ເຕົ້າຮວຍໝາກພ້າວນ້ຳຫອມ “ ສວນແມ່ ” ສິນຄ້ານ້ອງໃໝ່ແຕ່ຍອດຂາຍບໍ່ທຳມະດາ

301

ຜະລິດຕະພັນເຕົ້າຮວຍໝາກພ້າວນ້ຳຫອມ “ ສວນແມ່ ” ເກີດຂຶ້ນໄລຍະພະຍາດໂຄ ວິດ – 19 ລະບາດ ຈາກເດັກຍິງໜຸ່ມນ້ອຍຄົນໜຶ່ງທີ່ມັກການເຮັດເຂົ້າໜົມ ແລະ ດ້ວຍ ຄວາມກະຕືລືລົ້ນຢາກມີລາຍໄດ້ເປັນຂອງຕົນເອງ ຜູ້ເປັນແມ່ຈຶ່ງໄດ້ຜັກດັນໃຫ້ລູກໄດ້ເຮັດສົມໃຈຢາກ, 6 ເດືອນຜ່ານໄປໄດ້ຍອດຂາຍທະລຸ 30 ພັນກວ່າຈອກ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຜູ້ຢູ່ເບື້ອງຫຼັງທີ່ຄອຍສະໜັບສະໜູນລູກສາວຄື ນາງ ແສງປະເສີດ ທ່ຽງຈັນໄຊ ເຈົ້າຂອງຜະລິດຕະພັນເຕົ້າຮວຍໝາກພ້າວນ້ຳຫອມ “ ສວນແມ່ ” ໃຫ້ສຳພາດເຖິງແນວຄວາມຄິດ ແລະ ທີ່ໄປທີ່ມາການເຮັດຜະລິດຕະພັນດັ່ງກ່າວວ່າ: ການເຮັດຜະລິດຕະພັນນີ້ແມ່ນເປັນແນວຄວາມຄິດຂອງລູກສາວ ແລະ ເຫັນວ່າລູກສາວມີ ຄວາມກະຕືລືລົ້ນຢາກເຮັດເຂົ້າໝົມ ຕົນໃນຖານະແມ່ ແລະ ຄອບຄົວກໍຕ້ອງຊ່ວຍກັນພັກດັນໃຫ້ຝັນເປັນຈິງ ທີ່ຍາກກວ່ານັ້ນຄືເຮັດແນວໃດໃຫ້ທຸລະກິດຂອງລູກຍືນຍົງ ເພາະລູກກໍຍັງເປັນນັກຮຽນ – ນັກສຶກສາ ຍັງອ່ອນນ້ອຍດ້ານປະສົບການ.

อาจเป็นรูปภาพของ 1 คน, กำลังนั่ง และสถานที่ในร่ม

ຫຼັງຈາກລິເລີ່ມເຮັດການຜະລິດ ແສງປະເສີດ ເຈົ້າຂອງຜະລິດຕະພັນ ແມ່ນມີຄວາມເອົາໃຈໃສ່ຫຼາຍເລື່ອງການວາງແຜນການຕະຫຼາດ ແລະ ເຫັນວ່າເຮັດໄດ້ດີສົມຄວນ ແຕ່ເລີ່ມຕົ້ນມາສິນຄ້າເຕົ້າຮວຍໝາກພ້າວນ້ຳຫອມ “ ສວນແມ່ ” ແມ່ນຂາຍຜ່ານອອນລາຍ ບັນຫາທີ່ພົບກໍຈະມີບາງລູກຄ້າກໍພໍໃຈ ແລະ ບາງລູກຄ້າກໍບໍ່ພໍໃຈ ແຕ່ກໍໄດ້ບອກລູກສະເໝີວ່າ ລູກຄ້າຄືພະເຈົ້າ ຖ້າວ່າລູກຄ້າຈະມີຄຳຕຳໜິກັບມາກໍຈະຕ້ອງໄດ້ພະຍາຍາມອະທິບາຍເຫດຜົນ ສິ່ງໃດທີ່ລູກຄ້າບໍ່ພໍໃຈ ແລະ ສະເໜີມາກໍຕ້ອງໄດ້ແກ້ໃຫ້ເພິ່ນພໍໃຈໃນຜະລິດຕະພັນຂອງເຮົາ ເຊິ່ງບາງຄັ້ງລູກຄ້າກໍຍັງບໍ່ເຂົ້າໃຈວ່າຜະລິດຕະພັນໂຕນີ້ມັນເປັນແບບໃດ ເພາະວ່າການສັ່ງຊື້ແມ່ນຊື້ຜ່ານອອນລາຍມັນບໍ່ເຫັນຕົວຈິງ ເວລາສົ່ງເຖິງມືລູກຄ້າແລ້ວມັນເປັນແບບໜຶ່ງ ບາງຄົນຍັງບໍ່ເຂົ້າໃຈວ່າຜະລິດຕະພັນຫຍັງຄືຍັງເປັນນ້ຳ ເພາະຜະລິດຕະພັນເຕົ້າຮວຍໝາກພ້າວນ້ຳຫອມ “ ສວນແມ່ ” ທາງລຸ່ມຈະເປັນຕ່ອນ ແລະ ທາງເທິງຈະເປັນນ້ຳ ກໍຕ້ອງໄດ້ອະທິບາຍໃຫ້ລູກຄ້າໄດ້ເຂົ້າໃຈ.

