ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ

322

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້​ເປີດ​ຂຶ້ນ​ໃນ​ວັນ16 ມີນານີ້ ທີ່​ບ້ານ​ໄຊ​ສະ​ຫວ່າງ ເມືອງ​ໄຊ​ທາ​ນີ ນະ​ຄອນຫຼວງວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ​ບັນດາຜູ້​ຕາງ​ໜ້າ ຈາກ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.


ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໄດ້​ກ່າວ​ວ່າ: ຈຸດປະສົງຕົ້ນຕໍແມ່ນ ເພື່ອສະໜອງການບໍລິການກວດສຸຂະພາບໃຫ້ຜູ້ອອກແຮງງານປະ ຈໍາປີໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບຂອງຜູ້ອອກແຮງງານສອດຄ່ອງກັບສິດທິ ຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້,​ ເພື່ອອໍານວຍ ຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ; ສ້າງຖານ ເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດ ຕ່າງໆທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.


ສູນແຫ່ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ທາງດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ກໍານົດໄວ້ໃນນະ ໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆຈາກການເຮັດ ວຽກຂອງຊາວຜູ້ອອກແຮງງານ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຈາກການນຳຂັ້ນສູງ ຂອງກະຊວງສາ ທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການຮ່ວມມືກັນກັບກົມຄຸ້ມຄອງແຮງງານ.

​ສູນ​ແຫ່ງນີ້ ແມ່ນເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ ໂດຍສະເພາະກ່ຽວກັບດ້ານສຸຂະພາບ ເພາະສະນັ້ນການເຮັດໜ້າທີ່ບໍລິ ການກວດສຸຂະພາບປະຈໍາປີຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງສໍາລັບ ສູນກວດສຸຂະພາບແຫ່ງນີ້ແມ່ນຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດ.

ໃນ​ຕ້ອນ​ທ້າຍ​ຂອງ​ພິ​ທີ ທ່ານ ຄຳ​ແພງ ໄຊ​ສົມ​ແພງ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ແລະ ທ່ານ ນາງ ບົວ​ເພຍ ພູ​ມິນ ຮອງ​ຫົວ​ໜ້າ​ກົມ​ປິ່ນ​ປົວ ກໍ​ໄດ້​ໃຫ້​ກຽດ​ຂຶ້ນ​ຕັດ​ແຖບ​ຜ້າ​ເພື່ອ​ເປີດ​ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ​ຢ່າງ​ເປັນ​ທາງ​ການ.

(ຂ່າວສານຮສສ,)