ແຕ່ນີ້ຫາວັນທີ 20 ຈະມີພາຍຸຝົນ ແລະລົມພັດແຮງ ຝາກທຸກຄົນມີສະຕິ

351

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0299/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 15 ມີນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 15 – 21 ມີນານີ້ວ່າ: ໃນໄລຍະວັນທີ 15 – 20 ມີນາ ມວນອາກາດຮ້ອນຈະປົກຄຸມດ້ວຍກາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.


ຈາກນັ້ນວັນທີ 21 ມີນາ 2021 ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ. ສ່ວນພາກໃຕ້ອາກາດຮ້ອນ. ພ້ອມເຕືອນເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ໃນໄລຍະວັນທີ 15 – 20 ມີນາ 2021 ເນື່ອງຈາກມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.


ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງນີ້: ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນພ້ອມມີຝົນຕົກໃລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.
ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.


ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ ແລະ ບໍລິຄຳໄຊ. ສະເພາະແຂວງໄຊສົມບຸນ: ອາກາດໜາວເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ.
ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.
ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ບາງບໍລິເວນ.