ກະຊວງແຜນການ ແລະ ການລົງທຶນ ປາຖະກະຖາ 2 ວັນສຳຄັນຂອງ ພັກ-ຊາດ

283

ໃນວັນທີ 15 ມີນາ 2021 ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ.
ພິທີປາຖະກະຖາສອງວັນສຳຄັນດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍມີຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.


ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນການພັກ, ອາດີດຮອງນາຍົກລັດຖະມົນຕີ, ໂດຍມີຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວກະຊວງແຜນການ ແລະ ການລົງທຶນ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ປະຫວັດຄວາມເປັນມາ ແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ, ຄວາມສຳຄັນຂອງການກໍ່ສ້າງພັກ, ບັນດາໂຄງການການເມືອງທຳອິດຂອງພັກ, ຜົນງານ 66 ປີ ໃນແຕ່ລະດ້ານແຫ່ງການຊີ້ນຳ-ນຳພາຂອງພັກ ແລະ ມູນເຊື້ອທາດແທ້ຂອງພັກປະຊາຊົນປະຕິວັດລາວ. ພ້ອມນີ້, ກໍເພື່ອໃຫ້ຮັບຮູ້ເຂົ້າໃຈ ຕໍ່ກັບສະພາບການ ແລະ ເຫດການການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຢ່າງພິລະອາດຫານຂອງໜ່ວຍພັກ, ຂອງທະຫານ, ຂອງປະຊາຊົນເມືອງທ່າແຂກ ແລະ ຄວາມໝາຍສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ.


ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ຕາງໜ້າອົງຄະນະພັກ-ຄະນະນຳກະຊວງແຜນ ການ ແລະ ການລົງທຶນ ສະແດງຄວາມຍິນດີຕ້ອນຮັບ ແລະ ຮູ້ບຸນຄຸນມາຍັງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ໄດ້ເສຍສະຫລະເວລາອັນມີຄຸນຄ່າໃຫ້ກຽດພົບປະໂອ້ລົມ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ລະນຶກເຖິງວັນຄຽດແຄ້ນຂອງປະຊາຊົນລາວ-ນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍ ແລະ ການຕິດຕາມຢ່າງໃກ້ຊິດ ໃນຖານະທີ່ທ່ານອາດີດການນຳຂັ້ນສູງຂອງພັກ-ລັດ ແລະ ເປັນພະນັກງານປະຕິວັດທີ່ໃກ້ຊິດຕິດແທດ, ກິ້ງເກືອກລີເລືອ ແລະ ຕິດພັນກັບບັນດາຜູ້ນຳພັກ-ລັດເຮົາໃນອາດີດ ເປັນຕົ້ນແມ່ນຕິດພັນ ແລະ ໃກ້ຊິດກັບການ ເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິການ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ຂໍ້ມູນ: ຂ່າວສານປະເທດລາວ.