຕ່າງໆໄດ້ມີການພັດທະນາຢ່າງກ້າວກະໂດດ ຖືກນຳມາໃຊ້ໃນການດຳເນີນທຸລະກິດ, ໃນການດຳເນີນຊີວິດຂອງຜູ້ຄົນປະຈຳວັນ ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະກະເປົາເງິນເທິງມືຖືກຳລັງໄດ້ຮັບການນິຍົມ ແລະ ຮັບໃຊ້ໃນສັງຄົມຢ່າງແຜ່ຫຼາຍ ແລະ ບໍລິສັດ ລາວ ໂມບາຍມັນນີ ສ້າງຕັ້ງຂຶ້ນໃນເດືອນກໍລະ 2020 ໂດຍໄດ້ຮັບອະນຸຍາດໃນການດໍາເນີນທຸລະກິດເປັນກະເປົາເງິນອີເລັກໂຕຣນິກ ຈາກທະນາຄານກາງ ສາມາດຊຳລະໃຊ້ຈ່າຍຄືກັບເງິນສົດ ລວມທັງການໂອນລະຫວ່າງກະເປົາຫາກະເປົາ ແລະ ກະເປ່ົາຫາທະນາຄານຄູ່ຮ່ວມທຸລະກິດໄດ້ .

ເຊິ່ງການຮ່ວມມືທາງທຸລະກິດກັບບໍລິສັດ ຊີພີ ລາວ ໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານ M Money ກະເປົ່າເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄໝ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕອນຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕອນ ໃນ ສປປ ລາວ.


ທ່ານ ທໍານອງ ພົນທອງມາກ ກ່າວວ່າ: ຍຸກປັດຈຸບັນຕ້ອງຍອມຮັບວ່າ ໂລກໄດ້ປ່ຽນໄປໄວນັບແຕ່ປີ 2019 ຫາ 2021 ອັດຕາການພັດທະນາຂອງແຕ່ລະອົງກອນເພີ່ມຂຶ້ນຢ່າງວ່ອງໄວ, ຈາກສັງຄົມບໍ່ໃຊ້ເງິນສົດທີ່ລັດຖະບານທຸກໆປະເທດໃນທົ່ວໂລກຄິດວ່າຈະເປັນການປ່ຽນແປງຂອງອົງກອນ, ປ່ຽນແປງເສດຖະກິດໃນປະເທດ ແລະ ການລະບາດຂອງພະຍາດໂຄວິດ-19 ກາຍເປັນຕົວຍູ້ໃຫ້ພວກເຮົາເລັ່ງໃນການພັດທະນາໄວກວ່າປົກກະຕິ. ສະນັ້ນ, ການເຊັນສັນຍາຮ່ວມມືກັບເອັມມັນນີ ໃນຄັ້ງນີ້ຈະເປັນບາດກ້າວສຳພັດໃນການຜັກດັນໃຫ້ສັງຄົມມາໃຊ້ບໍລິການທີ່ບໍ່ແມ່ນເງິນສົດ.