ສະຫາຍ ອານຸພາບ ຕຸນາລົມ ໄດ້ຮັບແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ ນວ ຄົນໃໝ່ ແທນ ສະຫາຍ ສິນລະວົງ ຄຸດໄພທູນ

427

ໃນວັນທີ 16 ມີນາ ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີ ມອບ-ຮັບ ຕຳແໜ່ງ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຂຶ້ນ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ (ຜູ້ເກົ່າ) ກັບ ສະຫາຍ ອານຸພາບ ຕຸນາລົມ (ຜູ້ໃໝ່), ໂດຍການເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍເລຂາ ຮອງເລຂາ ຄະນະບໍລິຫານງານ ນວ ເຂົ້າຮ່ວມເປັນສັກຂີພິຍານ.

ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ໄດ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍ ແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ; ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານການຄຸ້ມຄອງ; ການຕົກລົງໃນກອງປະຊຸມກົມການເມືອງສຸນກາງພັກ ແລະ ຄະນະນເລຂາທິການສູນກາງພັກ ວັນທີ 24-25 ກຸມພາ 2021; ການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ IX ແລະ ໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງຍົກຍ້າຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ໄປຮັບໜ້າທີ່ໃໝ່ທີ່ສູນກາງແນວລາວສ້າງຊາດ.

ນອກນີ້ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່ ໂດຍອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່າງຕັ້ງເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່າງຕັ້ງ ເລຂາຄະນະບໍລິຫານງານພັກ ນວ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ຂໍ້ຕົກລົງໃນກອງປະຊຸມ ກົມການເມືອງສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກ ໃນວັນທີ ວັນທີ 24-25 ກຸມພາ 2021; ການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ IX ແລະ ໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ກົມການເມືອງສູນກາງພັກ ໄດ້ຕົກລົງແຕ່ງຕັ້ງສະຫາຍ ອານະພາບ ຕຸນາລົມ ຄະນະບໍລິຫານງານສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ນວ ຜູ້ໃໝ່.

ຂອບໃຈຮູບພາບຈາກ: ວຽງຈັນໃໝ່.