อาจเป็นรูปภาพของ ของหวาน และสถานที่ในร่ม

ທ່ານ ນາງ ສຸໄພວັນ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນໄດ້ 6 ເດືອນແລ້ວ ທີ່ລູກສາວໄດ້ເຮັດຜະລິດຕະພັນນີ້ອອກມາ ເຫັນວ່າຜົນຕອບຮັບເປັນທີ່ເພິ່ງພໍໃຈ ແລະ ຍອດຂາຍບັນລຸຫຼາຍກວ່າ 30 ພັນຈອກແລ້ວ, ລາຄາຂາຍ 10 ພັນກີບຕໍ່ຈອກ ແລະ ໃນເມື່ອສິນຄ້າໄດ້ຮັບການຕອບຮັບດີ ກໍມີແຜນຂະຫຍາຍສວນປູກໝາກພ້າວຕື່ມອີກ ເພາະປັດຈຸບັນສວນໝາກພ້າວທີ່ເປັນວັດຖຸດິບຫຼັກໃນການຜະລິດມີພຽງ 50 ຕົ້ນ ເຊິ່ງຍັງບໍ່ທັນພຽງພໍເທື່ອ, ຕອນນີ້ກຳລັງລົງທຶນປູກໝາກພ້າວຕື່ມອີກ ໃຫ້ໄດ້ 1 ພັນຕົ້ນ ເພື່ອແກ້ໄຂບັນຫາວັດຖຸດິບໃນໄລຍະຍາວ ເພາະວ່າການບໍລິໂພກນ້ຳໝາກພ້າວຢູ່ບ້ານເຮົາກໍນິຍົມກິນຫຼາຍ ແລະ ມີລູກຄ້າສັ່ງຈອງມາຢາກກິນໝາກພ້າວສົດ ແຕ່ຍັງບໍ່ສາມາດສົ່ງໃຫ້ລູກຄ້າໄດ້ໃນປັດຈຸບັນ ເນື່ອງຈາກໃຊ້ເຮັດເຂົ້າໜົມຍັງບໍ່ພຽງພໍ.

ໃນຕອນທ້າຍ, ທ່ານຍັງໄດ້ຂໍຝາກເຖິງລູກຄ້າອອນລາຍທີ່ສັ່ງຊື້ ບໍ່ວ່າຈະເປັນລູກຄ້າຂາປະຈຳ ຫຼື ລູກຄ້າຍັງບໍ່ທັນໄດ້ຊີມຜະລິດຕະພັນຂອງພວກເຮົາ ກໍຂໍເຊີນຊວນລອງສັ່ງຊີມເບິ່ງ ເຊິ່ງທ່ານສາມາດສັ່ງຊື້ໄດ້ທີ່ເພຈ໌ເຟສບຸ໊ກ: ເຕົ້າຮວຍໝາກພ້າວນໍ້າຫອມ ” ສວນແມ່ ” Suan Mae Coconut Pudding.