ມະໂຫສົດເປີດສະເພາະ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ

373

ເພື່ອສ້າງຄວາມໝັ້ນໃຈໃຫ້ຜູ້ອອກແຮງງານຮູ້ໄດ້ສະພາບຮ່າງກາຍຂອງຕົນໃນແຕ່ລະໄລຍະ ທັ້ງຮັບປະກັນໃຫ້ຜູ້ໃຊ້ແຮງງານກ່ຽວກັບພະນັກງານທີ່ຈະຮັບເຂົ້າເຮັດວຽກ, ໂຮງໝໍມະໂຫສົດໄດ້ເປີດສູນສະເພາະໜຶ່ງຂຶ້ນມາ ເພື່ອກວດສຸຂະພາບຂອງແຮງງານພາຍໃນ ແລະຕ່າງປະເທດ, ຕອນນີ້ສາມາດເຂົ້າໃຊ້ບໍລິການໄດ້ແລ້ວ.

ພິທີເປີດເປັນທາງການມີຂຶ້ນໃນຕອນເຊົ້າ ວັນ 16 ມີນາ 2021 ຜ່ານມານີ້, ໂດຍການ​ເຂົ້າ​ຮ່ວມ​ມີ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ​ບັນດາຜູ້​ຕາງ​ໜ້າ ຈາກພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.


ທີ່ເປີດສູນນີ້ຂຶ້ນມາກໍ່ເພື່ອສະໜອງການບໍລິການກວດສຸຂະພາບໃຫ້ຜູ້ອອກແຮງງານປະຈໍາປີ ໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບຂອງຜູ້ອອກແຮງງານສອດຄ່ອງກັບສິດທິ ຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້ ແລະ ເພື່ອອໍານວຍ ຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ; ສ້າງຖານ ເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດ ຕ່າງໆທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.


ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໄດ້​ກ່າວ​ວ່າ: ສູນ​ແຫ່ງນີ້ ແມ່ນເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ ໂດຍສະເພາະກ່ຽວກັບດ້ານສຸຂະພາບ ເພາະສະນັ້ນການເຮັດໜ້າທີ່ບໍລິ ການກວດສຸຂະພາບປະຈໍາປີຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ອັນສຳຄັນແມ່ນຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດມາລວມສູນຢູ່ບ່ອນດຽວກັນ.